
ໂດຍ: ສ.ຣາຊສີ
ໃນຕອນໃກ້ທ່ຽງຂອງມື້ໜຶ່ງ ທີ່ເດີ່ນຫ້ອງການບ້ານແກ້ງຕາງານ ເຂດສຸກສາລາເຊບັ້ງຫຽງ ເມືອງສອງຄອນ ແຂວງສະຫວັນນະເຂດ ຢູ່ກ້ອງຮົ່ມຂອງຕົ້ນໝາກມ່ວງໃຫຍ່ ມີແມ່ຕູ້ຄົນໜຶ່ງກຳລັງຈັບມືຫຼານນ້ອຍອາຍຸປະມານ 4 ປີ ຍ່າງໄປມາດ້ວຍທ່າທາງສຸພາບ ແລະ ສະຫງົບ.

ນາງ ແຮ ອາຍຸ 54 ປີ ຊາວບ້ານແກ້ງຕາງານ ນຸ່ງສິ້ນຝ້າຍລາຍພື້ນເມືອງ ສວມເສື້ອແຂນຍາວສີເທົາເຂັ້ມ ປົກເສື້ອໝາກກະແລ່ງດ້ານໃນ ກຳລັງພາຫຼານມາລໍຖ້າຮັບວັກຊີນຢອດປ້ອງກັນພະຍາດໂປລິໂອ ໃບໜ້າຂອງລາວບໍ່ມີແວວຄວາມກັງວົນ ແຕ່ກົງກັນຂ້າມ ມັນເຕັມໄປດ້ວຍຄວາມພາກພູມໃຈ ແລະ ຄວາມຫວັງ ທີ່ເດັກນ້ອຍໃນບ້ານຂອງລາວຈະໄດ້ຮັບການປົກປ້ອງຈາກພະຍາດຮ້າຍນີ້.
ບໍ່ດົນຕໍ່ມາ ສຽງສົນທະນາຂອງກຸ່ມຄົນຈຳນວນໜຶ່ງດັງຂຶ້ນຈາກປາກຮ່ອມທາງເຂົ້າຫ້ອງການບ້ານ ກຸ່ມຄົນທີ່ແມ່ ຕູ້ກັບຫຼານກຳລັງລໍຄອຍ ກໍມາເຖິງ ພະນັກງານແພດໝໍຈາກເມືອງ ແລະ ນັກຂ່າວຈາກສູນກາງ ທີ່ລົງຕິດຕາມການຮົນນະລົງຢອດວັກຊີນປ້ອງກັນພະຍາດໂປລິໂອ.
ພຽງບໍ່ຈັກນາທີ ບັນຍາກາດທີ່ເຄີຍສະຫງົບຢູ່ກ້ອງຮົ່ມໝາກມ່ວງ ກໍເລີ່ມຄຶກຄັກດ້ວຍສຽງສົນທະນາ ອຳນາດການປົກຄອງບ້ານເລີ່ມຈັດຫາໂຕະ ແລະ ຕັ່ງ ເພື່ອຮອງຮັບທີມງານແພດ ຜູ້ປົກຄອງ ແລະ ເດັກນ້ອຍທີ່ຈະເຂົ້າມາຮັບວັກຊີນ.
ບໍ່ດົນສຽງລົດຈັກຂອງທີມງານກໍດັງເຂົ້າມາທີ່ປາກຮ່ອມຫ້ອງການບ້ານ ທັນທີທີ່ລົດເຂົ້າມາເຖິງ ຊາວບ້ານສັງ ເກດເຫັນກ່ອງເກັບວັກຊີນທີ່ຫ້ອຍຢູ່ທ້າຍລົດ ພ້ອມຮອຍຍິ້ມ ແລະ ຄວາມອຸ່ນໃຈ ທີ່ທີມແພດໄດ້ນຳວັກຊີນມາເຖິງຊຸມຊົນຂອງພວກເຂົາ.
ທ່າມກາງສາຍຕາຂອງນັກຂ່າວ ແລະ ກ້ອງບັນທຶກພາບ ນາງ ແຮ ກ່າວດ້ວຍສຽງສັ່ນເບົາໆ ຕາມສຳນຽງຄົນທ້ອງຖິ່ນ ທີ່ເຕັມໄປດ້ວຍຄວາມຫວັງວ່າ: “ມື້ນີ້ຂ້າພະເຈົ້າໄດ້ພາຫຼານຄົນທີ 2 ມາຮັບວັກຊີນປ້ອງກັນພະຍາດໂປລິໂອ ພໍໄດ້ຍິນນາຍບ້ານປະກາດ ກໍຮີບພາຫຼານມາທີ່ຫ້ອງການບ້ານເລີຍ ເພາະໄດ້ຍິນໂຄສະນາຜ່ານໂທລະໂຄ່ງວ່າ ວັກຊີນໂປລິໂອ ມີຄວາມສຳຄັນຫຼາຍສຳລັບເດັກ ຂ້າພະເຈົ້າດີໃຈຫຼາຍ ທີ່ຫຼານໄດ້ຮັບວັກຊີນ ເພື່ອໃຫ້ຫ່າງໄກຈາກພະຍາດໂປລິໂອ.”
ຄຳເວົ້າຂອງແມ່ເຖົ້າຊາວບ້ານຄົນໜຶ່ງ ອາດເປັນພຽງສຽງເບົາໆໃນຊຸມຊົນນ້ອຍໆ ແຕ່ມັນສະທ້ອນໃຫ້ເຫັນເຖິງຄວາມຕື່ນຕົວຂອງປະຊາຊົນ ຕໍ່ການປ້ອງກັນພະຍາດໂປລິໂອ ທີ່ຍັງເປັນພາລະກິດສຳຄັນຂອງພາກສາທາລະນະສຸກ.
ສຳລັບ ນາງ ແຮ ການພາຫຼານມາຮັບວັກຊີນໃນມື້ນີ້ ບໍ່ແມ່ນພຽງການປ້ອງກັນພະຍາດ ແຕ່ເປັນການສົ່ງຕໍ່ຄວາມຫ່ວງໃຍ ແລະ ຄວາມຫວັງ ໄປສູ່ອະນາຄົດຂອງລູກຫຼານ.

