ໃນວັນທີ 16 ມິຖຸນາ 2026 ທີ່ ກະຊວງການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດ ພິທີລົງນາມໃນສັນຍາໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ງວດທີ 9 ປະຈຳປີ 2026, ເຊິ່ງຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ນາງ ຟາງ ຫົງ, ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ. ພ້ອມນີ້, ໄດ້ມີຜູ້ຕ່າງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ແລະ ກະຊວງຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ຮັບໂຄງການຊ່ວຍເຫຼືອຈາກກອງທຶນດັ່ງກ່າວໃນຄັ້ງນີ້ເຂົ້າຮ່ວມເປັນສັກຂີພິຍານ.

ໃນປີ 2026 ນີ້, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈຳນວນ 7 ໂຄງການ ລວມເປັນມູນຄ່າ 3.310.000 ໂດລາສະຫະລັດ, ເຊິ່ງປະກອບມີໂຄງການທີ່ນອນໃນຂົງເຂດການພັດທະນາຊັບພະຍາກອນມະນຸດ, ກະສິກໍາ, ຊັບພະຍາກອນນ້ຳ, ສາທາລະນະສຸກ ແລະ ລຶບລ້າງຄວາມທຸກຍາກ.

ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 23 ມີນາ 2016 ໂດຍມີຈຸດປະສົງ ແລະ ຄວາມໝາຍໝັ້ນຮ່ວມກັນຂອງບັນດາປະເທດສະມາຊິກເພື່ອສ້າງປະຊາຄົມແຫ່ງສັນຕິພາບ ແລະ ຄວາມສົມບູນພູນສຸກ ໃນອະນາຄົດຮ່ວມກັນ ໂດຍມີ ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ, ເຊິ່ງເປັນປະເທດເພື່ອນມິດທີ່ດີຕໍ່ກັນມາແຕ່ດົນນານ, ມີທີ່ຕັ້ງພູມສາດທີ່ຕິດຈອດກັນດ້ວຍພູຜາ ແລະ ແມ່ນ້ຳຮ່ວມສາຍດຽວກັນ. ໃນໄລຍະທີ່ສະພາບການຂອງໂລກສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ຂອບການຮ່ວມມືດັ່ງກ່າວ ໄດ້ສືບຕໍ່ເປັນເວທີຮ່ວມມືທາງດ້ານເສດຖະກິດ-ສັງຄົມທີ່ສຳຄັນ ເພື່ອຮັດແໜ້ນການຮ່ວມມືຫຼາຍຝ່າຍ, ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພ້ອມທັງຮ່ວມກັນແກ້ໄຂສິ່ງທ້າທາຍຕ່າງໆຂອງພາກພື້ນ, ປະກອບສ່ວນສະໜັບສະໜູນການສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ຂອງອົງການສະຫະປະຊາຊາດ. ໃນປີດຽວກັນ, ສປ ຈີນ ກໍໄດ້ປະກາດສ້າງຕັ້ງກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ໄດ້ເລິ່ມຈັດຕັ້ງປະຕິບັດໃນປີ 2017 ໂດຍມີເປົ້າໝາຍເພື່ອຈັດຕັ້ງຜັນຂະຫຍາຍຈຸດປະສົງ ແລະ ຄວາມໝາຍໝັ້ນຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ດັ່ງກ່າວຂ້າງເທິງ ໃຫ້ປະກົດຜົນເປັນຈິງ. ຕະຫຼອດໄລຍະ 10 ປີ ຜ່ານມາ, ສປປ ລາວ ໄດ້ຮັບໂຄງການທັງໝົດ 100 ໂຄງການ ມູນຄ່າຫຼາຍກ່ວາ 26 ລ້ານກວ່າໂດລາສະຫະລັດ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ມີໝາກຜົນເປັນຮູບປະທຳຢ່າງແທ້ຈິງ.
ໃນໂອກາດດັ່ງກ່າວ, ທັງສອງຝ່າຍ ສປປ ລາວ ແລະ ສປ ຈີນ ເຊື່ອໝັ້ນວ່າໂຄງການທີ່ໄດ້ຮັບການຊ່ວຍເຫຼືອງວດໃໝ່ ໃນປີ 2026 ນີ້, ຈະສາມາດປະກອບສ່ວນອັນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ໃນພາກພື້ນແມ່ນ້ຳຂອງ ໃຫ້ມີປະສິດທິຜົນ ແລະ ມີໝາກຜົນຕົວຈິງ, ພ້ອມທັງ, ເປັນການຮັດແໜ້ນສາຍພົວພັນການຮ່ວມມືໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເປັນກ້າວໆ.