ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ກຳລັງເປັນກຸ່ມທີ່ໄດ້ຮັບຜົນກະທົບໜັກທີ່ສຸດຈາກອາຫານບໍ່ປອດໄພ ໂດຍມີຄວາມສ່ຽງຕໍ່ການລົ້ມປ່ວຍສູງເກືອບ 3 ເທົ່າ ອີງຕາມການປະເມີນຂໍ້ມູນລ່າສຸດຂອງອົງການອະນາໄມໂລກ (WHO).
ອົງການອະນາໄມໂລກ ເຜີຍແຜ່ບົດລາຍງານສະບັບໃໝ່ ລະບຸວ່າ ອາຫານບໍ່ປອດໄພເຮັດໃຫ້ມີຜູ້ລົ້ມປ່ວຍປະມານ 866 ລ້ານຄົນ ແລະ ເສຍຊີວິດ 1,5 ລ້ານຄົນຕໍ່ປີທົ່ວໂລກ. ໃນນັ້ນ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ມີຄວາມສ່ຽງຕໍ່ການລົ້ມປ່ວຍຈາກອາຫານບໍ່ປອດໄພສູງກວ່າເດັກໃຫຍ່ ແລະ ຜູ້ໃຫຍ່ເກືອບ 3 ເທົ່າ.

ເຖິງວ່າເດັກນ້ອຍກຸ່ມນີ້ຈະກວມພຽງ 9% ຂອງປະຊາກອນໂລກ ແຕ່ພັດມີສັດສ່ວນເກືອບ 1 ໃນ 3 ຂອງຜູ້ປ່ວຍຈາກພະຍາດທີ່ຕິດຕໍ່ຜ່ານອາຫານ ໂດຍສະເພາະພະຍາດຖອກທ້ອງຮຸນແຮງ ເຊິ່ງອາດນຳໄປສູ່ການເສຍຊີວິດໄດ້. ນອກຈາກນັ້ນ ການໄດ້ຮັບສານພິດຜ່ານອາຫານ ເຊັ່ນ ສານຕະກົ່ວ (Lead) ແລະ ເມທິລປະລອດ (Methylmercury) ຍັງສາມາດທຳລາຍພັດທະນາການຂອງສະໝອງ ເຮັດໃຫ້ເກີດບັນຫາທາງດ້ານປະສາດ ແລະ ພັດທະນາການທີ່ສົ່ງຜົນຕະຫຼອດຊີວິດ.
ບົດລາຍງານລະບຸວ່າ ອັນຕະລາຍທາງຊີວະພາບ ເຊັ່ນ ເຊື້ອແບັກທີເຣຍ, ໄວຣັດ ແລະ ພະຍາດປາລາສິດ ເປັນສາເຫດຂອງການລົ້ມປ່ວຍຈາກອາຫານສ່ວນໃຫຍ່. ແຕ່ສານເຄມີປົນເປື້ອນກັບເປັນສາເຫດຂອງການເສຍຊີວິດທີ່ຮ້າຍແຮງທີ່ສຸດ. ໃນປີ 2021 ອັນຕະລາຍຈາກສານເຄມີກວມເຖິງ 73% ຂອງການເສຍຊີວິດທີ່ກ່ຽວຂ້ອງກັບອາຫານປົນເປື້ອນ ໂດຍສານອາເຊນິກອະນິນຊີ ແລະ ສານຕະກົ່ວ ເປັນສາເຫດສຳຄັນທີ່ສຸດ.
WHO ຍັງປະເມີນວ່າ ພະຍາດຈາກອາຫານບໍ່ປອດໄພສ້າງຄວາມສູນເສຍທາງເສດຖະກິດຢ່າງຫຼວງຫຼາຍ ໂດຍເຮັດໃຫ້ໂລກສູນເສຍຜະລິດຕະພາບແຮງງານປະມານ 310 ຕື້ໂດລາສະຫະລັດຕໍ່ປີ ແລະ ອາດສູງເຖິງ 647 ຕື້ໂດລາສະຫະລັດ ຫາກຄິດໄລ່ຕາມຄ່າຄອງຊີບຂອງແຕ່ລະປະເທດ.
ພາລະຂອງພະຍາດຍັງມີຄວາມບໍ່ເທົ່າທຽມກັນຢ່າງສູງ ໂດຍພາກພື້ນອາຟຣິກາ ແລະ ອາຊີຕາເວັນອອກ ສ່ຽງໃຕ້ ເປັນພື້ນທີ່ ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ກວມເກືອບ 3 ໃນ 4 ຂອງການລົ້ມປ່ວຍຈາກອາຫານບໍ່ປອດໄພທົ່ວໂລກ ແລະ 60% ຂອງການເສຍຊີວິດ.
ທ່ານ ດຣ ເທດຣອສ ອາດານອມ ເກບຣີເຢຊຸສ ຜູ້ອຳນວຍການໃຫຍ່ WHO ກ່າວວ່າ: “ຄວາມປອດໄພຂອງອາຫານບໍ່ແມ່ນເລື່ອງໄກຕົວ ແຕ່ກ່ຽວພັນກັບທຸກຄາບອາຫານ ທຸກຄອບຄົວ ແລະ ທຸກໆວັນ” ພ້ອມຮຽກຮ້ອງໃຫ້ລັດຖະບານທົ່ວໂລກເສີມສ້າງລະບົບຄວາມປອດໄພອາຫານ ແລະ ນຳໃຊ້ຂໍ້ມູນໃໝ່ເພື່ອປົກປ້ອງສຸຂະພາບປະຊາຊົນໃຫ້ດີຂຶ້ນ.
WHO ຮຽກຮ້ອງໃຫ້ປະເທດຕ່າງໆ ແກ້ໄຂບັນຫາການປົນເປື້ອນຕັ້ງແຕ່ຕົ້ນທາງ ຜ່ານການພັດທະນາການກະສິກຳທີ່ປອດໄພຂຶ້ນ, ຄວບຄຸມອຸດສາຫະກຳໃຫ້ເຂັ້ມງວດ, ປັບປຸງສຸຂາພິບານ ແລະ ນຳໃຊ້ແນວທາງ “One Health” ທີ່ເຊື່ອມໂຍງສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມເຂົ້າດ້ວຍກັນ.
ອົງການອະນາໄມໂລກຍັງເຕືອນວ່າ ການປ່ຽນແປງສະພາບພູມອາກາດ, ບັນຫາການດື້ຢາຕ້ານຈຸລະຊີ ແລະ ຄວາມບໍ່ເທົ່າທຽມທີ່ຂະຫຍາຍຕົວ ກຳລັງເພີ່ມຄວາມສ່ຽງດ້ານຄວາມປອດໄພອາຫານທົ່ວໂລກ ເຮັດໃຫ້ການລົງມືດຳເນີນການຢ່າງເລັ່ງດ່ວນເປັນສິ່ງຈຳເປັນຫຼາຍກວ່າທີ່ເຄີຍ.
ອາຫານບໍ່ປອດໄພບໍ່ແມ່ນພຽງບັນຫາດ້ານອາຫານ ແຕ່ເປັນວິກິດດ້ານສຸຂະພາບເດັກ, ພາລະທາງເສດຖະກິດ ແລະ ໄພຂົ່ມຂູ່ລະດັບໂລກ ທີ່ທຸກປະເທດຕ້ອງຮ່ວມກັນຮີບແກ້ໄຂ.