ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ມີຄາອິນ ມີຊູສະຕິນ, ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະ ນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ໃນວັນທີ 14-17 ມິຖຸນາ 2026 ທີ່ ນະຄອນຫລວງມົດສະກູ, ຊຶ່ງເປັນການຢ້ຽມຢາມ ສ. ຣັດເຊຍ ຄັ້ງທຳອິດ ຂອງ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພາຍຫຼັງ ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ຈຸດປະສົງ ຂອງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອສືບຕໍ່ຮັດແໜ້ນ, ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມມາແຕ່ດົນນານ ໃນທຸກຂົງເຂດວຽກງານ ລະຫວ່າງ ລັດຖະບານ ກໍຄື ປະຊາຊົນ ລາວ ແລະ ຣັດເຊຍ, ພ້ອມທັງ ຜັນຂະຫຍາຍຜົນການພົບປະສອງຝ່າຍ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສ. ຣັດເຊຍ ຕະຫລອດໄລຍະຜ່ານມາ.


ໃນໂອກາດການຢ້ຽມຢາມຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ການສະຫນັບສະຫນູນ ເຊິ່ງກັນ ແລະ ກັນ ແລະ ການຈັດຕັ້ງປະຕິບັດ ຖະແຫລງການ ວ່າດ້ວຍ ການເປັນຄູ່ຮ່ວມມືຍຸດທະສາດ ໃນພາກພື້ນ ອາຊີ-ປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ. ນອກຈາກນັ້ນ, ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືທາງດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ດ້ານພະລັງງານ, ການຂົນສົ່ງ, ການສຶກສາ, ຂໍ້ມູນຂ່າວສານເຕັກໂນໂລຊີ ແລະ ການສື່ສານ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ, ຊຶ່ງສອງປະເທດ ມີຜົນປະໂຫຍດຮ່ວມກັນ, ລວມທັງການກຳນົດທິດທາງແຜນການຮ່ວມມືໃນອະນາຄົດ ເພື່ອຮັດແໜ້ນການພົວພັນການຮ່ວມມື ທີ່ມີມາແລ້ວນັ້ນ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຍິ່ງຂຶ້ນ.


ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ລັດຖະບານ ແລະ ປະຊາຊົນຣັດເຊຍ ຕໍ່ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ ກໍ່ຄື ການໃຫ້ທຶນການສຶກສາແກ່ ນັກສຶກສາລາວ ໃນແຕ່ລະປີ, ການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນໃນຂະແໜງການຕ່າງໆ. ພ້ອມດຽວກັນນີ້, ຍັງໄດ້ສະແດງຄວາມຊົມເຊີຍການຮ່ວມມືຢ່າງໃກ້ຊິດ ຂອງບັນດາພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍ ເພື່ອສ້າງໂຮງຮຽນ ມິດຕະພາບ ລາວ-ຣັດເຊຍ ທີ່ ນະຄອນຫຼວງວຽງຈັນ ໃນອະນາຄົດອັນໃກ້ນີ້.
ນອກຈາກການພົບປະສອງຝ່າຍ, ພະນະທ່ານ ສອນໄຊ ສີພັນດອນ ຍັງໄດ້ໄປຢ້ຽມຢາມ ສະຖານທີ່ສຳຄັນທາງປະຫວັດສາດ ແລະ ວັດທະນະທຳຂອງ ຣັດເຊຍ ເປັນຕົ້ນແມ່ນ ສວນໄຊຊະນະ, ສະຫນາມແດງ ແລະ ອື່ນໆ. ໃນວາລະສຸດທ້າຍຂອງການຢ້ຽມຢາມ ສ. ຣັດເຊຍ ຄັ້ງນີ້, ພະນະທ່ານ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຮ່ວມ ແລະ ກ່າວໃນງານພົບປະພາກທຸລະກິດ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ.

ການຢ້ຽມຢາມ ສ. ຣັດເຊຍ ຂອງ ພະນະທ່ານ ສອນໄຊ ສີພັນດອນ ໃນຄັ້ງນີ້ ໄດ້ປະສົບຜົນສຳເລັດຕາມລະດັບຄາດຫມາຍ, ພ້ອມທັງ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດໍາເນີນໄປຢ່າງສົມກຽດ ແຕ່ຕົ້ນຈົນຈົບ. ພ້ອມກັນນັ້ນ, ການເດີນທາງຢ້ຽມຢາມ ສ. ຣັດເຊຍ ໃນຄັ້ງນີ້ ຍັງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນ ການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສ. ຣັດເຊຍ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.