ວັນທີ 10 ກໍລະກົດ 2020 ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເປີດຕະຫຼາດນັດ Lao Telecom Market ຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ມີທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ຄູ່ຮ່ວມທຸລະກິດ ຫົວໜ້າສາຂາ ພະນັກງານບໍລິສັດ ແລະ ລູກຄ້າ ເຂົ້າຮ່ວມ.

ກິດຈະກຳຕະຫຼາດນັດຄັ້ງນີ້ ຈັດຂຶ້ນເພື່ອສ້າງສີສັນໃໝ່ໃຫ້ກັບລູກຄ້າ ເຊິ່ງລາວໂທລະຄົມໄດ້ຮ່ວມມືກັບຄູ່ຮ່ວມທຸລະກິດຂອງຕົນຫຼາຍພາກສ່ວນ ຫຼາຍລະດັບ ຫຼາກຫຼາຍສິນຄ້າ ແລະ ຫຼາກຫຼາຍບໍລິການກ່ຽວກັບ IT ແລະ Technology ເຊັ່ນ: Huawei W&W ANC INew E-Sport SmsrtHome ຮ້ານເສືອປ່າ Robotic ຈາກສູນຮຽນຮູ້ VT ແລະ Cookie&Drinks ມາໂຮມໂຕກັນຢູ່ບ່ອນດຽວ ເພື່ອວາງສະແດງ ແລະ ຈຳໜ່າຍສິນຄ້າໃຫ້ກັບລູກຄ້າໄດ້ເບິ່ງໄດ້ຊົມ ແລະ ໄດ້ເລືອກຊື້ໄປຊົມໃຊ້ຕາມອັດຖະຍາໄສ.
ນອກຈາກນີ້ ພາຍໃນງານຍັງໄດ້ມອບລາງວັນທີ 1 ລົດໃຫຍ່ ໂຕໂຢຕາ ຣີໂວ ຈາກການຕື່ມບັດເງິນລາຄາ 25.000 ກີບ ໃຫ້ກັບລູກຄ້າຜູ້ໂຊກດີຈາກການຂູດບັດເຕີມເງິນລາວໂທລະຄົມ ໃນໂຄງການຂູດບັດຮັບໂຊກອີກດ້ວຍ ເຊິ່ງຜູ້ໂຊກດີທ່ານ ຂວັນໃຈ ສວນບຸນມາ ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂຄງການຂູດບັດຮັບໂຊກ ລາວໂທລະຄົມໄດ້ເລີ່ມຈັດຕັ້ງປະຕິບັດວັນທີ 25 ພະຈິກ 2011 ເປັນຕົ້ນມາ ມີລາງວັນລວມທັງໝົດ 160.000 ກວ່າລາງວັນ ໃນເບື້ອງຕົ້ນ ແລະ ໄດ້ເພີ່ມຈຳນວນລາງວັນ ແລະ ມູນຄ່າລາງວັນຂຶ້ນເລື້ອຍໆ ໃນທຸກປີ ເຊິ່ງມີລາງວັນສູງສຸດແມ່ນລົດໃຫຍ່ ນັບແຕ່ນັ້ນຈົນເຖິງວັນນີ້ລູກຄ້າໄດ້ໃຫ້ຄວາມສົນໃຈ ແລະ ນິຍົມຊົມຊອບເປັນຢ່າງດີ ສະນັ້ນ ລາວໂທລະຄົມຈຶ່ງໄດ້ຂະຫຍາຍເວລາມາເລື້ອຍໆຈົນຮອດປັດຈຸບັນເປັນປີທີ 10 ແລະ ມີລູກຄ້າຜູ້ໂຊກດີທົ່ວປະເທດ ໄດ້ຮັບລາວວັນຈາກລາວໂທລະຄົມເປັນຈຳນວນຫຼວງຫຼາຍ ໃນນັ້ນໄດ້ມອບໄປແລ້ວມີລົດໃຫຍ່ໂຕໂຢຕາຟໍຈຸນເນີ 3 ຄັນ ໂຕໂຢຕາຣີໂວ 1 ຄັນ ຮອນໄດເອັກເຊັນບລູ 2 ຄັນ Chevrolet sail Hatchback 3 ຄັນ ລົດຈັກຮອນດ້າເວບ 100 ຫຼາຍກວ່າ 370 ຄັນ Honda MSX 5 ຄັນ ແລະ ລາງວັນອື່ນໆ ສຳລັບລາງວັນລົດໃຫຍ່ທີ່ມອບໃນຄັ້ງນີ້ແມ່ນໂຕໂຢຕາ ຣີໂວ ຄັນທີ 2.

ລາວໂທລະຄົມ ຂໍເຊີນຊວນລູກຄ້າທຸກຄົນຮ່ວມຊີງໂຊກນຳກັນຕໍ່ໄປ ວ່າຜູ້ໃດຈະໄດ້ເປັນເຈົ້າຂອງລາງວັນໃຫຍ່ຄົນຕໍ່ໄປ ເພາະວ່າຍັງມີເຄື່ອງລາງວັນຢ່າງຫຼວງຫຼາຍ ລໍຖ້າຜູ້ເປັນເຈົ້າຂອງຢູ່ ໂດຍສະເພາະລາງວັນລົດໃຫຍ່ ໂຕໂຢຕາ ຟໍຈຸນເນີ 1 ຄັນ ລົດໃຫຍ່ ໂຕໂຢຕາ ຣີໂວ 1 ຄັນ ລົດເກງໂຕໂຢຕາ ອອນນີວວີອອດ 2 ຄັນ ພຽງແຕ່ລູກຄ້າໃຊ້ບໍລິການຕື່ມເງິນດ້ວຍບັດຕື່ມເງິນທຸກຂະໜາດຂອງລາວໂທລະຄົມ ກໍມີສິດລຸ້ນຮັບໂຊກໄດ້ ພ້ອມນີ້ ລາວໂທລະຄົມຂໍຂອບໃຈລູກຄ້າທຸກຄົນ ທີ່ໃຫ້ຄວາມໄວ້ວາງໃຈໃຊ້ບໍລິການຂອງລາວໂທລະຄົມມາໂດຍຕະຫຼອດ ລາວໂທລະຄົມຈະມຸ່ງໝັ້ນພັດທະນາເຄືອຂ່າຍ ແລະ ການບໍລິການທີ່ດີທີ່ສຸດສຳລັບລູກຄ້າທຸກຄົນ.