ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ບໍລິສັດ ເບຍລາວ ຈຳກັດ ສືບຕໍ່ສ້າງຜົນສຳເລັດໃນການດຳເນີນການປູກເຂົ້າລະດູນາແຊງປີ 2025–2026, ສາມາດເກັບກ່ຽວຜົນຜະລິດເຂົ້າໄດ້ຫຼາຍກວ່າ 1.500 ໂຕນ, ພ້ອມສືບຕໍ່ນຳໃຊ້ເຕັກນິກການປູກເຂົ້າແບບປຽກສະ ຫຼັບແຫ້ງ (AWD) ເຊິ່ງເປັນອົງປະກອບສໍາຄັນໃນການຂັບເຄື່ອນກະສິກໍາແບບຟື້ນຟູຂອງ ບໍລິສັດເບຍລາວ.

ໂດຍການເຮັດວຽກຮ່ວມກັບສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ທີ່ຂຶ້ນກັບ ສະຖາບັນຄົ້ນຄວ້າກະສິກໍາ, ສິ່ງແວດລ້ອມ ແລະ ພັດ ທະນາຊົນນະບົດ, ເນັ້ນການຄວບຄຸມຄຸນນະພາບການປູກໃຫ້ໄດ້ມາດຕະຖານກະສິກຳທີ່ດີ (AWD), ກະສິກໍາອິນຊີ (Organic) ແລະ ສືບຕໍ່ຂະຫຍາຍການນໍາໃຊ້ເຕັກນິກການປູກເຂົ້າແບບປຽກສະຫຼັບແຫ້ງ (AWD), ໂດຍເຕັກນິກດັ່ງກ່າວຖືເປັນນະວັດຕະກຳຫຼັກໃນແນວທາງກະສິກຳແບບຟື້ນຟູພາຍໃຕ້ແນວຄິດປະສົມປະສານລະຫວ່າງການເຮັດນາປູກເຂົ້າມາດຕະຖານກະສິກຳທີ່ດີ ບວກກັບການນໍາໃຊ້ເຕັກນິກການປູກເຂົ້າແບບປຽກສະຫຼັບແຫ້ງ (AWD), ເຊິ່ງແຕກຕ່າງຈາກວິທີການປູກເຂົ້າແບບດັ້ງເດີມທີ່ຕ້ອງຂັງນ້ຳໃນນາຢ່າງຕໍ່ເນື່ອງ, ໂດຍເຕັກນິກນີ້ຈະປ່ອຍໃຫ້ນາແຫ້ງເປັນໄລຍະເພື່ອເພີ່ມປະສິດທິພາບໃນການຈັດການຊັບພະຍາກອນນ້ຳ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ.

ທ່ານ ຄຳແສນ ສົມພານດີ, ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ ປາກງື່ມໃຫ້ສໍາພາດວ່າ: ການນຳໃຊ້ເຕັກນິກ AWD ຖືເປັນແນວທາງທີ່ສຳຄັນໃນການພັດທະນາກະສິກຳແບບຍືນຍົງຂອງ ສປປ ລາວ ເນື່ອງຈາກສາມາດປະຢັດນ້ຳ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊ່ວຍໃຫ້ຊາວນາມີຜົນຜະລິດທີ່ດີຂຶ້ນ. ພ້ອມກັນນີ້ ການຮ່ວມມືລະຫວ່າງ ບໍລິສັດ ເບຍລາວ ແລະ ຊຸມ ຊົນຊາວນາ ຍັງເປັນກົນໄກສຳຄັນ ໃນການຖ່າຍທອດຄວາມຮູ້, ພັດທະນາມາດຕະຖານການຜະລິດ ແລະ ສ້າງຕະຫຼາດຮອງຮັບຜົນຜະລິດໃຫ້ແກ່ຊາວນາຢ່າງຍືນຍົງ.

