ສະພາປະຊາຊົນນະຄອນຫຼວງວຽງຈັນ-ສະພາປະຊາຊົນນະຄອນຫຼວງຮ່າໂນ້ຍ ສືບຕໍ່ເສີມຂະຫຍາຍການຮ່ວມມືສອງຝ່າຍ

ພິທີພົບປະສອງຝ່າຍລະຫວ່າງສະພາປະຊາຊົນນະຄອນ ຫຼວງວຽງຈັນ ສປປ ລາວ ແລະ ສະພາປະ ຊາຊົນນະຄອນ ຫຼວງຮ່າໂນ້ຍ ສສ ຫວຽດນາມ ຈັດຂຶ້ນວັນທີ 12 ພຶດສະ ພາ ຜ່ານມາ ຢູ່ສະພາປະຊາຊົນນະຄອນຫວງຮ່າໂນ້ຍ ເຊິ່ງຝ່າຍນະຄອນຫຼວງວຽງຈັນນໍາໂດຍສະຫາຍ ປອ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະ ພັກ ປະທານສະພາປະຊາຊົນນະຄອນຫຼວງວຽງວຽງຈັນ ຝ່າຍນະ ຄອນຫຼວງຮ່າໂນ້ຍ ນໍາໂດຍສະຫາຍນາງ ຟຸ່ງ ຖິ ຮົ່ງ ຮ່າ ຮອງເລຂາຄະນະພັກ ປະທານສະພາປະຊາ ຊົນນະ ຄອນຫຼວງຮ່າໂນ້ຍ ໂດຍມີທ່ານ ບຸນຍູ້ ໄຊປັນຍາ ອັກຄະລັດຖະທູດທີ່ປຶກສາສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງນະຄອນ ຫຼວງວຽງ ຈັນ ຄັ້ງນີ້ ເປັນການນໍາເອົາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ ສອງລັດ ຖະບານ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າສະເພາະການນໍາເອົາຄວາມສາມັກຄີຮັກແພງອັນອົບອຸ່ນຂອງອົງຄະນະພັກ ສະພາປະຊາຊົນ ອົງການປົກຄອງ ຕະ ຫຼອດຮອດພະນັກງານລັດຖະກອນ ແລະ ປະຊາຊົນຊາວນະຄອນ ຫຼວງວຽງຈັນ ມາສູ່ອົງຄະນະພັກ ສະພາປະຊາ ຊົນ ຄະນະກຳມະການປະຊາຊົນ ຕະຫຼອດຮອດພະນັກງານລັດຖະກອນ ແລະ ປະຊາຊົນຊາວນະຄອນຫຼວງຮ່າໂນ້ຍ ທັງເປັນການເປີດກວ້າງການຮ່ວມມືລະຫວ່າງອົງ ການອໍານາດລັດຂັ້ນທ້ອງຖິ່ນ ກໍຄືອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນສອງນະ ຄອນຫຼວງ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ໂອກາດນີ້ ສອງຝ່າຍກໍໄດ້ລາຍງານສະພາບການຈັດຕັ້ງປະ ຕິບັດວຽກງານທີ່ພົ້ນຂອງຕົນ ໃຫ້ກັນ ຊາບ ພ້ອມທັງຕີ ລາຄາຄືນການພັວພັນຮ່ວມມືໃນໄລຍະຜ່ານມາ ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໃຫ້ມີຄວາມສະດວກ ແລະ ມີປະສິດທິຜົນຍິ່ງຂຶ້ນ ສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ສະເໜີໃຫ້ມີການຂະຫຍາຍການພົວພັນຮ່ວມ ມືເພີ່ມເຕີມ ເປັນຕົ້ນການປະຕິບັດ 3 ພາລະບົດບາດຫຼັກຂອງສະພາປະຊາຊົນ ການຫັນເປັນທັນສະໄໝໃນລະບົບການບໍລິຫານຈັດການພາຍໃນອົງການຈັດຕັ້ງສະພາ ກໍຄືລະບົບການດຳເນີນກອງປະຊຸມ ເສີມຂະຫຍາຍການຮ່ວມມື ແລະ ຊ່ວຍເຫຼືອກໍ່ສ້າງ ແລະ ເຝິກອົບຮົມໃຫ້ສະມາຊິກສະ ພາປະຊາຊົນ ແລະ ພະນັກງານຂອງສະພາປະຊາຊົນ ເຊິ່ງນະຄອນຫຼວງຮ່າໂນ້ຍ ມີຄວາມໂດດເດັ່ນ ແລະ ເປັນແບບ ຢ່າງທີ່ດີໃນການປະຕິບັດ 3 ພາລະບົດບາດຫຼັກຢ່າງມີປະສິດທິຜົນ ໂດຍສະເພາະຄວາມເຂັ້ມແຂງໃນການພິຈາລະນາ ແລະ ຮັບຮອງເອົານິຕິກໍາລຸ່ມກົດໝາຍ ເພື່ອຮັບໃຊ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມຂັ້ນທ້ອງຖິ່ນ ການສ້າງກົນ ໄກຄຸ້ມຄອງຕົວເມືອງທີ່ທັນສະໄໝ ແລະ ການຫັນເປັນດີຕີຕອນໃນວຽກງານສະພາປະຊາຊົນ ລ້ວນແຕ່ເປັນບົດຮຽນອັນລ້ຳຄ່າ ທີ່ສະພາປະຊາຊົນນະຄອນຫຼວງວຽງຈັນ ສາ ມາດນໍາມາຄົ້ນຄວ້າ ຖອດຖອນ ແລະ ໝູນໃຊ້ໃນການປັບ ປຸງກົນໄກການເຮັດວຽກຂອງຕົນ ໃຫ້ມີຄຸນນະພາບສູງຂຶ້ນໃນຕໍ່ໜ້າ.

