ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງສະໜາມບິນສາກົນ ຊ່ຽວຊານ ນະຄອນຫາງໂຈ ແຂວງເຈີ້ຈ່ຽງ ສປ ຈີນ

ໃນວັນທີ 2 ມິຖຸນາ 2026 ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະ ທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນ ຊ່ຽວຊານ ນະຄອນຫາງໂຈ, ແຂວງເຈີ້ຈ່ຽງ, ສປ ຈີນ, ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແຕ່ວັນທີ 02-06 ມິຖຸນາ 2026.

ພິທີຕ້ອນຮັບຢູ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ສະຫາຍ ເສີນໂຈວ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະຝ່າຍຈີນ ແລະ ສະຫາຍ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ແລະ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ຊຽງໄຮ້ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ການເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ແລະ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າເກົ່າ.

ໃນໂອກາດຢ້ຽມຢາມຄັ້ງນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ຄະນະ ຈະພົບປະກັບບັນດາການນໍາຂັ້ນສູງຂອງ ສປ ຈີນ, ຢ້ຽມຢາມ ແລະ ພົບປະກັບການນໍາແຂວງເຈີ້ຈ່ຽງ ພ້ອມທັງຈະເຄື່ອນໄຫວທັດສະນະຢ້ຽມຢາມສະຖານທີ່ສໍາຄັນ ແລະ ພື້ນຖານການຜະລິດ ຈໍານວນໜຶ່ງ ຢູ່ ແຂວງເຈີ້ຈ່ຽງ ອີກດ້ວຍ.

error: Content is protected !!