
ເຖິງ ປະຊາຊົນຊາວ Tenerife ທຸກທ່ານ,ຂ້າພະເຈົ້າຊື່ Tedros ແລະ ດໍາລົງຕໍາແໜ່ງເປັນຜູ້ອໍານວຍການໃຫຍ່ຂອງອົງການອະນາໄມໂລກ (WHO) ເຊິ່ງເປັນອົງການດ້ານສາທາລະນະສຸກຂອງສະຫະປະຊາຊາດ. ບໍ່ແມ່ນເລື່ອງປົກ ກະຕິທີ່ຂ້າພະເຈົ້າຈະຂຽນສານໂດຍກົງເຖິງປະຊາຊົນໃນຊຸມຊົນໃດໜຶ່ງ ແຕ່ໃນມື້ນີ້ ຂ້າພະເຈົ້າຮູ້ສຶກວ່າ ມັນບໍ່ພຽງແຕ່ເໝາະສົມ ແຕ່ເປັນສິ່ງຈໍາເປັນ.ຂ້າພະເຈົ້າຢາກສື່ສານກັບພວກທ່ານໂດຍກົງ ບໍ່ແມ່ນຜ່ານຖະແຫຼງຂ່າວ ຫຼື ບົດສະຫຼຸບທາງວິຊາການ ແຕ່ໃນຖານະມະນຸດຄົນໜຶ່ງ ສື່ສານຫາອີກຄົນໜຶ່ງ ເພາະພວກທ່ານສົມຄວນໄດ້ຮັບການສື່ສານແບບນັ້ນ.
ຂ້າພະເຈົ້າຮູ້ດີວ່າ ພວກທ່ານກໍາລັງກັງວົນ. ແລະ ເມື່ອພວກທ່ານໄດ້ຍິນຄໍາວ່າ “ການລະບາດ” ພ້ອມກັບເຫັນເຮືອລໍາໜຶ່ງກໍາລັງມຸ່ງໜ້າເຂົ້າສູ່ຊາຍຝັ່ງຂອງພວກທ່ານ ຄວາມຊົງຈໍາຕ່າງໆ ຈາກປີ 2020 ຍ່ອມຫວນຄືນມາ ເຊິ່ງບາດແຜຈາກເວລານັ້ນ ຍັງຄົງຢູ່ຢ່າງແທ້ຈິງ ແລະ ຂ້າພະເຈົ້າບໍ່ເຄີຍເບິ່ງຂ້າມຄວາມຮູ້ສຶກນັ້ນແມ່ນແຕ່ເທື່ອດຽວ.ແຕ່ ຂ້າພະເຈົ້າຂໍໃຫ້ພວກທ່ານຮັບຟັງຢ່າງຊັດເຈນວ່າ: ສະຖາ ນະການນີ້ບໍ່ແມ່ນ COVID-19 ອີກຄັ້ງໜຶ່ງ. ຄວາມສ່ຽງທາງດ້ານສາທາລະນະສຸກຈາກໄວຣັສ Hantavirus ໃນຂະນະນີ້ ຍັງຖືວ່າຢູ່ໃນລະດັບຕໍ່າ. ທີມງານຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າເອງ ໄດ້ຢືນຢັນເລື່ອງນີ້ຢ່າງຊັດເຈນ ແລະ ຂ້າພະເຈົ້າຂໍກ່າວອີກຄັ້ງຕໍ່ພວກທ່ານໃນຕອນນີ້.ໄວຣັສທີ່ຢູ່ເທິງເຮືອ MV Hondius ແມ່ນໄວຣັສ Hantavirus ສາຍພັນ Andes. ມັນເປັນພະຍາດທີ່ຮ້າຍແຮງ. ມີ 3 ຄົນໄດ້ເສຍຊີວິດ ແລະ ຂ້າພະເຈົ້າຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຄອບຄົວຂອງພວກເຂົາ. ແຕ່ ຄວາມສ່ຽງຕໍ່ພວກທ່ານ ທີ່ດໍາລົງຊີວິດປະຈໍາວັນຢູ່ໃນ Tenerife ຍັງຢູ່ໃນລະດັບຕໍ່າ. ນີ້ແມ່ນການປະເມີນຂອງ WHO ແລະ ພວກເຮົາບໍ່ເຄີຍອອກການປະເມີນແບບຂາດຄວາມຮອບ ຄອບ.