ເປີດນຳໃຊ້ລະບົບ AGRO-LINK ເພື່ອຊຸກຍູ້ການສົ່ງອອກ ແລະ ຫັນເປັນທັນສະໄໝ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມມືກັບ ບໍລິສັດ AIDC ຈັດພິທີເປີດນຳໃຊ້ລະບົບ AGRO LINK CENTER APPLICA TION(AGRO-LINK) ຢ່າງເປັນທາງການ ໃນວັນທີ 28 ພຶດສະພາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ປອ ເພັດ ພົມພີພັກ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍບັນດາຮອງລັດຖະມົນຕີ ຫົວໜ້າ-ຮອງຫົວ ໜ້າກົມ ປະທານບໍລິສັດ AIDC ແລະ ແຂກຖືກເຊີນເຂົ້າຮ່ວມ.

ການພັດທະນາ ແລະ ເປີດນຳໃຊ້ລະບົບ AGRO-LINK ໃນຄັ້ງນີ້ ແມ່ນບາດກ້າວອັນສຳຄັນໃນການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການ ຄຸ້ມຄອງ ແລະ ຕິດຕາມ ກວດກາການນຳເຂົ້າ-ສົ່ງອອກສິນຄ້າກະສິກຳຢ່າງມີປະສິດທິພາບ ເຊື່ອມໂຍງຂໍ້ມູນ ສ້າງຄວາມເປັນເອກະພາບກັບບັນດາຂະ      ແໜງການທີ່ກ່ຽວຂ້ອງ ອຳນວຍຄວາມສະດວກ ຫຼຸດຜ່ອນຕົ້ນທຶນ ປະຢັດເວລາ ແລະ ຫຼຸດຂັ້ນຕອນທີ່ຊັບຊ້ອນໃຫ້ແກ່ຜູ້ປະກອບການ ເຮັດໃຫ້ຕົວເລກການສົ່ງອອກມີຄວາມຊັດເຈນ ແລະ ວ່ອງໄວຂຶ້ນ.

ໂຄງການນີ້ ເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ມະຕິ 04/ກມສພ ແລະ ມະຕິ 05/ລບ ກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບມອບໝາຍໃຫ້ຊຸກຍູ້ການຜະລິດພາຍໃນໃຫ້ແຂງແຮງ ເພື່ອຫຼຸດຜ່ອນການນຳເຂົ້າ ແລະ ເພີ່ມທະວີການສົ່ງອອກໄປຕ່າງປະເທດ.

ລະບົບ AGRO-LINK ຈະເປັນເຄື່ອງມືຫຼັກໃນການຊ່ວຍຊຸກຍູ້ໃຫ້ບັນລຸຄາດໝາຍສູ້ຊົນ ທີ່ສະພາແຫ່ງຊາດຮັບຮອງ ເປັນຕົ້ນແມ່ນ ຮັກສາລະດັບການຂະຫຍາຍຕົວຂອງຂະແໜງກະສິກຳ ໃຫ້ໄດ້ສະເລ່ຍ 4,1% ຕໍ່ປີ ຊຸກຍູ້ການປະກອບສ່ວນເຂົ້າໃນ GDP ໃຫ້ໄດ້ 20,7% ຊຸກຍູ້ມູນຄ່າການສົ່ງອອກສິນຄ້າກະສິກຳໃຫ້ບັນລຸ 1,9 ຕື້ໂດລາສະຫະລັດ ຕໍ່ປີ.

ການເປີດໂຕແອັບພລິເຄຊັນໃນຄັ້ງນີ້ ຖືເປັນຂີດໝາຍໃໝ່ຂອງຂະແໜງກະສິກຳລາວ ໃນການຫັນເປັນດິຈິຕອນຢ່າງເຕັມຮູບແບບ ຮັບປະກັນຄວາມໂປ່ງໃສ ແລະ ສ້າງຄວາມກຽມພ້ອມໃຫ້ແກ່ການແຂ່ງຂັນໃນເວທີສາກົນ.

error: Content is protected !!