ເປີດໂຕຊຸດແຂ່ງ ປກສ ເອັຟຊີ ຮ່ວມແຂ່ງຂັນເປບຊີ ລາວລີກ 1

ພິທີ​ເປີດ​ໂຕ​ຊຸດ​ແຂ່ງຂັນ​ຂອງ​ສະໂມສອນ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ (​ປກສ) ເອັຟ​ຊີ ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ບານເຕະ​ລາຍການ ເປບ​ຊີ ລາວ​ລີກ 1 ລະດູ​ການ 2020 ຈັດ​ຂຶ້ນ​ວັນ​ທີ 10 ກໍລະກົດ ຜ່ານ​ມາ ຢູ່​ກົມ​ກີລາ ​ປກສ ເມືອງ​ໄຊ​ເສດ​ຖາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ພົນ​ຈັດຕະວາ ຄຳ​ສາຍ ຈັນທະ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ ​ປກສ ທ່ານ ພັນ​ເອກ ທອງ​ເພັດ ມະນີ​ສະຫວັນ ຫົວໜ້າ​ກົມ​ກີລາ ​ປກສ ທ່ານ ທິບພະເນດ ແກ້ວ​ມະນີ​ວົງ ປະທານ​ບໍລິສັດ ແກ້ວ​ໂອ​ໂຕກ​ຣຸບ ຕົວ​ແທນ​ຈຳໜ່າຍ​ລົດ​ໃຫຍ່ ຍີ່ຫໍ້ ມາ​​ສ​ດາ ພ້ອມ​ດ້ວຍ​ບັນດາ​ຜູ້​ໃຫ້ການ​ສະໜັບສະໜູນ ຄະນະ​ຄູ​ເຝິກ ແລະ ນັກ​ກິລາ ເຂົ້າ​ຮ່ວມ.

ທ່ານ ບຸນ​ມາ ປະ​ຖຳ​ມະ​ວົງ ຫົວໜ້າ​ຄູ​ເຝິກ​ສະໂມສອນ ​ປກສ ເອັຟ​ຊີ ກ່າວ​ວ່າ: ທີມ​ຊຸດ​ນີ້ ສ່ວນ​ໃຫຍ່​ແມ່ນ​ກຳລັງ​ຫຼັກ​ຈາກ​ກຳລັງ ​ປກສ ແລະ ອີກ​ຈຳນວນ​ໜຶ່ງ​ໄດ້​ຈາກ​ພາກສ່ວນ​ນອກ​ມາ​ປະກອບ ສຳລັບ​ການ​ກະກຽມ​ທີມ​ແມ່ນ​ມີ​ໄລຍະ​ສັ້ນ ເນື່ອງ​ຈາກ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ເຮັດ​ໃຫ້​ທີມ ​ປກສ ໄດ້​ໂຈະ​ການເຄື່ອນໄຫວ​ເຝິກຊ້ອມ ຈາກ​ນັ້ນ​ຈຶ່ງ​ໄດ້​ກັບ​ມາ​ເຝິກຊ້ອມ​ໄດ້​ໜຶ່ງ​ເດືອມ​ເຕັມ ແລະ ມີ​ຄວາມ​ພ້ອມ​ເຕັມ​ຮ້ອຍ ເພື່ອ​ຈະ​ເຂົ້າ​ຮ່ວມ​ສ້າງ​ຜົນງານ​ໃນ​ລາວ​ລີກ 1 ແນວໃດ​ກໍ​ຕາມ ແຕ່​ລາວ​ລີກ 1 ປີ​ນີ້ ມີ​ຫຼາຍ​ສະໂມສອນ​ໄດ້​ກະກຽມ​ຄວາມ​ທີມ​ມາ​ດີ​ເຊັ່ນ​ດຽວ​ກັນ ຈຶ່ງ​ເປັນ​ສິ່ງ​ທີ່​ທ້າ​ທາຍ​ຕໍ່​ການ​ຍາດ​ແຊັມ.

ທ່ານ ທິບພະເນດ ແກ້ວ​ມະນີ​ວົງ ກ່າວ​ວ່າ: ຊຸດ​ແຂ່ງຂັນ ​ປກສ ມີ 2 ສີ ຄື: ສີແດງ ເປັນ​ຊຸດ​ແຂ່ງ​ໃນ​ບ້ານ ແລະ ສີຟ້າ ເປັນ​ຊຸດ​ໄປ​ຢາມ​ຄູ່​ແຂ່ງຂັນ ເຊິ່ງ​ທັງ 2 ສີ​ມີ​ຄວາມ​ເປັນ​ພິເສດ​ໃນ​ຮູບ​ແບບ​ຂອງ​ລົດ​ມາ​​ສ​ດາ ແລະ ມີ​ລັກສະນະ​ສີສັນ ສະຫງົບ​ນິ້ງ ແລະ ເຢືອກ​ເຢັນ ພວກ​ເຮົາ​ໄດ້​ມີ​ສ່ວນ​ຮ່ວມ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ທັບ​ນັກກີລາ​ບານເຕະ ​ປກສ ເອັຟ​ຊີ ມາ​ຕະຫຼອດ ເຊິ່ງ​ເດັ່ນ​ທີ່​ສຸດ​ແມ່ນ​ປີ 2012 ​ປກສ ສາມາດ​ຄວ້າ​ແຊັມ​ບານເຕະ ລາວ​ລີກ 1 ສຳລັບ​ທີມ​ຊຸດ​ນີ້ ເປັນ​ນັກກີລາ​ຊຸດ​ໃໝ່​ເກືອບ​ໝົດ​ທີມ ເປັນ​ສິ່ງ​ທ້າ​ທາຍ​ໃຫ້​ທີມ​ທີ່​ຈະ​ສ້າງ​ຄວາມ​ແປກ​ໃໝ່ ແຕ່​ກໍ​ເຊື່ອ​ໝັ້ນ​ວ່າ​ນັກກີລາ​ທຸກ​ຄົນ​ມີ​ຄວາມ​ຫ້າວຫັນ​ເຝິກຊ້ອມ ເຊິ່ງ​ພວກ​ເຮົາ​ມີ​ຄວາມ​ດີໃຈ ແລະ ພ້ອມ​ຈະ​ສົ່ງເສີມ​ເຕັມທີ່.

ຫຼັງ​ຈາກ​ເປີດ​ໂຕ​ຊຸດ​ແຂ່ງຂັນ​ທ້າຍ​ອາທິດ​ຜ່ານ​ມາ ສະໂມສອນ ​ປກສ ເອັຟ​ຊີ ກໍ​ໄດ້​ລົງ​ສະໜາມ​ແຂ່ງຂັນ​ນັດ​ທຳ​ອິດ ດ້ວຍ​ການ​ເອົາ​ຊະນະ​ສະໂມສອນ ວຽງ​ຈັນ ເອັຟ​ຊີ 2-1 ປະຕູ ເກັບ 3 ຄະແນນ ຈັ້ງ​ອັນ​ດັບ​ທີ 1 ຂອງ​ກຸ່ມ ໃນ​ນັດ​ເປີດ​ລະດູ​ການ.

error: Content is protected !!