​ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນ ນວ ໄຂຂຶ້ນຢ່າງເປັນທາງການ

    ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ວັນທີ 15 ກໍລະກົດ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ຊດທີ I ໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ຫົວໜ້າພະແນກການ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນ. 

​ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນ ນວ ໄຂຂຶ້ນຢ່າງເປັນທາງການ

    ໃນວາລະກອງປະຊຸມ ຈະໄດ້ດໍາເນີນເປັນເວລາ 3 ວັນ (15-17 ກໍລະກົດ) ເຊິ່ງໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ ແລະ ສະເໜີດັດແກ້ແຜນງົບປະມານປີ 2020 ຂອງ ນວ ຮັບຟັງບົດຊີ້ແຈງການເຄື່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນ ສານປະຊາຊົນ ນວ ແລະ ພາກສ່ວນກ່ຽວຂ້ອງໃນໄລຍະຜ່ານມາ ພິຈາລະນາຮັບຮອງເອົາບົດລາຍງານຜົນຂອງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2020 ຂອງຄະນະປະຈໍາສະພາປະຊາຊົນ ນວ ພິຈາລະນາ ແລະ ຮັບຮອງເອົາຮ່າງນິຕິກໍາຂອງອົງການປົກຄອງນະຄອນຫຼວງວຽງຈັນ ພິຈາລະນາ ແລະ ຮັບຮອງເອົາການສະເໜີຊັບຊ້ອນ ແລະ ແຕ່ງຕັ້ງບຸກຄະລາກອນບາງຕໍາແໜ່ງຂອງອົງການປົກຄອງນະຄອນຫຼວງວຽງຈັນ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!