ມາສເຕີ້ເຊເວັ້ນ ສະເໝີ ລາວໂຕໂຢຕາ ນັດເປີດສະໜາມ ເປບຊີ ລາວລີກ 1

ການ​ແຂ່ງ­ຂັນ​ບານ­ເຕະ ​ເປບ​ຊີ ​ລາວ​ລີກ 1 ປະ­ຈຳ​ປີ 2020 ນັດ​ເປີດ​ສະ­ໜາມ​ວັນ​ທີ 11 ກໍ­ລະ­ກົດ 2020 ຢູ່​ສະ­ໜາມ­ກິ­ລາ​ແຫ່ງ​ຊາດ ​ຫຼັກ 16 (ສະ­ໜາມ​ໃນ) ເປັນ​ການ​ພົບ​ກັນ​ລະ­ຫວ່າງ​ມາ​ສ​ເຕີ້​ເຊ​ເວັ້ນ ເອັຟ​ຊີ ຮອງ​ແຊັມໃນ​ປີ­ຜ່ານ­ມາ ​ພົບ​ກັບ​ ລາວ​ໂຕ​ໂຢ​ຕາ ເອັຟ​ຊີ ແຊ້ມ​ເກົ່າ 4 ສະ­ໄໝ ໂດຍ​ນັດ​ດັ່ງ­ກ່າວ ​ທັງ 2 ທີມ​ໄດ້​ສົ່ງ​ຜູ້​ຫຼິ້ນ​ຕົວ​ຫຼັກ​ລົງ​ສະ­ໜາມ ມາ​ສ​ເຕີ້​ເຊ​ເວັ້ນ ເອັຟ​ຊີ ນຳ​ທີມ​ໂດຍ​ຜູ້​ຮັກ­ສາ​ປະ­ຕູ​ນຳ SHOTO WADA ສັນ­ຊາດ​ຍີ່­ປຸ່ນ (ຫົວ­ໜ້າ​ທີມ) ຂະ­ນະ​ທີ່​ ລາວ​ໂຕ​ໂຢ​ຕາ ເອັຟ​ຊີ ນຳ​ທີມ​ໂດຍ​ ພິ​ທັກ ກອງ​ມາ​ທິ​ລາດ (ຫົວ­ໜ້າ​ທີມ).

ເລີ່ມ​ເກມ​ການ​ແຂ່ງ­ຂັນ​ທັງ 2 ທີມ ໄດ້​ພັດ​ປ່ຽນ​ກັນ​ເປີດ​ເກມ​ບຸກ ແລະ ຕັ້ງ​ຮັບ​ໃສ່​ກັນ​ຢ່າງ​ສຸດ​ມ່ວນ ຈົນ​ມາ​ຮອດ​ນາ­ທີ 38 ເປັນ​ທາງ​ດ້ານ​ ລາວ​ໂຕ​ໂຢ​ຕາ ສາ­ມາດ​ຍິງ​ປະ­ຕູ​ອອກ​ນຳ​ມາ​ສ​ເຕີ້​ເຊ​ເວັ້ນ ​ໄປ​ກ່ອນ 1-0 ປະ­ຕູ ຈາກ ​ໂລ້ ວິ­ພັດ ໂດຍ​ເກມ​ແຂ່ງ­ຂັນ​ທຳ­ທ່າ​ຈະ​ຈົບ​ລົງ​ດ້ວຍ​ຜົນ​ປະ­ຕູ​ດັ່ງ­ກ່າວ ຈົນ​ມາ​ຮອດ​ນາ­ທີ​ສຸດ​ທ້າຍ​ຂອງ​ການ​ຕໍ່​ເວ­ລາ 90+4 ເປັນ​ທາງ ກຽງ​ທະ­ວີ​ສັກ ໄຊ­ຊະ­ນະ​ປັນ­ຍາ​ ຂອງ​ມາ​ສ​ເຕີ້​ເຊ​ເວັ້ນ ເຂົ້າ​ໄປ​ຍິງ​ຕາມ​ຕີ​ສະ­ເໝີ​ ລາວ​ໂຕ​ໂຢ​ຕາ 1-1 ປະ­ຕູ ໄດ້​ສຳ­ເລັດ ເຮັດ​ໃຫ້​ຈົບ​ເກມ​ການ​ແຂ່ງ­ຂັນ​ ທັງ​ສອງ​ທີມ​ສະ­ເໝີ​ກັນ ແລະ ແບ່ງ​ກັນ​ໄປ​ທີມ​ລະ 1 ຄະ­ແນນ ຂະ­ນະ​ທີ່​ຜົນ​ການ​ແຂ່ງ­ຂັນ​ອີກ​ຄູ່​ທີ່​ແຂ່ງ­ຂັນ​ໃນ​ເວ­ລາ​ດຽວ​ກັນ ຢູ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ​ຫຼັກ 16 (ສະ­ໜາມ​ນອກ) ຊ້າງ​ນ້ອຍ​ ສະ­ເໝີ ​ເອ​ສະ​ຣາ 1-1 ສຳ­ລັບ​ຜົນ​ການ​ແຂ່ງ­ຂັນ​ຄູ່​ວັນ​ທີ 12 ຢູ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ​ຫຼັກ 16 (ສະ­ໜາມ​ໃນ) ປກສ ເອັຟ​ຊີ ຊະ­ນະ ວຽງ​ຈັນ ເອັຟ​ຊີ ຈາກ​ແຂວງ​ວຽງ​ຈັນ 2-1 ປະ­ຕູ.

ສ່ວນ​ຕາ­ຕະ­ລາງ​ການ​ແຂ່ງ­ຂັນ​ນັດ​ທີ 2 ມາ​ສ​ເຕີ້​ເຊ​ເວັ້ນ ຈະ​ແຂ່ງ­ຂັນ​ວັນ​ທີ 25 ກໍ­ລະ­ກົດ 2020 ເວ­ລາ 16:00 ໂມງ ພົບ​ກັບ​ ​ຊ້າງ​ນ້ອຍ ເອັຟ​ຊີ ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ​ ຫຼັກ 16 (ສະ­ໜາມ​ນອກ) ລາວ​ໂຕ​ໂຢ​ຕາ ເອັຟ​ຊີ ຈະ​ແຂ່ງ­ຂັນ​ນັດ​ທີ 2 ວັນ​ທີ 18 ກໍ­ລະ­ກົດ 2020 ເວ­ລາ 16:00 ໂມງ ພົບ​ກັບ ​ຊ້າງ​ນ້ອຍ ເອັຟ​ຊີ ແຂ່ງ­ຂັນ​ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ​ຫຼັກ 16 (ສະ­ໜາມ​ໃນ).

error: Content is protected !!