ທ່ານ ສິດທິໄຊ ເກດຕະວົງ ຄະນະອໍານວຍການ ແລະ ຊີ້ນໍາວຽກກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ຈໍາກັດ ໃຫ້ສໍາພາດວ່າ: ຜົນສຳເລັດສຳຄັນຂອງໂຄງການໃນລະດູນາແຊງ 2025–2026 ຄື ການສາມາດເກັບກ່ຽວເຂົ້າໄດ້ຫຼາຍກວ່າ 1.500 ໂຕນ ພ້ອມກັບການຂະຫຍາຍເນື້ອທີ່ການຜະລິດ ແລະ ຈຳນວນຄອບຄົວຊາວນາເຂົ້າຮ່ວມໂຄງການຢ່າງຕໍ່ເນື່ອງ. ສຳລັບເຕັກນິກ AWD ແມ່ນຖືກຍົກໃຫ້ເປັນ “ຫົວໃຈຫຼັກ” ຂອງໂຄງການ ເນື່ອງຈາກສາມາດຊ່ວຍປະຢັດນ້ຳໄດ້ເຖິງ 30 ສ່ວນຮ້ອຍ ແລະ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໄດ້ເຖິງ 50 ສ່ວນຮ້ອຍ. ໃນອະນາຄົດ ທາງໂຄງການ ຈະສືບຕໍ່ຂະຫຍາຍແນວທາງການເຮັດກະສິກຳແບບຟື້ນຟູ ແລະ ສົ່ງເສີມການນຳໃຊ້ AWD ໃນພື້ນທີ່ການປູກເຂົ້າຫຼາຍຂຶ້ນ ເພື່ອສ້າງຄວາມຍືນຍົງໃຫ້ແກ່ພາກກະສິກຳຂອງລາວ.


ທາງດ້ານກຸ່ມຊາວນາທີ່ເຂົ້າຮ່ວມໂຄງການ ໄດ້ໃຫ້ຮູ້ວ່າ ຫຼັງຈາກນຳໃຊ້ເຕັກນິກ AWD ສາມາດຫຼຸດການນຳໃຊ້ນ້ຳໄດ້ຫຼາຍ ພ້ອມທັງຊ່ວຍໃຫ້ຕົ້ນທຶນການຜະລິດຫຼຸດລົງ ແລະ ຜົນຜະລິດມີຄຸນນະພາບດີຂຶ້ນ. ນອກຈາກນີ້ ການເຂົ້າຮ່ວມໂຄງການ ຍັງຊ່ວຍໃຫ້ຄອບຄົວຊາວນາມີລາຍຮັບເພີ່ມຂຶ້ນ ມີຕະຫຼາດຮັບຊື້ຜົນຜະລິດທີ່ແນ່ນອນ ແລະ ມີຄຸນນະພາບຊີວິດທີ່ດີຂຶ້ນ.

ຕະຫຼອດໄລຍະເວລາ 6 ປີຜ່ານມາ ໂຄງການໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ຈາກຈຸດເລີ່ມຕົ້ນທີ່ມີເນື້ອທີ່ຜະລິດເຂົ້າພຽງ 16 ເຮັກຕາ ແລະ ມີສະມາຊິກຊາວນາໃນໂຄງການພຽງ 14 ຄອບຄົວ ປະຈຸບັນສາມາດຂະຫຍາຍເນື້ອທີ່ຜະລິດເຂົ້າໄດ້ຫຼາຍກວ່າ 600 ເຮັກຕາ ກວມເອົາເມືອງ ຫາດຊາຍຟອງ, ໄຊທານີ ແລະ ປາກງື່ມ, ໃນນັ້ນມີເນື້ອທີ່ຜະລິດເຂົ້າກະສິກໍາອິນຊີ (Organic) ຈໍານວນ 15 ເຮັກຕາ ແລະ ສາມາດເຕົ້າໂຮມຊາວນາເຂົ້າຮ່ວມໂຄງການໄດ້ຫຼາຍກວ່າ 400 ຄອບຄົວ ເຮັດໃຫ້ຊາວນາທີ່ເຂົ້າຮ່ວມໄດ້ຮັບຜົນປະໂຫຍດໂດຍກົງຈາກບໍລິສັດ, ມີການຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃນກຸ່ມເປັນປະຈຳ, ຄຸນນະພາບຂອງວັດຖຸດິບມີຄວາມສະຖຽນ, ລາຄາຕົ້ນທຶນການຜະລິດຫຼຸດລົງ, ຊາວນາມີລາຍຮັບເພີ່ມຂຶ້ນ ແລະ ເຮັດໃຫ້ມີຄວາມໝັ້ນຄົງທາງດ້ານອາຊີບ, ກ້າວໄປເຖິງການສະໜອງວັດຖຸດິບທ້ອງຖິ່ນທີ່ມີມາດຕະຖານສູງຂຶ້ນ.



ຄວາມສຳເລັດຂອງໂຄງການ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ບໍລິສັດເບຍລາວ ໃນການສົ່ງເສີມກະສິກຳແບບຍືນຍົງ, ການນຳໃຊ້ວັດຖຸດິບພາຍໃນປະເທດ ແລະ ການສ້າງຜົນປະໂຫຍດຮ່ວມກັນລະຫວ່າງພາກທຸລະກິດ, ພາກລັດ ແລະ ຊຸມຊົນຊາວນາ ເພື່ອພັດທະນາພາກກະສິກຳຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງໃນອະນາຄົດ.