ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະກັບ ສະຫາຍ ລີ ຫົງຈົງ, ກໍາມະການ ກົມການເມືອງສູນກາງພັກກອມມູນິດຈີນ, ຮອງປະທານ ແລະ ຮອງເລຂາຄະນະພັກ ຄະນະປະຈໍາສະພາປະຊາຊົນແຫ່ງຊາດ ແຫ່ງ ສປ ຈີນ.

ໃນຕອນຄໍ່າຂອງວັນທີ 30 ເມສາ 2026,​ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ລີ ຫົງຈົງ, ກໍາມະການກົມການເມືອງສູນກາງພັກກອມມູນິດຈີນ, ຮອງປະທານ ແລະ ຮອງເລຂາຄະນະພັກ ຄະນະປະຈໍາສະພາປະຊາຊົນແຫ່ງຊາດ ແຫ່ງ ສປ ຈີນ, ໃນໂອກາດຢ້ຽມຢາມ ສປ ຈີນ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະ ພາບ ລາວ-ຈີນ ທີ່ ນະຄອນຫຼວງປັກກິ່ງ.

ໃນໂອກາດນີ້, ສະຫາຍ ລີ ຫົງຈົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຄວາມປິຕິຍິນດີທີ່ໄດ້ຮ່ວມກັບ ສະຫາຍ ທອງສະຫວັນ ພົມວິຫານ ຕາງໜ້າໃຫ້ພັກ ແລະ ລັດຖະ ບານຂອງສອງປະເທດ ຈີນ ເຂົ້າຮ່ວມພິທີດັ່ງກ່າວ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາແຈ້ງຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໃນນາມຜູ້ຕາງ ໜ້າພິເສດຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສປ ປລາວ ໃນລະຫວ່າງວັນທີ 20-22 ເມສາ 2026 ຜ່ານມາ ດ້ວຍຜົນສໍາເລັດອັນຈົບງາມ.

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ສະຫາຍ ລີ ຫົງຈົງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ແລະ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ໄດ້ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມທັງໄດ້ຕີລາຄາສູງ ແລະ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ສອງຝ່າຍໄດ້ມີການປະສານສົມທົບກັນຢ່າງໃກ້ຊິດ ໃນການຈັດ ຕັ້ງຜັນຂະຫຍາຍຜົນການຕົກລົງຂອງການນໍາສູງສຸດຂອງສອງປະເທດ ລາວ-ຈີນ ຢ່າງຕັ້ງໜ້າ ໂດຍສະເພາະ ການຈັດຕັ້ງບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ, ຈີນ-ລາວ ຢ່າງຄຶກຄື້ນ ແລະ ມີເນື້ອໃນສໍາຄັນ.

ນອກຈາກນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງ ການພົວພັນຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ທີ່ມີ ສະຫາຍ ປະທານ ໄກສອນ ພົມວິ ຫານ ແລະ ປະທານ ເໝົາ ເຈີຕົງ ເປັນຜູ້ນໍາພາໃນເມື່ອກ່ອນ ເຊິ່ງໄດ້ຮັບການເພີ່ມທະວີ ຮັດແໜ້ນ ແລະ ເຂົ້າສູ່ລວງເລິກ ອັນໄດ້ເປັນພື້ນຖານທີ່ສຳຄັນໃຫ້ແກ່ການເປີດກວ້າງ ແລະ ເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດອື່ນໆໃນປັດຈຸບັນ.

ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບຜົນສໍາເລັດການພົບປະສອງຝ່າຍກັບ ສະຫາຍ ຫວັງ ອີ້, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ໃນຕອນເຊົ້າຂອງວັນດຽວກັນ, ເຊິ່ງໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີຮັດແໜ້ນການຮ່ວມມືໃນດ້ານຕ່າງໆໃຫ້ແຕກດອກອອກຜົນຂຶ້ນ ກໍ່ຄືການສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການຕົກລົງຂອງຜູ້ນໍາສູງສຸດຂອງສອງປະເທດ ໂດຍສະເພາະ ການຈັດຕັ້ງປະຕິ ບັດແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ -ຈີນ, ຈີນ-ລາວ ສະບັບທີ 2 (2024-2028) ໃຫ້ມີຄຸນ ນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ພາລະກິດການສ້າງສາປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.

ໃນໂອກາດນີ້,​ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງສະຫາຍຈີນ ຕະຫຼອດໄລຍະທີ່ຜ່ານມາ ແລະ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ໝັ້ນຄົງຂະນົງແກ່ນຕະຫຼອດໄປ.

error: Content is protected !!