ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ເອກອັກຄະລັດຖະທູດ ແຫ່ງ ສະມາພັນທະລັດ ສະວິດ

ໃນຕອນບ່າຍຂອງວັນທີ 11 ພຶດສະພາ 2026, ທີ່ ກະ ຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ເປໂດ ສະວາເລັນ (H.E. Pedro Zwahlen), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະມາພັນທະລັດ ສະວິດ ປະຈໍາ ສປປ ລາວ ຊຶ່ງມີສໍານັກງານສະຖານທູດ ຕັ້ງຢູ່ ບາງກອກ, ລາຊະອານາ ຈັກໄທ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຂອງ ທ່ານ ເປໂດ ສະວາເລັນ ຢູ່ ສປປ ລາວ. ຕະຫຼອດໄລຍະເວລາເກືອບ 3 ປີທີ່ຜ່ານມາ, ທ່ານໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະມາພັນທະລັດ ສະວິດ.

ພ້ອມດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາ ຊົນສະວິດ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕະ ຫຼອດມາ ໂດຍສະເພາະແມ່ນການຊ່ວຍເຫຼືອທາງດ້ານວິຊາ ການ ແລະ ການພັດທະນາ ລວມທັງການຊ່ວຍເຫຼືອຜ່ານ “ຂໍ້ລິເລີ່ມ ທີມເອີຣົບ” ທີ່ແນໃສ່ປັບປຸງຊີວິດການເປັນຢູ່, ຫຼຸດຜ່ອນຄວາມທຸກຍາກ, ການພັດທະນາແບບຍືນຍົງ ຊຶ່ງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ຂອງ ສປປ ລາວ.

ໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ເປໂດ ສະວາເລັນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະ ບານ ສປປ ລາວ ກໍຄື ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືຕະ ຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຈົນໄດ້ຮັບຜົນສໍາເລັດເປັນຢ່າງດີ ພ້ອມທັງໄດ້ຢືນຢັນວ່າ ສະມາພັນທະລັດ ສະວິດ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.ສປປ ລາວ ແລະ ສະມາພັນທະລັດ ສະວິດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 4 ກັນຍາ 1963.

ຕະຫຼອດໄລຍະ 60 ກວ່າປີ ທີ່ຜ່ານມາ, ສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະ ຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ແລະ ໄດ້ເປັນພື້ນຖານອັນເຂັ້ມແຂງ ໃຫ້ແກ່ການຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ນັບຂະ ຫຍາຍຕົວຍິ່ງໆຂຶ້ນ.

error: Content is protected !!