ໃນວັນທີ 7 ພຶດສະພາ 2026, ທີ່ ເຊບູ, ຟີລິບປິນ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໃນໂອ ກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026.ໃນໂອກາດດັ່ງກ່າວ, ສອງນາຍົກລັດ ຖະມົນຕີ ລາວ ແລະ ມາເລເຊຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນ ລະຫວ່າງສອງປະເທດ ຕະຫຼອດໄລຍະ 6 ທົດສະວັດ ທີ່ຜ່ານມາ ຊຶ່ງສະ ແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ການຮ່ວມມືໃນຄອບຄົວອາຊຽນ.

ສອງຝ່າຍ ເຫັນດີຈະສືບຕໍ່ສົ່ງເສີມການຮ່ວມມືໃນດ້ານຕ່າງໆ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ເປັນຕົ້ນແມ່ນ ດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການເງິນ ແລະ ທະນາຄານ, ວັດທະນະທໍາ-ສັງຄົມ, ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ການທ່ອງ ທ່ຽວ ແລະ ດ້ານອື່ນໆ. ພິເສດ ໃນປີ 2026 ນີ້ ເປັນປີຄົບຮອບ 60 ປີການສ້າງຕັ້ງສາຍພົວພັນການທູດ ລາວ-ມາເຊເລຍ ຊຶ່ງສອງຝ່າຍ ມີແຜນຈະຈັດຫຼາຍກິດຈະກໍາຮ່ວມກັນ ເພື່ອສະເຫຼີມສະຫຼອງວັນທີ່ມີຄວາມໝາຍສໍາຄັນດັ່ງກ່າວ. ພ້ອມດຽວກັນນັ້ນ, ສອງຝ່າຍໄດ້ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະ ຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານມາເລ ເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ແລະ ໄດ້ສະເຫນີລັດຖະບານມາເລ ເຊຍ ສືບຕໍ່ຊຸກຍູ້ ແລະ ລະດົມໃຫ້ນັກທຸລະກິດ ມາເລເຊຍ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ພ້ອມທັງໄດ້ເຊື້ອເຊີນ ພະນະທ່ານ ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ມີຄວາມສະດວກ ໃນປີ 2026 ນີ້ ເພື່ອເປັນການສ່ະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ກໍຄື ເສີມຂະຫຍາຍການພົວພັນຮ່ວມມືໃນດ້ານຕ່າງໆ ໃຫ້ຂະຫຍາຍຕົວຍິ່ງໆຂື້ນ.



ໃນຂະນະດຽວກັນ, ພະນະທ່ານ ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ແລະ ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ໃຫ້ສູງຂື້ນສູ່ລະດັບໃໝ່ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ພ້ອມທັງມີຄວາມຍິນດີ ທີ່ຈະເດີນທາງຢ້ຽມຢາມທາງການ ສປປລາວ ໃນເວລາ ທີ່ສອງຝ່າຍມີຄວາມສະດວກ.