ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປ ປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກຮ່ວມກັນ ເພື່ອຄວາມຈະ ເລີນຮຸ່ງເຮືອງ ແລະ ເຂັ້ມແຂງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia), ໃນວັນທີ 10-11 ມິຖຸນາ 2026 ທີ່ ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ.

ໃນກອງປະຊຸມຄັ້ງນີ້ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສ ໂດຍໄດ້ສະແດງໃຫ້ເຫັນ ທັດສະນະຂອງ ສປປ ລາວ ຕໍ່ກັບບັນຫາທີ່ພົ້ນເດັ່ນ ແລະ ເປັນສິ່ງທ້າທາຍໃນປັດຈຸບັນ ເພື່ອແລກປ່ຽນກັບ ຜູ້ນໍາຈາກບັນດາປະເທດໃນພາກພື້ນອາຊີ ແລະ ອົງການຈັດຕັ້ງສາກົນຕ່າງໆ. ໃນນັ້ນ, ໄດ້ຍົກໃຫ້ເຫັນ ສະພາບການພາກພື້ນ ແລະ ສາກົນ ທີ່ຕິດພັນກັບບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ ໂດຍສັງເຂບ ລວມທັງຜົນກະທົບຕໍ່ເສດຖະກິດໂລກ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະ ເທດໃນພາກພື້ນອາຊີ ກໍຄືທົ່ວໂລກ.


ພ້ອມດຽວກັນນີ້, ກໍຍັງໄດ້ສະເໜີທັດສະນະຕໍ່ການສົ່ງເສີມການຮ່ວມມື ເຊິ່ງກັນ ແລະ ກັນ ລະຫວ່າງບັນດາປະເທດ ກໍຄື ປະຊາຄົມໂລກ ໂດຍສະເພາະ ໃນພາກພື້ນອາຊີ-ປາຊີ ຟິກ ເພື່ອຮັບມືກັບ ສິ່ງທ້າທາຍຕ່າງໆ ທີ່ກໍາລັງປະເຊີນໜ້າຢູ່ໃນປະຈຸບັນ; ນອກຈາກນີ້, ພະນະທ່ານ ນາຍົກລັດຖະມົນ ຕີຍັງໄດ້ສະເໜີກ່ຽວກັບວິໄສທັດ, ຍຸດທະສາດ ແລະ ທັດ ສະນະ, ຈຸດຢືນ ຂອງ ສປປ ລາວ ຕໍ່ບັນຫາສິ່ງທ້າທາຍຕ່າງໆໃນປະຈຸບັນ ກໍຄື ການປະຕິບັດນະໂຍບາຍການຕ່າງປະ ເທດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X (2026-2030) ລວມທັງ ການສົ່ງເສີມການພັດທະນາສີຂຽວ ແລະ ຍືນຍົງ ແລະ ໄລຍະຂ້າມຜ່ານຂອງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.ໃນກອງປະຊຸມຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນ ແລະ ໃຫ້ສຳພາດພິເສດຕໍ່ສໍານັກຂ່າວ ນິກເກອິ ກ່ຽວ ກັບ ການຮັບມືກັບບັນດາຜົນກະທົບຈາກບັນຫາກໍາລັງເຄັ່ງຮ້ອນ ທີ່ຕິດພັນກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ພາກພື້ນ ກໍຄື ສປປ ລາວ ເພື່ອເປັນແນວທາງໃນການສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາປະເທດໃນພາກພື້ນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແນໃສ່ຮັກສາພາກພື້ນອາຊີ ໃຫ້ມີສັນ ຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງໃນອະນາຄົດ.


ໃນໂອກາດຢ້ຽມ ຢາມປະເທດຍີ່ປຸ່ນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງຈະໄດ້ພົບປະກັບ ທ່ານ ເລ ຕ້ຽນ ເຈົາ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ; ຮ່ວມຮັບປະທານອາຫານທ່ຽງແບບເຮັດວຽກຮ່ວມກັບ ອົງການສະພາແລກປ່ຽນມິດຕະພາບສາກົນ (International Friendship Exchange Council- ອົງການ FEC ) ອີກດ້ວຍ.