ນາຍບ້ານບ້ານແກ້ງຕາງານ ກ່າວວ່າ: ຜ່ານມາພະນັກງານສາທາລະນະສຸກໄດ້ລົງມາໂຄສະນາສຸຂະສຶກສາ ກ່ຽວກັບຜົນຮ້າຍຂອງພະຍາດ ແລະ ຄຸນປະໂຫຍດຂອງວັກຊີນ ພ້ອມກັນນັ້ນ ອຳນາດການປົກຄອງບ້ານກໍໄດ້ສືບຕໍ່ປະຊາ ສຳພັນຜ່ານໂທລະໂຄ່ງບ້ານ ແລະ ລົງໄປຕາມເຮືອນຊານປະຊາຊົນ ເພື່ອສຳຫຼວດ ແລະ ເກັບກຳລາຍຊື່ເດັກໃນກຸ່ມເປົ້າໝາຍ.

ນາງ ວາດສະໜາ ວິໄລພັນ ຫົວໜ້າສຸກສາລາເຊບັ້ງຫຽງ ເມືອງສອງຄອນ ກ່າວວ່າ: ການລົງເຄື່ອນໄຫວຢອດວັກຊີນແຕ່ລະຄັ້ງ ທາງສຸກສາລາໄດ້ປະສານງານກັບກຸ່ມບ້ານ ແລະ ແຈ້ງຂ່າວໃຫ້ນາຍບ້ານຮັບຮູ້ ເພື່ອລົງເກັບກຳຈຳນວນເດັກເປົ້າໝາຍ ແລະ ຈັດການລົງພື້ນທີ່ຢອດຢາຕົວຈິງ. ສຳລັບເຂດຮັບຜິດຊອບຂອງສຸກສາລາເຊບັ້ງຫຽງ ມີເດັກໃນກຸ່ມເປົ້າ ໝາຍຫຼາຍກວ່າ 600 ຄົນ.
ທ່ານ ດຣ ນາງ ວາດສະໜາ ວັນດີດອນສະຫວັນ ຫົວໜ້າຫ້ອງການສາທາລະນະສຸກເມືອງສອງຄອນ ກ່າວວ່າ: ອັດຕາການຮັບວັກຊີນໃນຫຼາຍຊຸມຊົນຍັງຄົງຕ່ຳມາເປັນເວລາຫຼາຍປີ ສົ່ງຜົນໃຫ້ຈຳນວນເດັກທີ່ບໍ່ໄດ້ຮັບວັກຊີນເພີ່ມຂຶ້ນສະຖານະການດັ່ງກ່າວສົ່ງຜົນກະທົບທັງຊຸມຊົນເມືອງ ແລະ ພື້ນທີ່ຊົນນະບົດທີ່ເຂົ້າເຖິງຍາກ ຈົນກາຍເປັນສາເຫດຂອງການລະບາດຂອງໂປລິໂອ ຫັດ ແລະ ພະຍາດອື່ນໆທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ.

ສຳລັບເມືອງສອງຄອນ ມີ 99 ບ້ານ 150 ຄຸ້ມບ້ານ ແລະ ມີຈຸດຢອດຢາ 154 ຈຸດໃນຮອບທີ 1 ຂອງເດືອນມີນາ 2026. ຕໍ່ມາ ໄດ້ເພີ່ມເປັນ 160 ຈຸດ ໃນຮອບທີ 2 ລະຫວ່າງວັນທີ 27 ເມສາ – 10 ພຶດສະພາ ທາງເມືອງໄດ້ດຳເນີນການຝຶກອົບຮົມວິຊາການ ການວາງແຜນກິດຈະກຳ ການກຽມອຸປະກອນ ແລະ ວັກຊີນໃຫ້ພຽງພໍ ເພື່ອຮອງຮັບການຮົນນະລົງ. ປັດຈຸບັນ ການຢອດວັກຊີນໂປລິໂອໃນທົ່ວເມືອງ ສຳເລັດ 100% ໃນກຸ່ມເປົ້າໝາຍເດັກອາຍຸຕ່ຳກວ່າ 5 ປີ ຈຳນວນກວ່າ 7.000 ຄົນ.
ກ້ອງຮົ່ມຕົ້ນໝາກມ່ວງໃນບ່າຍມື້ນັ້ນ ນາງ ແຮ ຍັງຈັບມືຫຼານໄວ້ແໜ້ນ ພ້ອມຮອຍຍິ້ມເບົາໆ ຫຼັງຈາກໄດ້ຮູ້ວ່າ ຫຼານຂອງລາວໄດ້ຮັບໂອກາດເຕີບໃຫຍ່ໃນອະນາຄົດທີ່ປອດໄພຈາກພະຍາດໂປລິໂອ.