
ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ຈັດພິທີເຜີຍແຜ່ຜົນໄດ້ຮັບຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ; ການເລືອກຕັ້ງສະມາຊິກສະພາແຫ່ງຊາດສະໄໝທີ XVI ແລະ ການລະນຶກວັນຄົບຮອບ 136 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິງ ໃນວັນທີ 8 ພຶດສະພາ 2026 ທີ່ ສະຖານທູດຫວຽດນາມ ປະຈໍາລາວ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງ ຊາດ, ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີບັນດາຄະນະນຳຂອງລາວ ແລະ ຫວຽດນາມ, ອົງ ການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງ ຂົ້າຮ່ວມ.


ໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫງວຽນ ມິງ ເຕີມ ໄດ້ກ່າວຂໍ້ມູນກ່ຽວກັບຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງ ທີ XIV ຂອງພັກກອມມູນິດຫວຽດນາມ; ຜົນຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ XVI ແລະ ຜົນຂອງກອງປະຊຸມສະໄໝສາມັນຄັ້ງປະຖົມມະລຶກຂອງສະພາແຫ່ງຊດຊຸດທີ XVI, ເອກະພາບກັບອົງການທີ່ມີບົດບາດໜ້າທີ່ທີ່ກ່ຽວຂ້ອງຂອງລາວ ກ່ຽວກັບທິດທາງວຽກງານຖະແຫລງຂ່າວ ແລະ ໂຄສະນາເຜີຍແຜ່ກ່ຽວກັບເຫດການສໍາຄັນຂອງສອງພັກ ແລະ ສອງປະເທດໃນປີ 2026 ແລະ ປີສາມັກຄີມິດຕະພາບ ຫວຽດນາມ -ລາວ (2027) ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຄອມມູນນິດຫວຽດນາມ ຈັດຂຶ້ນແຕ່ ວັນ ທີ 19-23 ມັງກອນປີ 2026 ໄດ້ສໍາເລັດຜົນຢ່າງຈົບງາມ ພາຍໃຕ້ຫົວຂໍ້ “ພາຍໃຕ້ຄັນທຸງທີ່ມີກຽດສະຫງ່າຂອງພັກ, ທົ່ວພັກ, ທົ່ວປະຊາຊົນ, ທົ່ວກອງທັບ ຮ່ວມຈິດຮ່ວມໃຈ, ມຸ່ງໝັ້ນຕັດສິນໃຈໃນການການປ່ຽນແປງໃໝ່, ເຄື່ອນໄຫວປະຕິບັດ ເພື່ອໃຫ້ປະເທດຫວຽດນາມ ທີ່ສັນຕິພາບ, ເອ ກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຮຸ່ງເຮືອງ, ສີວິໄລ ແລະ ມີຄວາມສຸກເພື່ອ ກ້າວໄປສູ່ສັງຄົມນິຍົມຢ່າງໝັ້ນຄົງ”. ທິດນໍາຂອງກອງປະຊຸມໃຫຍ່ແມ່ນ: “ສາມັກຄີ-ປະ ຊາທິປະໄຕ ຄວາມເປັນລະບຽບ -ກ້າວກະໂດດ-ການພັດ ທະນາ”. ນີ້ແມ່ນເຫດການການເມືອງ ພິເສດທີ່ສໍາຄັນ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ເປັນຂີດໝາຍໃໝ່ໃນປະຫວັດສາດ ແຫ່ງການນໍາພາປະຕິວັດຂອງພັກກອມມູນິດຫວຽດນາມ ໃນໜຶ່ງສະຕະວັດທີ່ຜ່ານມາ; ຢືນຢັນເຖິງຄວາມແຂງແກ່ນ, ສະຕິປັນຍາ ແລະ ຄວາມສາ ມາດການນໍາພາຂອງພັກ ໃນການກຳນົດທິດທາງກ່ຽວກັບອະນາຄົດຂອງຊາດ ໃນສະພາບການຂອງໂລກທີ່ກຳລັງຜັນປ່ຽນແປງຢ່າງເລິກຊຶ້ງ ແລະ ສັບສົນ.

