ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມລັດຖະມົນ ຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນ ຕີທີ່ກ່ຽວຂ້ອງ

ໃນວັນທີ 7 ພຶດສະພາ 2026 ທີ່ ເຊບູ, ປະເທດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 38 ແລະ ກອງປະຊຸມຮ່ວມລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບຄວາມຄືບໜ້າ ໃນຂະບວນການສ້າງປະຊາຄົມອາຊຽນ, ຊຶ່ງໂດຍລວມມີຄວາມຄືບໜ້າ ໂດຍສະເພາະ ປີ 2026 ເປັນປີທໍາອິດທີ່ອາຊຽນ ເລີ່ມຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດ ເພື່ອຈັດ ຕັ້ງປະຕິບັດວິໄສທັດດັ່ງກ່າວ.

ກອງປະຊຸມຍັງໄດ້ປຶກສາຫາ ລື ກ່ຽວກັບ ການກະກຽມຈັດກິດຈະກໍາເພື່ອສະເຫຼີມສະ ຫຼອງສົນທິສັນຍາ ຄົບຮອບ 50 ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ໃນປີ 2026. ນອກນັ້ນ, ກໍປຶກສາຫາລືກ່ຽວກັບການພົວພັນຮ່ວມມືກັບຄູ່ຮ່ວມພາຍນອກ, ໃນນີ້ ສປປ ລາວ ໃນນາມປະເທດປະສານງານການພົວພັນ ອາຊຽນ-ການາດາ ກໍໄດ້ລາຍງານໂດຍລວມຄວາມຄືບໜ້າການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ ການາດາ ໂດຍສະເພາະ ຄວາມຄືບໜ້າການເຈລະຈາຮ່າງແຜນປະຕິ ບັດງານອາຊຽນ-ການາດາ ສະບັບໃໝ່ ສໍາລັບປີ 2026-2030.ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31 ໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ ແລະ ກິດຈະກໍາຂອງບັນດາຂະ ແໜງການ ພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ເປັນຕົ້ນແມ່ນ ການຮ່ວມມືໃນວຽກງານການຕ້ານອາຊະຍາກໍາຂ້າມຊາດ, ປ້ອງກັນປະເທດ, ກົດ ໝາຍ, ສິດທິມະນຸດ, ສົນທິສັນຍາວ່າດ້ວຍເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສຽງໃຕ້, ການຈັດ ຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບ ມຽນມາ ແລະ ອື່ນໆ.

ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະ ຕິບັດແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ພາຍໃຕ້ວິໄສທັດປະຊາຄົມອາຊຽນ 2045, ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ຕົ້ນປີ 2026.

ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 38 ຮັບຊາບການກະກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ແຜນການເຄື່ອນໄຫວ, ຫົວຂໍ້ປຶກສາຫາລື, ຂັ້ນຕອນການດໍາເນີນກອງປະຊຸມ ແລະ ບັນຊີເອກະສານຜົນຂອງກອງປະຊຸມສຸດຍອດ. ພ້ອມນັ້ນ, ກອງປະຊຸມ ໄດ້ຮັບຮອງ ແລະ ຮັບຊາບບົດລາຍງານຕ່າງໆ ເປັນຕົ້ນ ບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ, ບົດລາຍງານກອງປະຊຸມສະພາປະຊາຄົມການເມືອງ -ຄວາມໝັ້ນຄົງອາຊຽນ ຄັ້ງທີ 31, ບົດລາຍງານກອງປະຊມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 27, ບົດລາຍງານກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມ ຄັ້ງທີ 35 ແລະ ບັນດາບົດລາຍງານທີ່ກ່ຽວຂ້ອງ ເພື່ອນຳສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48.

ສຳລັບກອງປະຊຸມຮ່ວມລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ, ກອງປະຊຸມ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ຜົນກະທົບທີ່ເກີດຈາກສະພາບການໃນຕາເວັນອອກກາງ ໂດຍສະເພາະຜົນກະທົບດ້ານພະລັງງານ ແລະ ແລະ ສະບຽງອາຫານ. ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບທິດທາງໃນຕໍ່ໜ້າ ແລະ ມາດຕະການຮີບດ່ວນ ເພື່ອແກ້ໄຂຜົນກະທົບທີ່ເກີດຂຶ້ນ ແລະ ເພື່ອເປັນການກຽມຄວາມພ້ອມຮັບມືຕໍ່ວິກິດການທີ່ອາດຈະເກີດຂຶ້ນໃນອະນາຄົດ.

ໃນຕອນທ້າຍ, ກອງປະຊຸມ ໄດ້ເຫັນດີຕໍ່ເນື້ອໃນຂອງຖະ ແຫຼງການຂອງຜູ້ນຳອາຊຽນ ວ່າດ້ວຍ ການຮັບມືກັບວິ ກິດການໃນຕາເວັນອອກກາງ ເພື່ອນຳສະເໜີໃຫ້ຜູ້ນໍາອາຊຽນ ພິຈາລະນາຮັບຮອງໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48.

error: Content is protected !!