ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ນໍາພາຄະນະຜູ້ ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີສະເຫລີມສະ ຫລອງ ວັນໄຊຊະນະສົງຄາມປົກປ້ອງປີປິຕຸພູມ ຄົບຮອບ 81 ປີ ຊຶ່ງຈັດຂຶ້ນໃນວັນທີ 9 ພຶດສະພາ 2026 ທີ່ ນະ ຄອນຫລວງມົດສະກູ ສະຫະພັນ ຣັດເຊຍ.

ການສະເຫລີມສະຫລອງວັນໄຊຊະນະສົງຄາມປົກປ້ອງປິ ຕຸພູມ ເປັນໜຶ່ງໃນເຫດການປະຫວັດສາດທີ່ສໍາຄັນຂອງ ຣັດເຊຍ ແລະ ບັນດາປະຊາຊາດ ຊຶ່ງໄດ້ຈັດຂຶ້ນເພື່ອຈາລຶກຄຸນງາມຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາ ນັກຮົບກອງທັບແດງ ໂຊວຽດ ແລະ ທຸກຄົນທີ່ເສຍສະລະຊີວິດ ເພື່ອປົກປ້ອງປິຕຸພູມ ຈົນສາມາດຍາດມາໄດ້ໄຊຊະ ນະ ໃນສົງຄາມໂລກ ຄັ້ງທີ II. ໄຊຊະນະດັ່ງກ່າວ ຖືເປັນຄວາມທະນົງໃຈຂອງ ປະຊາຊົນສະຫະພາບໂຊວຽດ ໃນເມື່ອກ່ອນ ກໍຄື ສະຫະພັນ ຣັດເຊຍ ໃນປັດຈຸບັນ.


ການເຂົ້າຮ່ວມພິທີສະເຫລີມສະຫລອງຄັ້ງນີ້, ມີບັນດາຜູ້ນໍາ ແລະ ຜູ້ຕາງໜ້າຈາກຫລາຍປະເທດເພື່ອນມິດ ແລະ ມີຫລາຍກິດຈະກຳສໍາຄັນຖືກຈັດສະແດງໃນງານດັ່ງກ່າວ ເປັນຕົ້ນແມ່ນ ການສະແດງເດີນສວນສະໜາມຂອງກ້ອນກຳລັງ ເຫລົ່າທັບຕ່າງໆ ຈາກທົ່ວປະເທດ.ໃນໂອກາດເຂົ້າຮ່ວມພິທີສະເຫລີມສະຫລອງຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຖືກຕ້ອນຮັບຈາກ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍ ດີ ແຫ່ງ ສະຫະພັນ ຣັດເຊຍ ແລະ ໄດ້ພົບປະແລກປ່ຽນຄໍາຄິດຄໍາເຫັນ ດ້ວຍບັນຍາກາດອັນສ້າງສັນ ແລະ ກົງໄປກົງ ມາ. ສອງຝ່າຍ ຕີລາຄາສູງຕໍ່ໝາກຜົນຂອງ ການຮ່ວມມືສອງຝ່າຍ ໃນຫລາຍຂົງເຂດວຽກງານ ໃນໄລຍະຜ່ານມາ.


ການໄປເຂົ້າຮ່ວມພິທີສະເຫລີມສະຫລອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້ ແມ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດຳເນີນໄປ ຢ່າງມີຜົນສໍາເລັດອັນຈົບງາມແຕ່ຕົ້ນຕະຫລອດປາຍ, ທັງໄດ້ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອອັນຍາວນານ ລະຫວ່າງ ສອງປະເທດ ລາວ-ຣັດເຊຍ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີໝາກຜົນນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.


ຂ່າວ-ພາບ: ອຸໄທລັດ