ອົດສະຕຣາລີ ແລະ ສປປ ລາວ ຮ່ວມມືສົ່ງເສີມຄວາມປອດໄພເຄື່ອງດື່ມທີ່ມີທາດເຫຼົ້າຢູ່ວັງວຽງ

ເຈົ້າໜ້າທີ່ສາທາລະນະສຸກເປີດບັ້ນໂຄສະນາ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະສົ່ງເສີມຄວາມປອດໄພການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ເມືອງວັງວຽງ, ແຂວງວຽງຈັນ ແຕ່ວັນທີ 7-10 ພຶດສະພາ 2026, ໂດຍໄດ້ຮັບການສະໜັບສະໜູນຈາກອົດສະຕຣາລີ.

ກິດຈະກຳດັ່ງກ່າວເປັນການເຜີຍແຜ່ໂຄສະນາປູກຈິດສຳນຶກຕໍ່ມະຫາຊົນຄັ້ງທຳອິດທີ່ຈັດຕັ້ງປະຕິບັດພາຍໃຕ້ບົດບັນ ທຶກຄວາມເຂົ້າໃຈ ທີ່ໄດ້ລົງນາມໃນເດືອນກຸມພາ 2026 ທີ່ຜ່ານມາ ລະຫວ່າງກົມອາຫານ ແລະ ຢາຂອງກະຊວງສາທາ ລະນະສຸກ ແລະອົງການ CHAI ກ່ຽວກັບການເສີມສ້າງຄວາມປອດໄພຂອງອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ.

ໂຄງການດັ່ງກ່າວສຸມໃສ່ການປັບປຸງລະບົບແຫ່ງຊາດທີ່ກ່ຽວຂ້ອງກັບຄວາມປອດໄພອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ທັນສະໄໝ ເພື່ອແກ້ໄຂບັນຫາສຸຂະພາບທີ່ມີຕໍ່ສາທາລະນະຊົນບໍ່ໃຫ້ເກີດຂຶ້ນຊ້ຳອີກ ຫຼັງຈາກມີເຫດການນັກທ່ອງທ່ຽວຕ່າງປະເທດ 6 ຄົນ ເສຍຊີວິດຈາກການດື່ມທາດເຫຼົ້າທີ່ປົນເປື້ອນສານເມທານອລ ຢູ່ວັງວຽງ ປີ 2024 ທີ່ຜ່ານມາ.

ຈຸດປະສົງເພື່ອປູກຈິດສຳນຶກໃຫ້ຜູ້ບໍລິໂພກກ່ຽວກັບສານທີ່ເປັນອັນຕະລາຍທີ່ອາດຈະປົນເປື້ອນໃນເຫຼົ້າ ແລະ ເພື່ອຮັບປະກັນວ່າຜູ້ໃຫ້ບໍລິການທາດເຫຼົ້າຮັບຮູ້ ແລະ ຫຼີກລ່ຽງການປະຕິບັດທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິ ໂພກ.

ໃນວັນສຸກທີ່ຜ່ານມາ, ພະນັກງານສາທາລະນະສຸກ ແລະ ຂະແໜງການທີ່ກ່ຽວຂ້ອງ ລົງເຮັດກິດຈະກຳ ຢູ່ໂຮງຮຽນມັດທະຍົມຕອນປາຍວັງວຽງ ເພື່ອປູກຈິດສຳນຶກໃຫ້ແກ່ນັກຮຽນ ແລະ ຄູອາຈານຈຳນວນຫຼາຍກວ່າ 200 ຄົນ ໃຫ້ຮັບຮູ້ ແລະເຂົ້າໃຈກ່ຽວກັບຄວາມອັນຕະລາຍຂອງສານເມທານອລ ແລະ ຄວາມສຳຄັນຂອງການດື່ມທາດເຫຼົ້າທີ່ປອດໄພ.

ຂະແໜງການທີ່ກ່ຽວຂ້ອງຍັງໄດ້ເຮັດກິດຈະກຳການໂຄສະ ນາໄປໃນເຂດທ່ອງທ່ຽວທີ່ສຳຄັນ ໂດຍການລົງໄປໂຮງແຮມ ແລະ ເຮືອນພັກ ເພື່ອໃຫ້ຂໍ້ມູນກ່ຽວກັບຄວາມປອດໄພເຄື່ອງດື່ມທີ່ມີທາດເຫຼົ້າ ແກ່ຜູ້ປະກອບການ ແລະ ນັກທ່ອງ ທ່ຽວ.ນອກຈາກນັ້ນ, ຍັງໄດ້ເຮັດກິດຈະກຳການໂຄສະນາໃຫ້ຊຸມຊົນມີສ່ວນຮ່ວມໃນໄລຍະບຸນບັ້ງໄຟປະຈຳປີຢູ່ວັງວຽງ ເຊີ່ງປະກອບມີການຕັ້ງບູດເພື່ອໃຫ້ຂໍ້ມູນຂ່າວສານ ແລະ ແຈກຍາຍເອກະສານຂໍ້ມູນຕ່າງໆ ກ່ຽວກັບຄວາມປອດໄພເຄື່ອງດື່ມທີ່ມີທາດເຫຼົ້າ. ການໂຄສະນາເຂົ້າເຖິງກຸ່ມນັກຮຽນ, ຊຸມຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວເປັນການປູກຈິດສຳນຶກໃຫ້ມະຫາຊົນຮັບຮູ້ ແລະເຂົ້າໃຈ, ທັງເປັນການສະໜັບສະໜູນຄວາມພະຍາຍາມຂອງຊາດໃນການຫຼຸດຜ່ອນຄວາມສ່ຽງດ້ານສຸຂະພາບທີ່ຕິດພັນກັບສານເມທານອລ, ແລະ ຫຼຸດຜ່ອນຄວາມສ່ຽງຂອງບັນຫາທີ່ກ່ຽວ ຂ້ອງກັບເມທານອລບໍ່ໃຫ້ເກີດຂຶ້ນອີກ.ໂຄງການດັ່ງກ່າວຍັງຈະສຸມໃສ່ການປັບປຸງແຜນແຫ່ງຊາດການຕອບໂຕ້ສຸກເສີນດ້ານຄວາມປອດໄພອາຫານໃຫ້ທັນສະໄໝ, ສະໜັບສະ ໜູນສູນວິເຄາະອາຫານ ແລະ ຢາແຫ່ງຊາດເພື່ອຍົກລະດັບຄວາມສາມາດຂອງຫ້ອງທົດລອງໃນການກວດຫາສານປົນເປື້ອນທີ່ຮ້າຍແຮງ, ປັບປຸງວຽກງານການກວດກາເຄື່ອງ ດື່ມທີ່ມີທາດເຫຼົ້າ ລວມທັງການສະໜອງຊຸດກວດສານເມທານອລ ໃຫ້ໄວແກ່ຜູ້ກວດກາອາຫານ, ແລະ ຝຶກອົບຮົມພະນັກງານສາທາ ເພື່ອປັບປຸງການປິ່ນປົວກໍລະນີອາຫານເປັນພິດ ແລະ ເຄື່ອງດື່ມທາດເຫຼົ້າທີ່ມີສານປົນເປື້ອນ.

error: Content is protected !!