ໂດຍປະຕິບັດຕາມຈົດໝາຍເຊື້ອເຊີນຂອງສະຫາຍເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ລົງວັນທີ 30 ມັງກອນ 2026 ບົດບັນທຶກການຮ່ວມມືລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄລ ຍະປີ 2026-2030 ບົດບັນທຶກການຮ່ວມມືລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງແຄງຮວາ ໄລຍະປີ 2024-2028 ແລະ ບົດບັນທຶກການຮ່ວມມືລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິງ ໄລຍະປີ 2026-2030.

ໃນວັນທີ 11 ພຶດສະພາ 2026 ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງວຽງຈັນ ພ້ອມຄະນະ ໄດ້ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ໂດຍໃຫ້ການຕ້ອນຮັບຂອງ ສະຫາຍນາງ ຫງວຽນ ແທ່ງ ລອງ ຫົວໜ້າຫ້ອງການຄະນະພັກນະຄອນຫຼວງຮ່າໂນ້ຍ ທ່ານ ນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງ.


ຈຸດປະສົງໃນການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຄັ້ງນີ້ ເພື່ອເພີ່ມທະ ວີສາຍພົວພັນມິດຕະພາບທີ່ມີມູນເຊື້ອ ຄວາມສາມັກຄີແບບພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄືອົງຄະນະພັກນະຄອນຫຼວງວຽງຈັນ ແລະ ອົງຄະນະພັກຂອງນະຄອນຫຼວງຮ່າໂນ້ຍ ແຂວງແຄງຮວາ ແລະ ນະຄອນໂຮ່ຈີມິງ ແນ່ໃສ່ຊຸກຍູ້ ແລະ ເປີດກວ້າງສາຍພົວພັນຮ່ວມມືແບບຮອບດ້ານ ລະຫວ່າງນະຄອນຫຼວງວຽງຈັນ ແລະ ບັນດານະຄອນ ແລະ ແຂວງ ຂອງ ສສ ຫວຽດນາມ ໃນໄລຍະໃໝ່ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຕົວຈິງ ເພື່ອສືບຕໍ່ແຜນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ຢູ່ນະຄອນ ຫຼວງຮ່າໂນ້ຍ ທີ່ໄດ້ເລື່ອນຈາກແຜນການເດີນທາງໃນເດືອນກຸມພາ 2026 ເພື່ອຜັນຂະຫຍາຍບັນດາເນື້ອໃນບົດບັນທຶກການຮ່ວມມື ລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ທີ່ໄດ້ລົງນາມຮ່ວມກັນ ໄລຍະປີ 2026-2030 ແລະ ເພື່ອທົບທວນຕີລາຄາການຮ່ວມມືລະຫວ່າງນະຄອນຫຼວງວຽງຈັນ ແຂວງແຄງຮວາ ແລະ ນະ ຄອນໂຮ່ຈີມິງ ໃນໄລຍະຜ່ານມາ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ.