ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໝູ່ບ້ານ ຢູຊຸນ, ເມືອງອານຈີ, ນະຄອນຫູໂຈ ຊຶ່ງເປັນສະຖານທີ່ກໍາເນີດຂອງແນວຄິດ “ພູຂຽວນໍ້າໃສ ຄື ພູເງິນພູຄໍາ” ຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ. ແນວຄິດ “ພູຂຽວນໍ້າໃສ ຄື ພູເງິນພູຄໍາ” ແມ່ນການຍົກລະດັບໃໝ່ທາງດ້ານແນວຄິດຂອງການພັດ ທະນາ, ແນວຄິດດ້ານລະບົບນິເວດວິທະຍາ ແລະ ແນວຄິດດ້ານຄວາມສີວິໄລ ຊຶ່ງເປັນແນວຄິດຫຼັກຂອງ “ແນວຄິດຄວາມສີວິໄລທາງດ້ານລະບົບນິເວດວິທະຍາຂອງ ສະຫາຍ ສີ ຈິ້ນຜິງ”. ແນວຄິດນີ້ໄດ້ຖືກບັນຈຸເຂົ້າໃນບົດລາຍງານ ແລະ ກົດລະບຽບຂອງພັກກອມມູນິດຈີນ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຊຶ່ງໄດ້ປ່ຽນແປງແຂວງເຈີ້ຈ່ຽງຢ່າງເລິກເຊິ່ງ, ກໍຄືປະກອບສ່ວນການພັດ ທະນາຕໍ່ປະເທດຈີນ ແລະ ຕໍ່ໂລກ.

ຜົນຈາກການພັດທະນາໂຄງການດັ່ງກ່າວເຮັດໃຫ້ແຂວງເຈີ້ຈ່ຽງໄດ້ຮັບລາງວັນ Champion On Earth ດ້ານສິ່ງ ແວດລ້ອມໃນປີ 2018 ຈາກອົງການສິ່ງແວດລ້ອມຂອງ ສປຊ, ນອກຈາກນີ້ ນະຄອນຫູໂຈ ຍັງໄດ້ເປັນເມືອງທໍາອິດຂອງ ສປ ຈີນ ທີ່ໄດ້ຮັບລາງວັນທີ່ຢູ່ອາໄສແຫ່ງ ສປຊ ແລະ ໝູ່ບ້ານ ຢຸນຊຸນ ຍັງໄດ້ຮັບການຍ້ອງຍໍເປັນບ້ານທ່ອງ ທ່ຽວດີເດັ່ນຈາກ ອົງການທ່ອງທ່ຽວໂລກ.ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ໄດ້ໄປຢ້ຽມຢາມ ສູນວາງສະແດງຜະລິດຕະພັນໄມ້ໄຜ່ ທີ່ທົດແ

ທນພລາສ໌ຕິກ ຂອງເມືອງອານຈີ ຊຶ່ງເປັນສະຖານທີ່ສໍາຄັນໃນການສົ່ງເສີມແນວຄິດການພັດທະນາແບບສີຂຽວ ແລະ ກາກບອນຕໍ່າ. ສູນແຫ່ງນີ້ໄດ້ຖືກສ້າງຂຶ້ນເພື່ອຕອບສະ ໜອງຕໍ່ຂໍ້ລິເລີ່ມ “ການນໍາໃຊ້ໄມ້ໄຜ່ແທນພລາສ໌ຕິກ” ຂອງອົງການສະຫະປະຊາຊາດ ແລະ ລັດຖະບານຈີນ ໂດຍມີຈຸດປະສົງເພື່ອສະແດງໃຫ້ເຫັນເຖິງທ່າແຮງອັນມະຫາ ສານຂອງອຸດສາຫະກໍາໄມ້ໄຜ່ ໃນການແກ້ໄຂບັນຫາສິ່ງ ແວດລ້ອມ ແລະ ການຫຼຸດຜ່ອນມົນລະພິດຈາກພລາສ໌ຕິກ.ໃນຕອນບ່າຍ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມ ຢາມ ກຸ່ມໝູ່ບ້ານໂຮມສະເຕ “ສຽວຢິນ-ປ້ານຣືຊຸນ” ຊຶ່ງເປັນໝູ່ບ້ານຕົວແບບ ໃນການຫັນເອົາເຮືອນປະຊາຊົນ ມາ ເປັນສະຖານທີ່ທ່ອງທ່ຽວ ແລະ ພັກຜ່ອນຄົບວົງຈອນ.