ໃນຂະນະນີ້ ບໍ່ມີຜູ້ໂດຍສານຄົນໃດເທິງເຮືອທີ່ສະ ແດງອາການປ່ວຍ. ຜູ້ຊ່ຽວຊານຂອງ WHO ກໍາລັງປະຈໍາຢູ່ເທິງເຮືອ. ອຸປະກອນ ແລະ ເວຊະພັນທາງການແພດກໍຖືກຈັດກຽມພ້ອມແລ້ວ. ທາງການສະເປນໄດ້ຈັດກຽມແຜນປະຕິບັດງານຢ່າງລະອຽດ ແລະ ເປັນຂັ້ນຕອນ: ຜູ້ໂດຍສານຈະຖືກລໍາລຽງຂຶ້ນຝັ່ງຜ່ານທ່າເຮືອອຸດສາຫະກໍາ Granadilla ເຊິ່ງຢູ່ຫ່າງໄກຈາກເຂດຊຸມຊົນ ໂດຍນໍາໃຊ້ຍານພາຫະນະປິດ ມີການຮັກສາຄວາມປອດໄພ ແລະ ກໍານົດເສັ້ນທາງຄວບຄຸມຢ່າງເຂັ້ມງວດ ກ່ອນຈະສົ່ງຕໍ່ກັບໄປຍັງປະເທດຂອງພວກເຂົາໂດຍກົງ. ພວກທ່ານຈະບໍ່ໄດ້ພົບ ປະກັບພວກເຂົາ ແລະ ຄອບຄົວຂອງພວກທ່ານກໍຈະບໍ່ໄດ້ພົບປະເຊັ່ນກັນ.ຂ້າພະເຈົ້າຍັງຢາກກ່າວອີກເລື່ອງໜຶ່ງ ເປັນເລື່ອງທີ່ໄປໄກກວ່າວິທະຍາສາດ.
ຂ້າພະເຈົ້າໄດ້ກ່າວຂອບໃຈທ່ານນາຍົກລັດຖະມົນຕີ Sanchez ເປັນການສ່ວນຕົວ ສໍາລັບການຕັດສິນໃຈຂອງສະເປນໃນການຮັບເຮືອລໍານີ້. ຂ້າພະເຈົ້າເອີ້ນມັນວ່າ “ການກະທໍາແຫ່ງຄວາມເປັນນໍ້າໜຶ່ງໃຈດຽວ ແລະ ໜ້າທີ່ທາງຈັນຍາບັນ” ເພາະນັ້ນແມ່ນສິ່ງທີ່ມັນເປັນຢ່າງແທ້ຈິງ. ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າ ຄໍາຮ້ອງຂໍຂອງ WHO ຕໍ່ສະເປນ ບໍ່ໄດ້ເຮັດຂຶ້ນແບບສຸ່ມສີ່ສຸ່ມຫ້າ. ມັນເຮັດຂຶ້ນຕາມຂໍ້ກໍານົດຂອງ “ກົດລະບຽບສາທາລະນະສຸກສາກົນ” (International Health Regulations) ເຊິ່ງເປັນຂອບກົດໝາຍທີ່ມີຜົນຜູກພັນ ກໍານົດສິດ ແລະ ພັນທະຂອງປະເທດຕ່າງໆ ແລະ WHO ໃນການຮັບມືເຫດການສາທາລະນະສຸກທີ່ເປັນຂໍ້ກັງວົນລະດັບສາກົນ. ພາຍໃຕ້ກົດລະບຽບດັ່ງກ່າວ ຈະຕ້ອງກໍານົດທ່າເຮືອທີ່ໃກ້ທີ່ສຸດ ແລະ ມີສັກຍະພາບດ້ານການແພດພຽງພໍ ເພື່ອຮັບປະກັນຄວາມປອດໄພ ແລະ ສັກສີຄວາມເປັນມະນຸດຂອງຜູ້ຢູ່ເທິງເຮືອ. Tenerife ມີຄຸນສົມບັດຕາມເກນນັ້ນ ແລະ ສະເປນໄດ້ປະຕິບັດຕາມພັນທະດັ່ງກ່າວຢ່າງສົມກຽດ.
