ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມທຸລະ ກິດລາວ-ຍີ່ປຸ່ນ ທີ່ນະຄອນ ຫຼວງໂຕກຽວ

ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 31 ທີ່ນະຄອນຫຼວງໂຕ ກຽວ, ປະເທດຍີ່ປຸ່ນ. ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ເຂົ້າຮ່ວມກອງປະ ຊຸມທຸລະກິດລາວ-ຍີ່ປຸ່ນ ໃນຮູບແບບ Reception Dinner.

ການເຂົ້າຮ່ວມຄັ້ງນີ້ແມ່ນສ່ວນໜຶ່ງຂອງການຢ້ຽມ ຢາມຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ແຕ່ວັນທີ 10 ຫາ 12 ມິຖຸນາ 2026. ກອງປະຊຸມດັ່ງກ່າວຈັດຂຶ້ນໃນບັນຍາ ກາດ ແຫ່ງການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 71 ປີ ໃນປີນີ້, ເຊິ່ງເປັນການຢັ້ງຢືນເຖິງມິດຕະ ພາບອັນຍາວນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ນັບມື້ນັບ ເຂົ້າສູ່ລວງເລິກ.ໃນການກ່າວບົດເປີດໃນກອງປະຊຸມ, ພະນະທ່ານ ສອນໄຊ ສີພັນດອນ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງພາກ ລັດ ແລະ ພາກທຸລະກິດຂອງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ປະສານສົມທົບກັນຈົນສາມາດຈັດກອງປະຊຸມທີ່ມີຄວາມ ໝາຍຄວາມສຳຄັນໃນຄັ້ງນີ້. ທ່ານນາຍົກລັດ ຖະມົນຕີ ໄດ້ນຳພາຄະນະຜູ້ແທນທັງຈາກພາກລັດ ແລະ ພາກທຸລະກິດຂອງລາວ ທີ່ມີທ່າແຮງ ເພື່ອມາພົບປະ ແລະ ແລກປ່ຽນຮ່ວມກັບພາກທຸລະກິດຂອງຍີ່ປຸ່ນ ເພື່ອສ້າງເງື່ອນໄຂໃຫ້ພາກທຸລະກິດຂອງສອງປະ ເທດໄດ້ຮູ້ຈັກກັນຫຼາຍຂຶ້ນ, ພ້ອມທັງສືບຕໍ່ແລກປ່ຽນຄຳຄິດເຫັນໃນການສົ່ງເສີມທາງດ້ານທຸລະກິດ, ການຄ້າ ແລະ ການລົງທຶນລະ ຫວ່າງສອງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວຢ່າງກວ້າງ ຂວາງ ແລະ ເກີດດອກອອກຜົນຍິ່ງຂຶ້ນ.ທ່ານນາຍົກລັດ ຖະມົນຕີ ໄດ້ເນັ້ນວ່າ ສປປ ລາວ ແລະ ຍີ່ປຸ່ນ ມີການຮ່ວມ ມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຢ່າງຕໍ່ເນື່ອງ, ໂດຍສະເພາະໃນຂອບການຮ່ວມມືສອງຝ່າຍທີ່ມີການລົງນາມ ແລະ ຈັດຕັ້ງປະຕິບັດ ສັນຍາການເປີດເສ ລີ, ສົ່ງເສີມ ແລະ ປົກປ້ອງການລົງທຶນສອງຝ່າຍນັບແຕ່ປີ 2008. ນອກຈາກນີ້, ຍັງມີການຮ່ວມ ມືໃນຂອບອາຊຽນ -ຍີ່ປຸ່ນ ແລະ ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ທີ່ມີຜົນບັງ ຄັບໃຊ້ໃນປີ 2021.

ທ່ານໄດ້ກ່າວວ່າກົນໄກການຮ່ວມມືເຫຼົ່ານີ້ເປັນພື້ນຖານສຳຄັນໃຫ້ແກ່ການສົ່ງເສີມ ແລະ ປົກ ປ້ອງໃຫ້ນັກລົງທຶນລາວ ແລະ ຍີ່ປຸ່ນສາມາດລົງທຶນດ້ວຍຄວາມໝັ້ນໃຈ.ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍນັກລົງທຶນຍີ່ປຸ່ນ ວ່າເປັນນັກລົງທຶນຕົວແບບທີ່ມີຄຸນນະພາບສູງສຸດ, ເຊິ່ງ ຖືກຮັບຮູ້ຢ່າງກວ້າງຂວາງດ້ານການເຄົາລົບກົດໝາຍ, ລະບຽບການ ແລະ ຄວາມຮັບຜິດຊອບສູງຕໍ່ສັງຄົມ ແລະ ສິ່ງ ແວດ ລ້ອມ, ມີຄວາມພ້ອມດ້ານທຶນຮອນ ແລະ ເຕັກນິກວິຊາ ການ, ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ທັງຍັງ ຊ່ວຍຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນລາວໃຫ້ມີຄຸນນະພາບ. ເຖິງມູນຄ່າການລົງທຶນສະສົມ ຂອງຍີ່ປຸ່ນຈະຈັດຢູ່ໃນອັນດັບທີ 14 ຂອງການລົງທຶນຕ່າງປະ ເທດໃນລາວ, ແຕ່ຕົວເລກນີ້ບໍ່ໄດ້ໝາຍເຖິງຂີດຈຳກັດ, ແຕ່ມັນຄື “ຊ່ອງຫວ່າງ ແລະ ທ່າແຮງບົ່ມຊອນອັນມະຫາສານ” ທີ່ສາມາດຮ່ວມກັນຊຸກຍູ້ໃຫ້ເຕີບໃຫຍ່ແບບກ້າວກະ ໂດດໄດ້ໃນອະນາຄົດ.ໂອກາດນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຊື້ອເຊີນບັນດາວິສາຫະກິດຂອງຍີ່ປຸ່ນ ທີ່ມີ ຄວາມສົນໃຈ ຫຼື ກຳລັງສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ ສປປ ລາວ ພິຈາລະນາເລືອກເອົາ ສປປ ລາວ ເປັນ ໜຶ່ງໃນຈຸດໝາຍປາຍທາງການລົງທຶນ, ໂດຍສະເພາະການລົງທຶນໃນຂະແໜງການທີ່ ສປປ ລາວ ມີທ່າແຮງ ເຊັ່ນ: ການຜະລິດສິນຄ້າກະສິກຳ-ສະອາດທີ່ມີມູນຄ່າສູງ, ອຸດສາຫະກຳປຸງແຕ່ງທີ່ນຳໃຊ້ນະວັດຕະກຳ ແລະ ເຊື່ອມໂຍງກັບ ຖານການຜະລິດຢູ່ໃນອາຊຽນ, ພະລັງງານສະອາດ, ການພັດທະນາພື້ນຖານໂຄງລ່າງ, ໂລຈິດສະຕິກ ແລະ ການບໍລິ ການປິ່ນອ້ອມ.