ນອກນີ້ຍັງໄດ້ສະເໜີແລກປ່ຽນກ່ຽວກັບບົດ ຮຽນດ້ານການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ໂດຍສະເພາະບົດຮຽນການສ້າງລັດຖະບັນຍັດ ຫຼື ນິຕິກໍາວ່າດ້ວຍການຄຸ້ມຄອງນະຄອນຫຼວງ ລະບຽບການຄຸ້ມຄອງຕົວເມືອງ ການຄຸ້ມຄອງທີ່ດິນ ສິ່ງແວດລ້ອມ ແລະ ການລົງທຶນ ທີ່ສອດຄ່ອງກັບສະພາບຕົວຈິງຂອງນະຄອນຫຼວງ ການຕິດຕາມກວດກາ ໂດຍສະເພາະວິທີການ ແລະ ກົນໄກການຕິດຕາມກວດກາຂອງສະພາປະຊາຊົນ ຕໍ່ການຈັດເກັບລາຍຮັບ ແລະ ການນຳໃຊ້ງົບປະມານ ໃຫ້ມີຄວາມໂປ່ງໃສ ແລະ ບັນລຸຄາດໝາຍ ກົນໄກການພົບປະປະຊາຊົນ ແລະ ການແກ້ໄຂຄຳຮ້ອງທຸກ-ຄຳສະເໜີຂອງປະຊາຊົນ ໃຫ້ໄດ້ຮັບການຕອບສະໜອງຢ່າງທັນການ ການຫັນເປັນທັນ ສະໄໝໃຫ້ສະພາປະຊາຊົນນະຄອນຫຼວງວຽງຈັນ ໂດຍສະ ເພາະການ ນໍາໃຊ້ລະບົບຖານຂໍ້ມູນແລະ ເຕັກໂນໂລຊີ ເຂົ້າໃນການບໍລິຫານກອງປະຊຸມສະພາປະຊາຊົນ ລະບົບການຈັດເກັບເອກະສານ ແລະ ການສື່ສານກັບປະຊາຊົນ ຜ່ານລະບົບອອນລາຍ ລະບົບຮັບຄຳສະເໜີ ແລະ ການຕິດຕາມການແກ້ໄຂບັນຫາຂອງປະຊາຊົນແບບທັນສະໄໝ ແລະ ສະເໜີໃຫ້ສອງຝ່າຍພິຈາລະນາສືບຕໍ່ລົງນາມບົດບັນທຶກການຮ່ວມມືສະບັບໃໝ່ ໄລຍະປີ 2026-2030.

error: Content is protected !!