ລາວ-ຈີນ ລົງເລິກຮ່ວມມືວາງແຜນທີ່ດິນຍົກລະດັບວິຊາການ 16 ແຂວງທົ່ວປະເທດ

ສປປລາວ ແລະ ສປ ຈີນ ໄດ້ຮ່ວມມືຍົກລະດັບການຄຸ້ມຄອງຊັບພະຍາກອນທີ່ດິນລາວສູ່ມາດຕະຖານໃໝ່ ໂດຍໃຊ້ຊ່ຽວຊານລະດັບຊາດ ຈາກ ສປ ຈີນ ມາຖ່າຍທອດໃຫ້ຄວາມຮູ້ດ້ານເຕັກໂນໂລຊີ ທັງພາກທິດສະດີ ແລະ ການປະຕິບັດຕົວຈິງໃນການສຳຫຼວດທາງທໍລະນີສາດ ແລະ ການວາງແຜນທີ່ດິນແບບຄົບວົງຈອນ ໃຫ້ແກ່ວິຊາການທີ່ເຮັດວຽກງານທີ່ກ່ຽວຂ້ອງກັບ ການຄຸ້ມຄອງທີ່ດິນ ການປົກປັກຮັກສາສິ່ງແວດລ້ອມກະສິກຳ 16 ແຂວງໃນລາວ ແນໃສ່ເພື່ອສ້າງຄວາມໝັ້ນຄົງດ້ານສິ່ງແວດລ້ອມ ແລະ ເສດຖະກິດໃຫ້ລາວມີຄວາມຍືນຍົງ.

ໂຄງການວາງແຜນນຳໃຊ້ຊັບພະຍາກອນທີ່ດິນແຫ່ງຊາດ “ຊ່ວຍເຫຼືອລາວ” ໄດ້ເປີດເຝິກອົບຮົມຂຶ້ນວັນທີ 11 ຫາວັນທີ 20 ພຶດສະພາ 2026 ທີ່ນະຄອນຫຼວງວຽງຈັນ  ໂດຍການຮ່ວມມືລະຫວ່າງ ກະຊວງການຄ້າແຫ່ງ ສປ ຈີນ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ເພື່ອສະເຫຼີມສະຫຼອງສາຍພົວພັນການທູດຄົບຮອບ 65 ປີ ມີທ່ານ ວີລະນະ ສອນນະສິນ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກຳ  ແລະ ສິ່ງແວດລ້ອມ ທ່ານ ສີສຸລາດ ລາດຊະສີສິນ ຮອງຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ທ່ານ ພູຄຳ ວົງວິຈິດ ປະທານມູນນິທິພັດທະນາລ້ານຊ້າງ-ແມ່ນ້ຳຂອງ ທ່ານ Zhou Yongheng ຫົວໜ້າຜູ້ຮັບຜິດຊອບໂຄງການວາງແຜນນຳໃຊ້ຊັບພະຍາກອນທີ່ດິນແຫ່ງຊາດ ຊ່ວຍເຫຼືອລາວ ພ້ອມດ້ວຍວິທະຍາກອນລະດັບຊ່ຽວຊານ ຈາກ ສປ ຈີນ ແລະ ສຳມະນາກອນຈາກລາວເຂົ້າຮ່ວມ.

ຊຸດເຝິກອົບຮົມຄັ້ງນີ້ຈະດຳເນີນເປັນເວລາ 10 ວັນ ເຊິ່ງມີວິຊາການກວ່າ 50 ທ່ານ ທີ່ມາຈາກ 16 ແຂວງທົ່ວປະເທດເຂົ້າຮ່ວມໂດຍຈະລົງເລີກສຸມໃສ່ 4 ຂົງເຂດໃຫຍ່ໃນວຽກງານດັ່ງກ່າວຄື: ການຄຸ້ມຄອງທີ່ດິນ ການປົກປັກຮັກສາສິ່ງແວດລ້ອມກະສິກຳ ການສຳຫຼວດແຫຼ່ງນ້ຳ ແລະ ທໍລະນີສາດ-ບໍ່ແຮ່ ເນັ້ນໃສ່ການສຳຫຼວດທໍລະນີເຄມີຄຸນນະພາບທີ່ດິນ ການປະເມີນອຸທົກກະທໍລະນີ ເຕັກນິກການສຳຫຼວດແຮ່ທາດແຂງ ການສ້າງແຜນທີ່ທໍລະນີເຄມີ ການລະບຸໄພພິບັດທາງທໍລະນີສາດ ເພື່ອສົ່ງເສີມຄວາມສາມາດໃນການວາງແຜນດ້ວຍຕົນເອງຂອງວິຊາການລາວໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ.

ໂອກາດນີ້ ທ່ານ ວີລະນະ ສອນນະສິນ ຫົວໜ້າກົມຄຸ້ມຄອງທີ່ດິນ ໄດ້ຕາງໜ້າໃຫ້ສຳມະນາກອນລາວ ກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຝ່າຍຈີນທີ່ໃຫ້ການຊ່ວຍເຫຼືອລາວມາໂດຍຕະຫຼອດພ້ອມທັງເນັ້ນໜັກວ່າ: “ຝ່າຍລາວຈະກຳແໜ້ນໂອກາດໃນການຮຽນຮູ້ນີ້ຢ່າງເຕັມທີ່ ເພື່ອຕັ້ງໜ້າຖອດຖອນບົດຮຽນທາງດ້ານແນວຄວາມຄິດທີ່ກ້າວໜ້າ ແລະ ປະສົບການພາກປະຕິບັດຕົວຈິງຂອງຈີນ ໃນການສຳຫຼວດຊັບພະຍາກອນ ແລະ ການວາງແຜນທີ່ດິນ ເພື່ອຍົກລະດັບຄວາມສາມາດວິຊາສະເພາະຂອງພະນັກງານແຖວໜ້າໃຫ້ເປັນລະບົບ ແລະ ທັນສະໄໝ.

ທ່ານ ໂຈ່ວຢົງເຫິງ ຫົວໜ້າຜູ້ຮັບຜິດຊອບໂຄງການ ໄດ້ກ່າວຢືນຢັນເຖິງຄວາມໝຸ່ງໝັ້ນຂອງຝ່າຍຈີນວ່າ: “ຝ່າຍຈີນຈະສືບຕໍ່ຖ່າຍທອດເຕັກໂນໂລຊີ ແລະ ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນລາວ ເພື່ອຊ່ວຍໃຫ້ລາວສ້າງຄວາມໝັ້ນຄົງດ້ານຊັບພະຍາກອນ ແລະ ກະກຽມສິ່ງກີດຂວາງທາງລະບົບນິເວດອັນແຂງແກ່ນ ສິ່ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການສ້າງສາແລວທາງເສດຖະກິດຈີນ-ລາວ ແລະ ເຮັດໃຫ້ການເປັນຄູ່ຮ່ວມຊາຕາກຳ ຈີນ-ລາວ ເລິກເຊິ່ງ ແລະ ໜັກແໜ້ນຍິ່ງໆຂຶ້ນ.

ໂຄງການນີ້ໄດ້ນຳເອົາຄູອາຈານຊັ້ນນຳຈາກມະຫາວິທະຍາໄລທໍລະນີສາດຈີນ ແລະ ມະຫາວິທະຍາໄລຈີລິນ ມາແບ່ງປັນເຕັກນິກລະດັບສູງ ເຊັ່ນ: ການນຳໃຊ້ Remote Sensing (ໂທລະສຳຜັດ) ແລະ ການສຳຫຼວດທໍລະນີເຄມີ ຜ່ານມາໂຄງການໄດ້ສຳເລັດການສຳຫຼວດຄຸນນະພາບທີ່ດິນໄປແລ້ວເກືອບ 10.000 ຕາລາງກິໂລແມັດ ແລະ ສ້າງແຜນປ້ອງກັນໄພພິບັດທາງທໍລະນີສາດຢ່າງເປັນລະບົບ ເຊິ່ງເປັນພື້ນຖານສຳຄັນໃຫ້ແກ່ການວາງແຜນພັດທະນາແຫ່ງຊາດໃນຕໍ່ໜ້າ.

error: Content is protected !!