ມີເກືອບ 150 ຊີວິດ ຈາກ 23 ປະເທດ ທີ່ຕິດຄ້າງຢູ່ໃນທະເລມາຫຼາຍອາທິດ. ບາງຄົນກໍາລັງໂສກເສົ້າ ທຸກຄົນກໍາລັງຫວາດກົວ ແລະ ລ້ວນແຕ່ຢາກກັບບ້ານ. Tenerife ຖືກເລືອກ ເພາະມີສັກຍະພາບດ້ານການແພດ ມີໂຄງສ້າງພື້ນຖານ ແລະ ມີນໍ້າໃຈແຫ່ງຄວາມເປັນມະນຸດ ເພື່ອຊ່ວຍໃຫ້ພວກເຂົາໄດ້ກັບສູ່ຄວາມປອດໄພ.ແລະ ເພາະຂ້າພະເຈົ້າເຊື່ອໃນເລື່ອງນັ້ນຢ່າງເລິກເຊິ່ງ ຂ້າພະເຈົ້າຈະເດີນທາງໄປ Tenerife ດ້ວຍຕົນເອງ ເພື່ອຕິດຕາມການດໍາເນີນງານນີ້ຢ່າງໃກ້ຊິດ ເພື່ອຢືນຄຽງຂ້າງບຸກຄະລາກອນສາທາລະນະສຸກ ພະນັກງານທ່າເຮືອ ແລະ ເຈົ້າໜ້າທີ່ທຸກຝ່າຍ ທີ່ກໍາລັງເຮັດໃຫ້ພາລະກິດນີ້ສໍາເລັດລົງ ພ້ອມທັງເພື່ອສະແດງຄວາມເຄົາລົບຕໍ່ເກາະແຫ່ງນີ້ ທີ່ໄດ້ຮັບມືກັບສະຖານະການທີ່ທ້າທາຍດ້ວຍຄວາມສະຫງ່າງາມ ຄວາມເປັນນໍ້າໜຶ່ງໃຈດຽວ ແລະ ຄວາມເມດຕາ.ດັ່ງທີ່ຂ້າພະເຈົ້າເຄີຍກ່າວຫຼາຍຄັ້ງ: ໄວຣັສບໍ່ສົນໃຈການເມືອງ ແລະ ບໍ່ເຄົາລົບເສັ້ນແບ່ງພົມແດນ. ພູມຄຸ້ມກັນທີ່ດີທີ່ສຸດຂອງພວກເຮົາ ຄື “ຄວາມເປັນນໍ້າໜຶ່ງໃຈດຽວ”.ໃນມື້ນີ້ Tenerife ກໍາລັງສະແດງໃຫ້ໂລກເຫັນເຖິງຄວາມເປັນນໍ້າໜຶ່ງໃຈດຽວນັ້ນ. ກັບຕັນເຮືອ Jan Dobrogowski ລູກເຮືອ ແລະ ບໍລິສັດຜູ້ດໍາເນີນການເຮືອ ໄດ້ສະແດງຄວາມຮ່ວມມືຢ່າງດີເຢັ່ຍໃນຊ່ວງເວລາທີ່ທ້າທາຍນີ້. ໃນນາມຂອງອົງການອະນາໄມໂລກ ແລະ ໃນນາມຂອງຜູ້ໂດຍສານ ແລະ ຄອບຄົວຂອງພວກເຂົາທົ່ວໂລກ ຂ້າພະເຈົ້າຂໍຂອບໃຈປະຊາຊົນຊາວ Tenerife ແລະ ທຸກຝ່າຍທີ່ກ່ຽວຂ້ອງ.
ຂໍໃຫ້ພວກທ່ານດູແລຕົນເອງ ແລະ ເບິ່ງແຍງກັນແລະກັນ. ຂໍໃຫ້ເຊື່ອໝັ້ນໃນມາດຕະການການກຽມພ້ອມທີ່ໄດ້ຈັດໄວ້. ແລະ ຂໍໃຫ້ຮູ້ວ່າ WHO ຈະຢືນຄຽງຂ້າງພວກທ່ານ ພ້ອມກັບທຸກຄົນທີ່ຢູ່ເທິງເຮືອລໍານັ້ນ ໃນທຸກຂັ້ນຕອນ.
ດ້ວຍຄວາມເຄົາລົບ ຄວາມຫ່ວງໃຍ ແລະ ຄວາມຂອບໃຈ,
ທິ່ມາ World Health Organization (WHO) https://share.google/YVo0q0y1mThan9Avz