ໝູ່ບ້ານດັ່ງກ່າວ ຕັ້ງຢູ່ໃນເຂດພັກຜ່ອນທ່ອງທ່ຽວລະດັບຊາດຫຼິງເຟິງ, ເມືອງອານຈີ ມີເນື້ອທີ່ທັງໝົດ 161 ເຮັກ ຕາ ຊຶ່ງໄດ້ພັດທະນາໂດຍອີງໃສ່ອົງປະກອບດ້ານເສດຖະ ກິດການພັກຜ່ອນ ເຊັ່ນ: “ການກິນ, ການພັກເຊົາ, ການທ່ອງທ່ຽວ, ການຊື້ເຄື່ອງ, ຄວາມບັນເທີງ ແລະ ການດູແລສຸຂະພາບ”. ນັບແຕ່ເປີດບໍລິການເປັນຕົ້ນມາ, ກຸ່ມໝູ່ບ້ານໂຮມສະເຕ “ສຽວຢິນ-ປ້ານຣືຊຸນ” ໄດ້ຕ້ອນຮັບນັກທ່ອງ ທ່ຽວ ສະເລ່ຍ 300.000 ເທື່ອຄົນຕໍ່ປີ, ສ້າງວຽກເຮັດງານທໍາໃຫ້ແກ່ຊາວບ້ານໃນພື້ນທີ່, ສ້າງຍອດຂາຍຜະລິດ ຕະພັນກະສິກໍາໄດ້ຫຼາຍກວ່າ 1 ລ້ານຢວນ.

ຫຼັງຈາກນັ້ນ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ກໍໄດ້ໄປຢ້ຽມຊົມເຂດທັດສະນີຍະພາບທະເລສາບຊີຫູ ທີ່ໄດ້ຮັບການພັດທະນາ ແລະ ຄຸ້ມຄອງທີ່ກົມກຽວລະຫວ່າງທໍາມະຊາດ ແລະ ການພັດທະນາ. ທະເລສາບດັ່ງກ່າວ ຕັ້ງຢູ່ນະຄອນຫາງໂຈ, ແຂວງເຈີ້ຈ່ຽງ ມີເນື້ອທີ່ລວມທັງໝົດເຖິງ 59,04 ກິໂລຕາແມັດ, ໃນນັ້ນມີແຂດປົກປັກຮັກສາອ້ອມຂ້າງ ຈໍານວນ 35,64 ກິໂລຕາແມັດ, ມີສະຖານທີ່ທ່ອງທ່ຽວເຖິງ 122 ແຫ່ງ ປະກອບດ້ວຍສະຖານທີ່ທີ່ມີເອກະລັກສະເພາະ, ບ່ອນທ່ອງທ່ຽວລະດັບຕ່າງໆ, ຈຸດປົກປັກຮັກສາມໍລະດົກວັດທະນະທໍາ ແລະ ພິພິຕະພັນຕ່າງໆ ທີ່ກະແຈກກະຈາຍຢູ່ທົ່ວເຂດດັ່ງກ່າວ.

ໃນປີ 1985, ເຂດທັດສະນີຍະພາບທະເລສາບຊີຫູ ໄດ້ຖືກຄັດເລືອກໃຫ້ເປັນ ໜຶ່ງໃນ “10 ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງທີ່ສຸດຂອງປະເທດຈີນ”, ໃນປີ 2007 ໄດ້ຖືກຈັດອັນດັບໃຫ້ເປັນ “ສະຖານທີ່ທ່ອງທ່ຽວລະດັບ 5A ຂອງຊາດ” ແລະ ໃນປີ 2011 ກໍໄດ້ຖືກບັນຈຸເຂົ້າໃຈ “ບັນ ຊີລາຍຊືມໍລະດົກໂລກ” ຢ່າງເປັນທາງການ.