ເມື່ອບໍ່ດົນມານີ້, ທ່ານທູດ ເມແກນ ຈອນສ໌ ເຂົ້າຢ້ຽມພົບ ປະ ທ່ານ ດຣ ກິແກ້ວ ໄຂຄຳພິທູນ, ປະທານສູນກາງແນວລາວສ້າງຊາດເພື່ອປຶກສາຫາລື ແລະຢືນຢັນການຮ່ວມມືທີ່ມີມາແຕ່ດົນນານລະຫວ່າງອົດສະຕຣາລີ ແລະສປປ ລາວ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນການພັດ ທະນາ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

ທ່ານທູດເມແກນ ໄດ້ສະແດງຄວາມຊົມເຊີຍທີ່ທ່ານໄດ້ຖຶກແຕ່ງຕັ້ງເປັນປະທານສູນກາງແນວລາວສ້າງຊາດ ແລະ ສະ ແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງທ່ານໃນໄລ ຍະທີ່ຜ່ານມາ, ໂດຍສະເພາະແມ່ນໃນໄລຍະທີ່ທ່ານເປັນປະ ທານຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ. ທ່ານທູດ ກ່າວວ່າ ອົດສະຕຣາລີຫາກໍ່ເປີດເຜີນແຜນງົບປະມານແຫ່ງຊາດຂອງຕົນເມື່ອບໍ່ດົນມານີ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ຈະສະ ໜັບສະໜູນການສ້າງສັນຕິພາບ, ສະຖຽນນະພານແລະຄວາມຈະເລີນຮຸ່ງເຮືອງໃນອິນໂດ-ປາຊີຟິກ ແລະ ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນຂອງອົດສະຕຣາລີທີ່ຈະເປັນຄູ່ຮ່ວມມືທີ່ເຊື່ອຖືໄດ້ຂອງສປປລາວ ເຖິງແມ່ນວ່າສະພາບ ການໂລກຈະມີການປ່ຽນແປງ.
ທ່ານ ດຣ ກິແກ້ວ ຍິນດີຮັບເອົາການຊ່ວຍຂອງອົດສະຕຣາລີ ແລະ ກ່າວວ່າ ແນວລາວສ້າງຊາດມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນການພັດທະນາຂອງສປປລາວ.

ທ່ານຍົກໃຫ້ເຫັນເຖິງບົດບາດ ແລະໜ້າທີ່ຂອງແນວລາວສ້າງຊາດ ໃນການ ເຮັດວຽກຮ່ວມກັບຊຸມຊົນ ແລະສະ ໜັບສະໜູນຄວາມຕ້ອງການຂອງປະຊາຊົນລາວ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ.
ທ່ານທູດ ແລະ ທ່ານ ດຣ ກິແກ້ວ ໄດ້ປຶກສາຫາລືກ່ຽວກັບການຮ່ວມມືຂອງອົດສະຕຣາລີກັບອົງການຈັດຕັ້ງມະຫາ ຊົນ, ລວມທັງໂຄງການສະໜັບສະໜູນພໍ່ແມ່ຜູ້ປົກຄອງໂດຍຜ່ານສະຫະພັນແມ່ຍິງລາວ ແລະແນວລາວສ້າງຊາດ, ເຊິ່ງໄດ້ເຂົ້າເຖິງ ປະຊາຊົນບ້ານຕ່າງໆ. ສອງຝ່າຍຍັງປຶກສາຫາລືກ່ຽວກັບການຮ່ວມມືໃນຂະແໜງສາທາລະນະສຸກ ແລະ ການສຶກສາ, ລວມທັງການສະໜັບສະໜູນດ້ານໂພຊະນາການ, ການສັກຢາປ້ອງກັນພະຍາດ, ການສອນພາສາໃຫ້ເດັກນ້ອຍຢູ່ເຂດຊົນນະບົດ.
ທ່ານ ດຣ ກິແກ້ວ ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງອະດິດນັກສຶກສາທີ່ໄດ້ຮັບທຶນລັດຖະບານອົດສະຕຣາລີ ແລະ ໂຄງການຝຶກອົບຮົມຂອງອົດສະຕຣາລີທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາຂອງສປປລາວ.
ທ່ານທູດ ໄດ້ຍົກໃຫ້ເຫັນເຖິງການຮ່ວມມືທີ່ເພີ່ມຂຶ້ນທາງດ້ານເສດຖະກິດລະຫວ່າງອົດສະຕຣາລີ ແລະສປປລາວ, ລວມທັງການລົງທຶນຂອງພາກເອກະຊົນທີ່ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ, ການພັດທະນາທັກສະ ແລະ ການຈ້າງງານທຳແບບມີສ່ວນຮ່ວມ ໂດຍສະເພາະໃນກຸ່ມແມ່ຍິງ ແລະ ຊາວໜຸ່ມ.
ສອງຝ່າຍເຫັນດີຊອກຊ່ອງທາງ ເພື່ອສົ່ງເສີມສາຍພົວພັນລະຫວ່າງປະຊາຊົນຂອງສອງປະເທດ, ລວມທັງການແລກປ່ຽນ ວິຊາການ, ການຝຶກອົບຮົມ ແລະ ການຈັດເສວະນາກ່ຽວກັບສະພາບການຂອງພາກພື້ນ ແລະຂອງໂລກ. ທ່ານ ດຣ ກິແກ້ວ ຍິນດີກັບການຮ່ວມມື ລະຫວ່າງແນວລາວສ້າງຊາດ ແລະ ສະຖານທູດອົດສະຕຣາລີ.