ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ການນໍາແຂວງເຈີ້ຈ່ຽງ

ໃນວັນທີ 02 ມິຖຸນາ 2026, ທີ່ ນະຄອນຫາງໂຈ, ແຂວງເຈີ້ຈ່ຽງ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ຮ້າວ, ກໍາມະການສູນກາງພັກ, ເລຂາພັກແຂວງເຈີ້ຈ່ຽງ, ປະທານຄະນະປະຈໍາສະພາຜູ້ ແທນປະຊາຊົນແຂວງເຈີ້ຈ່ຽງ ພ້ອມດ້ວຍຄະນະ ໃນໂອ ກາດເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ໃນລະ ຫວ່າງວັນທີ 02-06 ມິຖຸນາ 2026.

ໃນໂອກາດດັ່ງກ່າວ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ປິຕິຍິນດີທີ່ໄດ້ມີໂອກາດຢ້ຽມຢາມ ແລະ ທັດສະນະ ຢູ່ ນະຄອນຫາງໂຈ ຊຶ່ງເປັນນະຄອນທີ່ໄດ້ຮັບການພັດທະນາຮອບດ້ານ, ມີສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ ແລະ ທໍາມະຊາດທີ່ສວຍສົດງົດງາມ ທີ່ເປັນເອກະລັກຂອງແຂວງເຈີ້ຈ່ຽງ ໃນຄັ້ງນີ້.ສອງຝ່າຍໄດ້ແຈ້ງສະພາບການໂດຍຫຍໍ້ໃຫ້ກັນຊາບ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ແຂວງເຈີ້ຈ່ຽງ ຊຶ່ງຝ່າຍລາວໄດ້ສະແດງຄວາມຊົມເຊີຍຕໍ່ບັນດາໝາກຜົນທີ່ແຂວງຍາດມາໄດ້ ໂດຍສະ ເພາະແມ່ນການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນ ແລະ ຄາດໝາຍຂອງກອງປະຊຸມໃຫຍ່ ອົງຄະນະພັກຄັ້ງທີ XV ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ.

ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ແຂວງເຈີ້ຈ່ຽງ ຊຶ່ງພາຍຫຼັງມີການສ້າງຕັ້ງສະພາການຄ້າແຂວງເຈີ້ຈ່ຽງ ຢູ່ ສປປ ລາວ ໃນປີ 2013 ເປັນຕົ້ນມາ, ການພົວພັນທາງດ້ານການຄ້າ ແລະ ການລົງທຶນ ນັບມື້ນັບເພີ່ມຂຶ້ນ. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ບັນດາຂະແໜງການ ເພື່ອຂຸດຄົ້ນບັນດາທ່າແຮງບົ່ມຊ້ອນ ໂດຍນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເພື່ອຊຸກຍູ້ການໄປມາຫາສູ່ກັນ ແລະ ການເຊື່ອມໂຍງເຊື່ອມຈອດກັນ ໃນຫຼາຍຮູບແບບ ແລະ ຫຼາຍຊ່ອງທາງກວ່າເກົ່າ ຊຶ່ງຝ່າຍລາວໄດ້ສະເໜີໃຫ້ຝ່າຍຈີນ ຊຸກຍູ້ພາກທຸລະກິດຂອງແຂວງເຈີ້ຈ່ຽງ ໃຫ້ເຂົ້າມາລົງທຶນ ຢູ່ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນຂະແໜງການທ່ອງທ່ຽວ, ອຸດສາຫະກໍາປຸງແຕ່ງສິນຄ້າກະສິກໍາ ແລະ ຂະແໜງການອື່ນໆທີ່ສອງຝ່າຍມີທ່າແຮງ. ໃນໂອກາດດັ່ງກ່າວ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນ ສະຫາຍ ຫວັງ ຮ້າວ, ກໍາມະການສູນກາງພັກ, ເລຂາພັກແຂວງເຈີ້ຈ່ຽງ, ປະທານຄະນະປະຈໍາສະພາຜູ້ແທນປະຊາຊົນແຂວງເຈີ້ຈ່ຽງ ໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ.

ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະການນໍາຂອງແຂວງເຈີ້ຈ່ຽງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນມີຜົນປະໂຫຍດຫຼາຍດ້ານ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ.ໃນຂະນະດຽວກັນ, ສະຫາຍ ຫວັງ ຮ້າວ, ກໍາມະການສູນກາງພັກ, ເລຂາພັກແຂວງເຈີ້ຈ່ຽງ, ປະທານຄະນະປະຈໍາສະພາຜູ້ແທນປະຊາຊົນແຂວງເຈີ້ຈ່ຽງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ສປ ຈີນ ຄັ້ງນີ້ ຊຶ່ງຈະເປັນຂີດໝາຍອັນສໍາຄັນ ໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ -ຈີນ, ຈີນ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ສະຫາຍ ຫວັງ ຮ້າວ ກໍໄດ້ສະແດງຄວາມຍິນດີຈະຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ ລະ ຫວ່າງ ແຂວງເຈີ້ຈ່ຽງ ແລະ ສປປ ລາວ ໃນຕໍ່ໜ້າ ພ້ອມທັງໃຫ້ຄໍາໝັ້ນສັນຍາ ຈະເດີນທາງຢ້ຽມຢາມ ສປປ ລາວ ຕາມການເຊື້ອເຊີນຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນເວລາທີ່ເໝາະສົມ.

error: Content is protected !!