ກອງປະຊຸມໃຫຍ່ຄັ້ງທີ XIV ມີຄວາມໝາຍສໍາຄັນດ້ານປະ ຫວັດສາດຢ່າງເລິກເຊິ່ງ, ບໍ່ພຽງແຕ່ແມ່ນການສະຫລຸບສະໄໝໜຶ່ງເທົ່ານັ້ນ, ຫາກຍັງເປີດໄລຍະໃໝ່ແຫ່ງການຂະ ຫຍາຍຕົວໃໝ່ຂອງປະເທດຊາດໂດຍມີວິໄສທັດທີ່ເບິ່ງກວ້າງເຫັນໄກ, ມີຈຸດໝາຍຕ່າງໆຢ່າງຈະແຈ້ງຊັດເຈນ, ມີຄວາມມຸ່ງໝັ້ນຕັດສິນໃຈດ້ານການເມືອງ ສູງຂອງທົ່ວພັກ, ທົ່ວປະຊາຊົນ ແລະ ທົ່ວກອງທັບ ແລະ ທົ່ວກອງທັບ ໃນຫລາຍສິບປີຂ້າງໜ້າ, ມຸ່ງໄປສູ່ຄວາມຝັນອັນຍິ່ງໃຫຍ່ ໃນການສ້າງປະເທດ ຫວຽດນາມ ທີ່ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຮຸ່ງເຮືອງ, ສີວິໄລ ແລະ ມີຄວາມສຸກເພື່ອ ກ້າວໄປສູ່ສັງຄົມນິຍົມຢ່າງໝັ້ນຄົງ.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະຫລຸບຈິດໃຈຂອງກອງປະຊຸມໃຫຍ່ຄັ້ງນີ້ດ້ວຍ ບັນດາຄໍາສັບທີ່ສໍາຄັນເຊັ່ນ: ສາມັກຄີ, ປະຊາທິປະໄຕ, ເປັນລະ ບຽບ, ກ້າວກະໂດດ, ພັດທະນາ, ຄວາມ ຮັບຜິດຊອບ, ຄວາມມຸ່ງໝັ້ນ, ສະຕິປັນຍາ, ວິທະຍາສາດ, ເພື່ອປະຊາ ຊົນ, ເປັນເຈົ້າຕົນເອງດ້ານຍຸດທະສາດ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມໝັ້ນໃຈ, ເອກອ້ານທະນົງໃຈຂອງຊາດ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດສະໄໝທີ XVI, ຜູ້ມີສິດເລືອກຕັ້ງເຂົ້າຮ່ວມປ່ອນບັດຫລາຍກວ່າ 76,2 ລ້ານຄົນ, ກວມເອົາອັດຕາ 99,7% ຊຶ່ງແມ່ນລະດັບທີ່ສູງທີ່ສຸດເປັນປະຫວັດສາດ. ສະພາແຫ່ງຊາດ ຊຸດທີ XVI ໄດ້ເລືອກຕັ້ງໄດ້ສະມາຊິກ 500 ທ່ານ (ຈາກຜູ້ສະໝັກທັງ ໝົດ 863 ທ່ານ) ໂດຍຮັບປະກັນໂຄງປະກອບ ແລະ ອົງ ປະກອບຕາມຂໍ້ ກຳນົດຢ່າງຄົບຖ້ວນ. ນີ້ແມ່ນໝາກຜົນສໍາຄັນ ທີ່ສ່ອງແສງເຖິງປະສິດທິຜົນຂອງການຈັດຕັ້ງການເລືອກຕັ້ງ, ຕະຫລອດຮອດສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນທາງການເມືອງ, ສະຕິຄວາມເປັນພົນລະເມືອງ ແລະ ຈິດໃຈ ແຫ່ງການເປັນເຈົ້າຂອງປະເທດຊາດຂອງປະຊາຊົນ.

