ພະແນກສາທາລະນະສຸກແຂວງສະຫວັນນະເຂດ ກຳລັງເລັ່ງດຳເນີນການຢອດວັກຊິນປ້ອງກັນພະຍາດໂປລີໂອໃຫ້ເດັກ ນ້ອຍອາຍຸຕ່ຳກວ່າ 5 ປີ ມາຮອດປັດຈຸບັນສາມາດປະຕິ ບັດໄດ້ 81,9% ຂອງແຜນການ ແລະ ຄາດວ່າຈະບັນລຸເປົ້າໝາຍພາຍໃນວັນທີ 10 ພຶດສະພາ 2026 ນີ້.

ທ່ານ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະ ນະສຸກແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ພຶດສະພາຜ່ານມາວ່າ: ການຢອດວັກຊິນໂປລີໂອຮອບທີ 2 ໄດ້ເລີ່ມດຳເນີນມາແຕ່ວັນທີ 27 ເມສາ ຫາ 10 ພຶດສະພາ 2026 ໂດຍມີເດັກນ້ອຍເປົ້າໝາຍລຸ່ມ 5 ປີ ເຂົ້າຮັບການຢອດຢາແລ້ວ 118.158 ກໍລະນີ ຄອບຄຸມ 2.032 ບ້ານ ແລະ ຈຸດບໍລິການຢອດວັກຊິນ 2.126 ຈຸດ.

ທ່ານກ່າວວ່າ ຜົນການດຳເນີນງານໃນຮອບທີ 2 ນີ້ ມີຄວາມຄືບໜ້າໄວກວ່າຮອບທີ 1 (ມີນາ 2026) ສະແດງເຖິງການປະສານສົມທົບຢ່າງໃກ້ຊິດຂອງທຸກພາກສ່ວນ ທັງຂັ້ນແຂວງ ເມືອງ ສຸກສາລາ ແລະ ຊຸມຊົນ ພ້ອມກັນນີ້ ຍັງໄດ້ມີການກະກຽມຄວາມພ້ອມດ້ານວັກຊິນ ຊຸມຊົມ ບຸກຄະລາກອນ ແລະ ລະບົບເຝົ້າລະວັງຢ່າງຮັດກຸມ ເຮັດໃຫ້ຜ່ານມາຍັງບໍ່ພົບບັນຫາດ້ານວັກຊິນ ຫຼື ເຫດການຜິດປົກກະຕິໃດໆ.ປັດຈຸບັນ ການຢອດວັກຊິນໄດ້ຂະຫຍາຍຄອບຄຸມທັງ 14 ເມືອງ ແລະ 1 ນະຄອນ ໃນນັ້ນ ເມືອງສອງຄອນ ເປັນເຂດທີ່ມີຄວາມຄືບໜ້າສູງ ຂະນະທີ່ເມືອງອື່ນໆ ກໍກຳລັງເລັ່ງປະຕິບັດໃຫ້ບັນລຸຕາມແຜນ.ເຖິງຢ່າງໃດກໍຕາມ ການຈັດຕັ້ງຍັງປະເຊີນກັບຫຼາຍສິ່ງທ້າທາຍ ໂດຍສະເພາະວິກິດລາຄານໍ້າມັນ ສະພາບເສັ້ນທາງຄົມມະນາຄົມ ແລະ ຂໍ້ຈຳກັດດ້ານພາຫະນະ ສົ່ງຜົນໃຫ້ການເຂົ້າເຖິງບາງພື້ນທີ່ຍັງເຮັດໄດ້ຍາກ. ນອກຈາກນັ້ນ ຍັງເປັນຊ່ວງເຂົ້າສູ່ລະດູການຜະລິດ ເຮັດໃຫ້ເດັກບາງສ່ວນຕິດຕາມຜູ້ປົກ ຄອງໄປເຮັດວຽກ ສົ່ງຜົນໃຫ້ການປຸກລະດົມມີຄວາມຫຍຸ້ງ ຍາກ.

ພ້ອມນີ້ ພະແນກສາທາລະນະສຸກແຂວງ ຍັງໄດ້ຮຽກຮ້ອງໄປຍັງອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນ ໃຫ້ສືບຕໍ່ປຸກລະດົມນຳລູກ-ຫຼານເຂົ້າຮັບການຢອດວັກຊິນ ເພາະການຢອດວັກຊິນໂປລີໂອຖືເປັນມາດຕະການສຳຄັນໃນການປ້ອງກັນ ແລະ ກຳຈັດລຶບລ້າງພະຍາດໂປລີໂອອອກຈາກຊຸມຊົນໃຫ້ໄດ້ຢ່າງຖາວອນ.