ອຸບັດຕິເຫດທາງຖະໜົນມັນ ບໍ່ໄດ້ເລຶອກເກີດຂຶ້ນກັບເພດໄວ ບໍ່ໄດ້ເລຶອກເກີດກັບຊົນຊັ້ນວັນນະ ແລະ ອາຊີບການງານຂອງຄົນເຮົາ ແຕ່ມັນເກີດຂຶ້ນມາຈາກພຶດຕິກຳຂອງຄົນເຮົານັ້ນເອງ ທີ່ມີຄວາມປະໝາດ ຂາດສະຕິ ຖືເບົາເລື່ອງການຂັບຂີ່ລົດ ສະຫຼຸບລວມແລ້ວຄືບໍ່ເຄົາລົບກົດລະບຽບຈະລາຈອນທາງບົກຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ບັນຫາໃຫຍ່ຕາມມາຄືການສູນເສຍເງິນຄຳ ຊັບສິນສ່ວນຕົວ ສ່ວນລວມ ເຮັດໃຫ້ຄົນບໍລິສຸດຕ້ອງໄດ້ຮັບບາດເຈັບສາຫັດ ສູນເສຍອະໄວຍະວະທີ່ສຳຄັນຂອງຮ່າງກາຍ ແລະ ເສຍຊີວິດແບບກະທັນຫັນ.
ຈາກຂໍ້ມູນການເກີດອຸບັດເຫດທົ່ວປະເທດ ປະຈຳເດືອນມິຖຸນາ 2020 ຂອງກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຊາບວ່າ: ໃນເດືອນມິຖຸນາຜ່ານມາ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 453 ກໍລະນີ ມີຄົນເສຍຊີວິດຈຳນວນ 105 ຄົນ ຍິງ 19 ຄົນ ທຽບໃສ່ເດືອນພຶດສະພາ 2020 ການເກີດອຸບັດເຫດທົ່ວປະເທດແມ່ນເພີ່ມຂຶ້ນ 85 ກໍລະນີ ແລະ ຜູ້ເສຍຊີວິດກໍເພີ່ມຂຶ້ນເຊັ່ນດຽວກັນ 59 ຄົນ ເຊິ່ງນະຄອນຫຼວງວຽງຈັນ ຍັງມີຜູ້ເສຍຊີວິດຫຼາຍກວ່າແຂວງອື່ນໆ.
ຈາກສະພາບການເກີດອຸບັດເຫດໃນແຕ່ລະຄັ້ງ ເຮັດໃຫ້ມີພາຫະນະເປ່ເພທັງໝົດ 807 ຄັນ ໃນນີ້ ເປ່ເພເລັກໜ້ອຍ 371 ຄັນ ສົມຄວນ 406 ຄັນ ໃຊ້ການບໍ່ໄດ້ 30 ຄັນ ມີຄົນໄດ້ຮັບບາດເຈັບທັງໝົດ 651 ຄົນ ຍິງ 136 ຄົນ ໃນນີ້ ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 290 ຄົນ ສົມຄວນ 275 ຄົນ ສາຫັດ 85 ຄົນ ແລະ ເສຍຊີວິດທັງໝົດ 105 ຄົນ.
ສ່ວນສະຖິຕິການເກີດອຸບັດເຫດ ໃນແຕ່ລະແຂວງ ປະກອບມີດັ່ງນີ້: ນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນ 76 ຄັ້ງ ເສຍຊີວິດ 13 ຄົນ ຜົ້ງສາລີ 9 ຄັ້ງ ເສຍຊີວິດ 1 ຄົນ ອຸດົມໄຊ 28 ຄັ້ງ ເສຍຊີວິດ 6 ຄົນ ຫຼວງນ້ຳທາ 19 ຄັ້ງ ເສຍຊີວິດ 8 ຄົນ ບໍ່ແກ້ວ 7 ຄັ້ງ ເສຍຊີວິດ 2 ຄົນ ໄຊຍະບູລີ 37 ຄັ້ງ ເສຍຊີວິດ 10 ຄົນ ຫຼວງພະບາງ 26 ຄັ້ງ ເສຍຊີວິດ 4 ຄົນ ຫົວພັນ 6 ຄັ້ງ ເສຍຊີວິດ 3 ຄົນ ຊຽງຂວາງ 6 ຄັ້ງ ເສຍຊີວິດ 0 ຄົນ ໄຊສົມບູນ 2 ຄັ້ງ ເສຍຊີວິດ 0 ຄົນ ວຽງຈັນ 52 ຄັ້ງ ເສຍຊີວິດ 8 ຄົນ ບໍລິຄຳໄຊ 27 ຄັ້ງ ເສຍຊີວິດ 11 ຄົນ ຄຳມ່ວນ 2 ຄັ້ງ ເສຍຊີວິດ 1 ຄົນ ສະຫວັນນະເຂດ 48 ຄັ້ງ ເສຍຊີວິດ 11 ຄົນ ສາລະວັນ 20 ຄັ້ງ ເສຍຊີວິດ 9 ຄົນ ຈຳປາສັກ 66 ຄັ້ງ ເສຍຊີວິດ 11 ຄົນ ເຊກອງ 12 ຄັ້ງ ເສຍຊີວິດ 1 ຄົນ ແລະ ແຂວງອັດຕະປື 10 ຄັ້ງ ເສຍຊີວິດ 6 ຄົນ.
ເພື່ອຫຼີກລ່ຽງຈາກບັນຫາອຸບັດເຫດທີ່ຈະເກີດຂຶ້ນນັ້ນ ທຸກໆຄົນຕ້ອງປ່ຽນພຶດຕິກຳຄືນໃໝ່ໃນການຂັບຂີ່ ຕ້ອງປະຕິບັດຕາມກົດລະບຽບຈະລາຈອນທາງບົກ (ຄຳສັ່ງ 06/ນຍ) ຢ່າງເຂັ້ມງວດ ໂດຍເອົາໃຈໃສ່ເປັນພິເສດໃນການຄວບຄຸມຄວາມໄວ ດື່ມສິ່ງມຶນເມົາແລ້ວບໍ່ຂັບຂີ່ລົດ ແລະ ອື່ນໆ ນອກຈາກນີ້ ຕ້ອງຂັບຂີ່ຢ່າງມີມາລະຍາດ ມີການຜ່ອນຜັນ ເຫັນອົກເຫັນໃຈເຊິ່ງກັນ ແລະ ກັນ ຕ້ອງຍອມເສຍສະຫຼະ ແລະ ປ່ອຍສິດໃຫ້ແກ່ກັນ ຖ້າພວກເຮົາຫາກປະຕິບັດໄດ້ຄືແນວນີ້ ກໍຈະຊ່ວຍຫຼຸດຜ່ອນອຸບັດເຫດໄດ້ຫຼາຍສົມຄວນ.