ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍ

ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2026 ທີ່ ເຊບູ, ປະເທດ ຟິລິບປິນ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະ ທານອາຫານເຊົ້າແບບເຮັດວຽກ ຮ່ວມກັບ ພະນະທ່ານ ເລ ມິງ ຮືງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ແລະ ສົມເດັດ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍຫວຽດ ນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026.

ໃນໂອກາດນີ້, ສາມນາຍົກລັດຖະ ມົນຕີ ຕ່າງກໍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັນອີກຄັ້ງໜຶ່ງ ແລະ ຕີລາຄາສູງ ຕໍ່ກົນໄກການພົບປະ ລະຫວ່າງ 3 ນາຍົກລັດຖະມົນຕີ ກໍາປູເຈຍ-ລາວ-ຫວຽດນາມ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມຕ່າງໆຢູ່ພາກພື້ນ ແລະ ສາກົນ ຊຶ່ງບໍ່ພຽງແຕ່ເປັນເວທີແລກປ່ຽນປົກກະຕິ, ແຕ່ຍັງເປັນກົນໄກການຮ່ວມມືຍຸດທະສາດອັນສໍາຄັນຍິ່ງ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ມີມາແຕ່ດົນນານຂອງສາມຊາດອິນດູ ຈີນ.

ພ້ອມດຽວກັນນີ້, ສາມນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ ທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຂັ້ມແຂງຍິ່ງຂຶ້ນ ຊຶ່ງພົ້ນເດັ່ນທີ່ສຸດແມ່ນການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈກັນໃນລະດັບສູງສຸດ ແລະ ສະແດງຄວາມເຊື່ອໝັ້ນວ່າ ກົນໄກການພົບປະໃນທຸກລະດັບ ຈະເປັນກໍາລັງຂັບເຄື່ອນ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ຍົກລະດັບການຮ່ວມມື ລະຫວ່າງ ສາມປະເທດ ໃຫ້ເຂົ້າສູ່ລວງເລິກຍິ່ງຂຶ້ນ.

ນອກຈາກນັ້ນ, ສາມນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະ ພາບການພົ້ນເດັ່ນຂອງການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ລາວ-ຫວຽດນາມ, ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ຫວຽດນາມ ໃຫ້ກັນຊາບໂດຍຫຍໍ້ ພ້ອມທັງໄດ້ແລກປ່ຽນທັດສະນະ ກ່ຽວກັບ ສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດັ່ງກ່າວ, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ພະນະທ່ານ ນາຍົກລັດຖະມົນຕີ ກໍາປູເຈຍ ແລະ ຫວຽດນາມ ທີ່ໄດ້ສົ່ງສານສະແດງຄວາມຊົມເຊີຍ ໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກວາລະໜຶ່ງ ພ້ອມທັງໄດ້ຊຸກຍູ້ການຮ່ວມມືສາມຝ່າຍ ໃນຂົງເຂດທີ່ເປັນບູລິມະສິດ ໂດຍສະເພາະ ການເຊື່ອມໂຍງດ້ານໂຄງລ່າງ, ພະລັງງານ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໃຫ້ເພີ່ມຂຶ້ນ ໃນຕໍ່ໜ້າ.

error: Content is protected !!