ພາຍຫລັງການປະກາດຜົນການເລືອກຕັ້ງ, ສະພາແຫ່ງ ຊາດ ຊຸດທີ XVI ໄດ້ຈັດກອງປະຊຸມສະໄໝປະຖົມ ມະລືກ (ລະຫວ່າງວັນທີ 06-24/04/2026) ແລະ ດໍາເນີນພາ ລະກິດສໍາຄັນຫລາຍປະການທີ່ມີຄວາມໝາຍຍິ່ງ ເປັນຕົ້ນ ການແຕ່ງຕັ້ງບຸກຄະລາກອນລະດັບສູງ ແລະ ການກຳນົດແຜນພັດທະນາປະເທດຊາດໃນໄລຍະ 5 ປີ ຕໍ່ໜ້າ. ສະພາແຫ່ງຊາດ ຊຸດທີ XVI ໄດ້ລົງມະຕິເລືອກຕັ້ງ ແລະ ຮັບຮອງເອົາຕຳແໜ່ງການນໍາທັງໝົດ 39 ຕຳແໜ່ງ. ໃນນັ້ນ, ກອງປະຊຸມໄດ້ ເລືອກຕັ້ງ ສະຫາຍ ເຈີນ ແທັງ ເໝີ້ນ ເປັນປະ ທານສະພາແຫ່ງຊາດ: (ໄດ້ຮັບເລືອກຕັ້ງຄືນໃໝ່ອີກໜຶ່ງສະໄໝ); ສະຫາຍ ໂຕ ເລິມ ເປັນປະທານປະເທດ ແລະ ເລືອກຕັ້ງ ສະຫາຍ ເລ ມິງ ຮືງ ເປັນນາຍົກລັດຖະ ມົນຕີ. ພ້ອມກັນນັ້ນ, ສະພາແຫ່ງຊາດ ຍັງໄດ້ອະນຸມັດນະໂຍບາຍສໍາຄັນດ້ານເສດຖະກິດ-ສັງຄົມຄື: ແຜນພັດທະນາເສດ ຖະກິດ-ສັງຄົມ ໄລຍະ 5 ປີ (2026-2030) ຮັບຮອງເປົ້າໝາຍການເຕີບໂຕສະເລ່ຍຂອງ GDP ແຕ່ລະປີບໍ່ໃຫ້ຕໍ່າກວ່າ 10%, ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ ແລະ ຕັ້ງເປົ້າໝາຍໃຫ້ພາຍໃນປີ 2030 ຫວຽດນາມ ກາຍເປັນປະ ເທດກຳລັງພັດທະນາ ທີ່ມີອຸດສາຫະກຳທັນສະໄໝ ແລະ ມີລາຍຮັບປານກາງລະດັບສູງ; ອະນຸມັດແຜນການລົງທຶນພາກລັດໄລຍະກາງ; ຜ່ານກົດໝາຍ ຈໍານວນ 9 ສະບັບ ແລະ ມະຕິສໍາຄັນ ຈໍານວນ 31 ສະບັບ ຊຶ່ງພົ້ນເດັ່ນແມ່ນດ້ານນະໂຍບາຍສ່ວຍສາອາກອນ, ທີ່ດິນ, ການກຳນົດເນື້ອໃນການຕິດຕາມກວດກາສູງສຸດປະຈຳປີ 2027 ແລະ ຜ່ານມະຕິສ້າງຕັ້ງນະຄອນດົ່ງນາຍ ຂຶ້ນກັບສູນກາງ (ເປັນນະຄອນຂຶ້ນກັບສູນກາງ ແຫ່ງທີ 7 ຂອງຫວຽດນາມ).
ພ້ອມນີ້, ຄະນະນໍາຂັ້ນສູງຂອງລາວ ໄດ້ຖະຫວາຍທູບທຽນອາໄລປະທານໂຮ່ຈີ່ມິງ ທີ່ຫ້ອງອະນຸສອນປະທານໂຮ່ຈີ່ມິງ, ຊົມການວາງສະແດງຮູບພາບ ກ່ຽວກັບຊີວິດການເຄື່ອນໄຫວພາລະກິດຂອງປະທານ ໂຮ່ຈີ່ມິງ ໂອກາດສະເຫລີມສະຫລອງວັນເກີດຄົບຮອບ 136 ປີ, ການນໍາສະເໜີ ແລະ ຄໍາອະທິບາຍ ຮູບເງົາຂ່າວສານກ່ຽວກັບວາລະຂອງກອງປະຊຸມໃຫຍ່ຂອງພັກ ຈາກຄວາມຫຍຸ້ງຍາກໄປສູ່ໄຊຊະນະອັນຍິ່ງໃຫຍ່ອີກດ້ວຍ.
ຂ່າວ ຂປລ