ໃນວັນທີ 7 ພຶດສະພາ 2026 ຜ່ານມາ ທີ່ກະຊວງສຶກສາ ທິການ-ກິລາ ທ່ານນາງ ເມແກນ ຈອນສ໌ ເອກອັກຄະລັດ ຖະທູດອົດສະຕຣາລີ ປະຈໍາສປປ ລາວ ໄດ້ເຂົ້າຢ້ຽມພົບ ປະ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງສຶກສາທິການ-ກິລາ ເຊິ່ງອົດສະຕຣາລີ-ສປປ ລາວ ຢືນຢັນທີ່ຈະສືບຕໍ່ສາຍພົວພັນການຮ່ວມມືທີ່ມີມາດົນນານລະຫວ່າງສອງປະເທດໃຫ້ເຂັ້ມແຂງກວ່າເກົ່າ.

ທ່ານ ນາງ ເມແກນ ຈອນສ໌ ໄດ້ສະແດງຄວາມຍິນດີນຳ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ທີ່ຖຶກແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແລະ ຢືນຢັນວ່າ ອົດສະຕຣາລີຈະສືບຕໍ່ເຮັດວຽກຮ່ວມມືຢ່າງໃກ້ຊິດກັບ ສປປ ລາວ ໃນຂະແໜງການຕ່າງໆ ລວມທັງການສຶກສາ ການພັດທະນາຊັບພະຍາກອນມະນຸດ ແລະຂະແໜງວັດທະນະທຳ-ສັງ ຄົມ.
ໃນໂອກາດນີ້ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ໄດ້ຮັບຮູ້ເຖິງການປະກອບສ່ວນອັນສຳຄັນຂອງອົດສະຕຣາລີ ຕໍ່ການພັດທະນາຂອງສປປ ລາວ. ທ່ານຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຂະຫຍາຍການຮ່ວມມືລະຫວ່າງສອງປະເທດ ທ່ານຍິນດີຮັບເອົາການສະໜັບສະໜູນຂອງອົດສະຕຣາລີ ເພື່ອປະຕິຮູບການສຶກສາຂອງລາວ ໂດຍສະເພາະແມ່ນການສຸມໃສ່ການຝຶກອົບຮົມຄູໃຫ້ມີຄຸນນະ ພາບ.

ພ້ອມນີ້ ທ່ານທູດ ເມແກນ ຈອນສ໌ ໄດ້ຢືນຢັນຄຳໝັ້ນສັນ ຍາຂອງອົດສະຕຣາລີເພື່ອສະໜັບສະໜູນການສຶກສາຂັ້ນພື້ນຖານ ແລະ ການຮຽນຮູ້ແບບມີສ່ວນຮ່ວມໃນສປປ ລາວ ໂດຍຜ່ານໂຄງການບີຄວາ (BEQUAL) ແລະ ໂຄງ ການເວົ້າພາສາລາວ ໂຄງການເວົ້າພາສາລາວມີຜົນປະ ໂຫຍດຫຼາຍຕໍ່ການພັດທະນາຂອງສປປ ລາວ ຊ່ວຍປັບປຸງຜົນການຮຽນໃຫ້ແກ່ນັກຮຽນທີ່ເວົ້າພາສາລາວບໍ່ໄດ້ດີໃນເຂດເມືອງເປົ້າໝາຍຂອງໂຄງການບີຄວາ.
ພ້ອມນັ້ນ ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການສືບຕໍ່ການຮ່ວມມືຢ່າງພາຍໃຕ້ສະຖາບັນລາວ-ອົດສະຕຣາລີ (LAI) ອົດສະຕຣາລີໄດ້ເນັ້ນໜັກເຖິງຄວາມສຳຄັນຂອງອະດີດນັກສຶກສາທີ່ໄດ້ຮັບທຶນ ແລະ ຮຽນຈົບຈາກອົດສະຕຣາລີ ເຊີ່ງມີອະດີດນັກສຶກສາຫຼາຍກ່ວາພັນຄົນທີ່ຮຽນຈົບມາ ໄດ້ປະກອບສ່ວນເຮັດວຽກໃນຂະແໜງການຂອງລັດ ເອກະຊົນ ແລະ ຊຸມຊົນຕ່າງໆໃນທົ່ວປະເທດ.

ທ່ານ ທູດ ເມແກນ ຈອນສ໌ ຍັງໄດ້ຢືນຢັນວ່າ: ອົດສະຕຣາລີຈະສືບຕໍ່ສະໜັບສະໜູນຍຸດທະສາດການພັດທະ ນາຊັບພະຍາກອນມະນຸດແຫ່ງຊາດຂອງສປປ ລາວຮອດ ປີ 2035 ເພື່ອຮັບປະກັນຄວາມພ້ອມດ້ານແຮງງານຂອງສປປ ລາວໃນອະນາຄົດ ທ່ານຮອງນາຍົກ ທອງສະລິດ ເຊີ່ງທ່ານຍັງເປັນປະທານຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່-ເດັກ ໄດ້ສະແດງຄວາມຂອບໃຈອົດສະຕຣາລີ ທີ່ສະໜັບສະໜູນວຽກງານວັດທະ ນະທຳ-ສັງຄົມ ໂດຍຜ່ານອົງການສະຫະປະຊາຊາດ ລວມທັງການຊ່ວຍເຫຼືອສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍຂັ້ນແຂວງ ທີ່ຈັດຕັ້ງປະຕິບັດໂດຍ ອົງການ UNFPA.
ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືເພື່ອສົ່ງເສີມຄວາມສະເໝີພາບລະຫວ່າງຍິງຊາຍ ການປົກປ້ອງເດັກ, ການພັດທະນາທັກສະຊາວໜຸ່ມ ແລະ ສະຫວັດດີການຂອງຄອບຄົວຄົນລາວ ໃນຂະແໜງສຸຂະພາບ ນະວັດຕະກໍາທາງວິທະຍາສາດຂອງອົດສະຕຣາລີໄດ້ສະໜັບສະ ໜູນການສັກຢາກັນພະຍາດໃນເດັກ ແລະ ຕ້ານພະຍາດທີ່ເກີດມາຈາກຍຸງໃນສປປ ລາວ. ໃນປີ 2026 ອົດສະຕຣາລີຈະຂະຫຍາຍໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ຍຸງໂວບັກເຄຍ (Wolbachia) ອອກໄປສູ່ແຂວງອຸດົມໄຊ ຫຼວງພະບາງ ສະຫວັນນະເຂດ ແລະ ຈຳປາສັກ. ຮອງນາຍົກໄດ້ຍ້ອງຍໍໂຄງການສະໜັບສະ ໜູນຂອງອົດສະຕຣາລີ ແລະ ຊຸກຍູ້ການຮ່ວມມືໃນອະນາ ຄົດ.
ສອງຝ່າຍເຫັນດີທີ່ຈະຊອກຊ່ອງທາງເພື່ອສືບຕໍ່ຮັດແໜ້ນການຮ່ວມມືດ້ານທຸລະກິດ ການຄ້າ-ການລົງທຶນ ເພາະສັງ ເກດເຫັນວ່າ ບໍລິສັດອົດສະຕຣາລີ Linfox Logistics ແລະ Costa Group ໄດ້ມີຜົນສຳເລັດໃນການດຳເນີນທຸລະກິດຢູ່ສປປ ລາວ ແລະ ປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປ ລາວ.