ຂະແໜງການເຫຼົ່ານີ້ໄດ້ຖືກກຳນົດໄປຕາມທິດທາງການລົງທຶນຂອງອາຊຽນໃນໄລຍະໃໝ່ ທີ່ສືບຕໍ່ ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ ຕາມທິດ “ສີຂຽວ ແລະ ຍືນຍົງ”.ພ້ອມດຽວກັນນີ້, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ, ຜູ້ປະຈຳການ ຄະນະກຳມະ ການສົ່ງເສີມການລົງທຶນແຫ່ງຊາດ (ຄລທ), ຍັງໄດ້ກ່າວຄຳເຫັນໃນພິທີ, ໂດຍໄດ້ນຳສະເໜີພາບລວມກ່ຽວ

ກັບສະພາບການລົທຶນຢູ່ ສປປ ລາວ ແລະ ການລົງທຶນຂອງຍີ່ປຸ່ນ, ນະໂຍບາຍການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ, ການປັບປຸງນິຕິກຳ-ນະໂຍບາຍການສົ່ງເສີມການລົງທຶນ, ພ້ອມທັງຜົນສຳເລັດໃນການຮ່ວມມືກັບຍີ່ປຸ່ນໃນ ໄລຍະຜ່ານມາ. ໂດຍສະເພາະ ນັບແຕ່ປີ 1989 ເຖິງປັດຈຸບັນ, ຍີ່ປຸ່ນໄດ້ເຂົ້າມາລົງທຶນໃນ 93 ໂຄງການ, ມີມູນຄ່າ ລວມ 157 ລ້ານກວ່າໂດລາສະຫະລັດ, ໃນນັ້ນເປັນການລົງທຶນໂດຍກົງຈາກຍີ່ປຸ່ນ 144 ລ້ານກວ່າໂດລາສະຫະລັດ, ເຊິ່ງຈັດຢູ່ໃນອັນດັບທີ 14 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ.

ຂະແໜງການທີ່ຍີ່ປຸ່ນລົງທຶນສູງສຸດ ແມ່ນກະ ສິກຳ (59 ລ້ານໂດລາ), ອຸດສາຫະກຳ ແລະ ຫັດຖະກຳ (30 ລ້ານໂດລາ), ອຸດສາຫະກຳປຸງແຕ່ງຜະລິດຕະພັນຈາກໄມ້ (ເກືອບ 20 ລ້ານໂດລາ), ບໍລິການ (13 ລ້ານໂດລາ) ແລະ ຕັດຫຍິບ (5 ລ້ານໂດລາ). ນອກຈາກນີ້, ຍັງມີ 61 ບໍລິສັດຍີ່ປຸ່ນລົງທຶນໃນເຂດເສດຖະກິດພິເສດ, ມີທຶນທັງໝົດ 185 ລ້ານໂດລາສະຫະລັດ.ກອງປະຊຸມທຸລະກິດລາວ-ຍີ່ປຸ່ນຄັ້ງນີ້ ໄດ້ເປັນເວທີສຳຄັນໃນການເສີມສ້າງສາຍພົວພັນດ້ານເສດຖະກິດ ແລະ ການລົງທຶນລະຫວ່າງສອງປະເທດ. ດ້ວຍນະໂຍບາຍສົ່ງເສີມການລົງທຶນທີ່ເອື້ອອຳ

ນວຍ ແລະ ທ່າແຮງທາງດ້ານພູມ ສາດ, ສປປ ລາວ ຍັງຄົງເປັນຈຸດໝາຍປາຍທາງທີ່ໜ້າສົນໃຈສຳລັບນັກລົງທຶນຍີ່ ປຸ່ນ, ເຊິ່ງຈະປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ເສີມສ້າງການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ ແໜ້ນແຟ້ນຍິ່ງຂຶ້ນ.

error: Content is protected !!