ນະຄອນຫຼວງວຽງຈັນ-ນະຄອນຫຼວງຮ່າໂນ້ຍ ສືບຕໍ່ຮັດແໜ້ນການຮ່ວມມືສອງຝ່າຍ

ພິທີພົບປະລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນ ຫຼວງຮ່າໂນ້ຍ ສສ ຫວຽດນາມ ຈັດຂຶ້ນວັນທີ 12 ພຶດສະ ພາ 2026 ຢູ່ຫ້ອງການຄະນະພັກນະຄອນຫຼວງຮ່າໂນ້ຍ ເຊິ່ງຝ່າຍນະຄອນຫຼວງວຽງຈັນ ນໍາໂດຍສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະ ພັກ ປະທານສະພາປະຊາຊົນນະຄອນຫຼວງວຽງວຽງຈັນ ຝ່າຍນະຄອນ ຫຼວງຮ່າໂນ້ຍ ນໍາໂດຍສະຫາຍ ເຈີ່ນ ດຶກ ຖັງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກນະ ຄອນຫຼວງຮ່າໂນ້ຍ ໂດຍມີທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສສ ຫວຽດ ນາມ ແລະ ຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ການພົບປະຄັ້ງນີ້ ສອງຝ່າຍໄດ້ຜັດປ່ຽນກັນລາຍງານສະ ພາບການພົ້ນເດັ່ນໃນພັດທະນາເສດຖະ ກິດ-ສັງຄົມ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດປະຕິ ບັດວຽກງານໃນໄລຍະຜ່ານມາ ແລະ ກໍານົດທິດທາງການພົວພັນຮ່ວມມືລະຫວ່າງສອງຝ່າຍໃນຕໍ່ໜ້າ ລວມເຖິງບັນ ຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈນໍາກັນ ໃນນີ້ສະຫາຍ ເຈີ່ນ ດຶກ ຖັງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີິລາລາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງສະຫາຍ ອາດສະພັງທອງ ສີພັນດອນ ແລະ ຄະນະ ຢູ່ ສສ ຫວຽດນາມ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອ ຄວາມສາມັກຄີແບບພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ໃນຂະນະດຽວກັນ ສະຫາຍ ອາດສະພັງທອງ ສີພັນດອນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ເຈີ່ນ ດຶກ ຖັງ ພ້ອມຄະນະ ເຊິ່ງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ຄັ້ງນີ້ ເປັນການນໍາເອົາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າສະ ເພາະເປັນການນໍາເອົາຄວາມສາມັກຄີຮັກແພງອັນອົບອຸ່ນຂອງອົງຄະນະພັກ ອົງການປົກຄອງ ຕະຫຼອດຮອດພະນັກງານ ລັດຖະກອນ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ມາສູ່ອົງຄະນະພັກ ສະພາປະ ຊາຊົນ ຄະນະກໍາມະການປະຊາຊົນ ຕະຫຼອດຮອດພະນັກງານລັດຖະກອນ ແລະ ປະຊາຊົນຊາວນະຄອນ ຫຼວງຮ່າໂນ້ຍ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ໄດ້ລົງນາມໃສ່ຂອບການຮ່ວມມືນໍາກັນແລ້ວ ເຊິ່ງເປັນການຮ່ວມມືຮອບດ້ານ ເພາະກວມເອົາທຸກຂົງເຂດວຽກງານ ລວມທັງການຮ່ວມມືດ້ານການ ເມືອງ ການປ້ອງກັນ ຊາດ-ປ້ອງກັນຄວາມສະ ຫງົບ ການຮ່ວມມືດ້ານນິຕິກໍາ ແລະ ຕຸລາການ ການຮ່ວມ ມືດ້ານເສດຖະກິດ ວັດທະນະທໍາ-ສັງຄົມ ແລະ ການຮ່ວມ ມືຊ່ວຍເຫຼືອພັດທະນາ.

ຈາກນັ້ນ ສະຫາຍ ອາດສະພັງທອງ ສີພັນດອນ ແລະ ສະ ຫາຍ ເຈີ່ນ ດຶກ ຖັ໋ງ ກໍໄດ້ເປັນສັກຂີພິ ຍານໃນພິທີລົງນາມບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງຄະນະໂຄສະນາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກນະຄອນຫຼວງຮ່າໂນ້ຍ ແລະ ຄະນະໂຄສະນາອົບຮົມນະຄອນຫວງວຽງຈັນ ໄລຍະປີ 2026-2030 ບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສະຫະພັນແມ່ຍິງນະຄອນຫຼວງຮ່າໂນ້ຍ ແລະ ສະ ຫະພັນແມ່ຍິງນະຄອນຫວງວຽງຈັນ ໄລຍະປີ 2026-2030 ບົດບັນທຶກວ່າດ້ວຍການເພີ່ມທະວີ ແລະ ຮ່ວມມືລະຫວ່າງຊາວກອມມູນິດໂຮ່ຈີມິງ ນະຄອນຫຼວງຮ່າໂນ້ຍ ແລະ ຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫວງວຽງຈັນ ໄລຍະປີ 2026-2030 ບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງຫ້ອງການຄະນະກໍາມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ແລະ ພະແນກການຕ່າງປະເທດ ນະ ຄອນຫວງວຽງຈັນ ໄລຍະປີ 2026-2030 ບົດບັນທຶກການຮ່ວມມືລະຫວ່າງພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງຮ່າໂນ້ຍ ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄລຍະປີ 2026-2030 ບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງພະແນກສຶກສາ ແລະ ກໍ່ສ້າງນະຄອນຫຼວງຮ່າໂນ້ຍ ແລະ ພະແນກສຶກສາ ທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໄລຍະປີ 2026 -2030 ແລະ ບົດບັນທຶກການຮ່ວມມືລະຫວ່າງພະແນກສາທາລະນະສຸກ ນະຄອນຫຼວງຮ່າໂນ້ຍ ແລະ ພະແນກສາ ທາລະນະສຸກ ນະຄອນຫຼວງວຽງຈັນ ໄລຍະປີ 2026-2030.

ໃນວັນດຽວກັນນີ້ ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງ ຈັນ ພ້ອມຄະນະ ຍັງໄດ້ເຂົ້າພົບປະ ແລະ ເຮັດວຽກກັບສະພາປະຊາຊົນນະຄອນຫຼວງຮ່າໂນ້ຍ ຢູ່ສະພາປະຊາຊົນດັ່ງກ່າວ ແລະ ເຂົ້າຮ່ວມງານລ້ຽງ ເຊິ່ງຈັດເປັນກຽດໂດຍສະຫາຍ ເຈີ່ນ ດຶກ ຖັ໋ງ ຕື່ມອີກ.

error: Content is protected !!