ວັນທີ 11 ກໍລະກົດ 2020 ຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 (ສະໜາມໃນ) ໄດ້ມີການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020 ນັດສຸດທ້າຍປະຈຳທິດ ເປັນການພົບກັນລະຫວ່າງ ປກສ ເອັຟຊີ ພົບ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ ນັດນີ້ຄູເຝີກ ປກສ ທ່ານ ບຸນມາ ປະຖຳມະວົງ ໄດ້ສົ່ງຜູ້ຫຼີ້ນລົງສະໜາມ ໂດຍມີນັກເຕະຕົວຫຼັກນຳທີມໂດຍ ຕ້າ ພີມມະທອງ ຫົວໜ້າທີມ ຂະນະທີ່ວຽງຈັນ ເອັຟຊີ ນຳທີມໂດຍ ສຸກສະຫວັດ ຫຼວງລາດ (ຫົວໜ້າທີມ) ແລະ TAKUTA WATANABE SHUTHA ISHINO ນັກເຕະຈາກສັນຊາດຍີ່ປຸ່ນ.

ການແຂ່ງຂັນຜົນປາກົດວ່າ ສະໂມສອນ ປກສ ເອັຟຊີ ສາມາດພິກແຊງຊະນະວຽງຈັນ ເອັຟຊີ ຈາກແຂວງວຽງຈັນ 2-1 ປະຕູ ໂດຍ ວຽງຈັນ ເອັຟຊີ ໄດ້ປະຕູຂຶ້ນນຳກ່ອນໃນເຄິ່ງເວລາທຳອິດຈາກ ພຸດ ໄມພອນ ນາທີ 25 ເຄິ່ງເວລາສອງ ປກສ ເອັຟຊີ ໄດ້ 2 ປະຕູ ຈາກ ສຸລິພອນ ໄຊປັນຍາ ນາທີ 46 ແລະ ນາທີ 57 ຈາກໄຊຊະນະດັ່ງກ່າວ ສົ່ງຜົນໃຫ້ ປກສ ເອັຟຊີ ເກັບ 3 ຄະແນນທຳອິດ ພ້ອມທັງຂຶ້ນເປັນທີມນຳການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020.

ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປ ປກສ ເອັຟຊີ ຈະລົງສະໜາມນັດທີສອງ ພົບກັບ ເອສະຣາ ແຂ່ງຂັນວັນທີ 19 ກໍລະກົດ 2020 ເວລາ 16:00 ໂມງ ແຂ່ງຂັນຢູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 (ສະໜາມໃນ) ຂະນະທີ່ ວຽງຈັນ ເອັຟຊີ ຈະລົງສະໜາມນັດທີສອງ ພົບກັບ ວຽງຈັນ ເອັຟທີ ແຂ່ງຂັນວັນທີ 18 ກໍລະກົດ 2020 ເວລາ 16:00 ໂມງ ແຂ່ງຂັນຢູ່ທີ່ສະໝາມກີລາແຫ່ງຊາດ ຫຼັກ 16 (ສະໝາມໃນ).