ໃນຕອນຄໍ່າຂອງວັນທີ 30 ເມສາ 2026, ທີ່ ນະຄອນ ຫຼວງປັກກິ່ງ, ສປ ຈີນ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ຮ່ວມກັບ ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງສະຫວັນ ພົມ ວິຫານ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ; ສະຫາຍ ລີ ຫົງຈົງ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ ແລະ ຮອງເລຂາຄະນະພັກ ຄະນະປະຈໍາສະ ພາປະຊາຊົນແຫ່ງຊາດ ແຫ່ງ ສປ ຈີນ; ສະຫາຍ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ; ສະຫາຍ ນາງ ຮົວ ຊຸນອິງ, ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປ ຈີນ, ພ້ອມນັ້ນຍັງມີຄະ ນະນໍາກະຊວງກ່ຽວຂ້ອງ, ບັນດາທູຕານຸທູດຕ່າງປະເທດ ປະຈໍາ ສປ ຈີນ, ຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ, ອະດີດຊ່ຽວຊານ ແລະ ອະດີດທະຫານອາສາສະ ໝັກຈີນ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ແລະ ສະຫາຍ ລີ ຫົງຈົງ ໄດ້ພັດປ່ຽນກັນຂຶ້ນກ່າວຄໍາປາໄສ ໂດຍໄດ້ຍົກໃຫ້ເຫັນເຖິງມູນເຊື້ອຂອງການພົວພັນຮ່ວມມື ລາວ -ຈີນ, ຈີນ-ລາວ ຕະຫຼອດໄລຍະ 65 ປີຜ່ານມາ. ລາວ ແລະ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 25 ເມສາ 1961, ເຊິ່ງຖືເປັນຂີດໝາຍປະຫວັດສາດທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ ທັງໄດ້ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ. ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນ້ຳຕິດຈອດກັນ, ມີມິດຕະພາບອັນຍາວນານ ແລະ ຮ່ວມຊາຕາກຳນຳກັນ, ຕະ ຫຼອດ 65 ປີຜ່ານມາ ການພົວພັນສອງຝ່າຍໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ຈາກການພົວພັນຄູ່ຮ່ວມຍຸດທະ ສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ໄດ້ສືບຕໍ່ຍົກສູງຂຶ້ນເປັນ ຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ.


ໃນເດືອນເມສາ 2019 ການນຳສູງສຸດຂອງສອງປະເທດໄດ້ລົງນາມແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາ ກຳ ລາວ-ຈີນ, ຈີນ-ລາວ ສະບັບທຳອິດ (2019-2023) ອັນເປັນນິມິດໝາຍທີ່ມີຄວາມໝາຍຍຸດທະສາດໃນການຮັດແໜ້ນການພົວພັນຮ່ວມມືສອງຝ່າຍໃນຍຸກສະໄໝໃໝ່, ເຊິ່ງຕອບສະໜອງຕາມຄວາມມຸ່ງມາດປາຖະໜາຂອງປະຊາຊົນສອງຊາດ, ທັງສອດຄ່ອງກັບທ່າອ່ຽງລວມຂອງຍຸກສະໄໝ. ປັດຈຸບັນ, ລາວ ແລະ ຈີນ ຢູ່ໃນໄລຍະແຫ່ງການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ສະບັບທີ 2 (2024 -2028), ເຊິ່ງໄດ້ກໍານົດທິດທາງ ແລະ ລະດັບຄາດໝາຍ ແນໃສ່ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍກ້າວສູ່ມາດ ຕະຖານສູງ, ຄຸນນະພາບສູງ ແລະ ລະດັບທີ່ສູງຂຶ້ນກວ່າເກົ່າ ແລະ ເປັນພະລັງຂັບເຄື່ອນໃໝ່ ເພື່ອເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນຍິ່ງຂຶ້ນ. ທັງສອງປະເທດຍັງໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການປົກປ້ອງຜົນປະໂຫຍດແຫ່ງຊາດອັນເປັນແກນກາງຂອງກັນ ແລະ ກັນ, ທັງປະສານສົມທົບກັນຢ່າງແໜ້ນແຟ້ນໃນເວທີພາກພື້ນ ແລະ ສາກົນ.



ຕະຫຼອດໄລຍະ 65 ປີຜ່ານມາ, ການພົວພັນ ແລະ ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງສອງປະເທດ ລາວ-ຈີນ, ຈີນ-ລາວ ໄດ້ຜ່ານການທົດ ສອບໃນໄລຍະເວລາປະຫວັດສາດທີ່ສຳຄັນຕ່າງໆຂອງປະຊາຊົນສອງຊາດ, ວາງຮາກຖານອັນແຂງແກ່ນ ແລະ ເປັນມໍລະດົກອັນລ້ຳຄ່າໃຫ້ແກ່ການພົວພັນຮ່ວມມືຂອງສອງປະເທດໃນປັດຈຸບັນ. ການຮ່ວມມືດ້ານການເມືອງມີຄວາມໜັກແໜ້ນ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງ, ການພົວພັນຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ທີ່ມີມູນເຊື້ອມາແຕ່ດົນນານ ສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເຂົ້າສູ່ລວງເລິກ ອັນໄດ້ເປັນພື້ນຖານທີ່ສຳຄັນໃຫ້ແກ່ການເປີດກວ້າງ ແລະ ເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດອື່ນໆ. ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແມ່ນໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການລົງທຶນຂອງ ສປ ຈີນ ຍັງຄອງລໍາດັບໜຶ່ງຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ. ການເປີດບໍລິການນໍາໃຊ້ ລົດໄຟ ລາວ-ຈີນ ນັບແຕ່ວັນທີ 3 ທັນວາ 2021 ເປັນຕົ້ນມາ ໄດ້ເຮັດໃຫ້ການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ມີທ່າອ່ຽງເພີ່ມຂຶ້ນທຸກປີ, ອັນໄດ້ເປັນການສະໜັບສະໜູນຍຸດທະສາດການເຊື່ອມໂຍງ ແລະ ເຊື່ອມຈອດກັບຂົງເຂດ ແລະ ພາກພື້ນ ຂອງ ສປປ ລາວ ຢ່າງຕັ້ງໜ້າ, ລວມທັງໄດ້ເປັນການສົ່ງເສີມການເຊື່ອມໂຍງ ແລະ ເຊື່ອມຈອດ ພາກພື້ນດິນ ລະຫວ່າງ ສປ ຈີນ ແລະ ອາຊຽນ ອີກດ້ວຍ.

ນອກຈາກນັ້ນ, ສອງປະເທດ ລາວ ແລະ ຈີນ ຍັງໄດ້ມີການຮ່ວມມືຢ່າງໃກ້ຊິດໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທຳ-ສັງຄົມ, ເຕັກນິກ-ວິທະຍາ ສາດ ແລະ ດ້ານອື່ນໆ.ໃນໂອກາດດຽວກັນນີ້, ສປປ ລາວ ໄດ້ຍືນຍັນຄືນເຖິງການຍຶດໝັ້ນ ຫຼັກການຈີນດຽວ ຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນແຕ່ຫົວທີ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນ ທາງ”, ສືບຕໍ່ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມບັນ ດາຂໍ້ລິເລີ່ມ ວ່າດ້ວຍ ການພັດທະນາໃນທົ່ວໂລກ, ຄວາມໝັ້ນຄົງໃນທົ່ວໂລກ, ອະລິຍະທໍາໃນທົ່ວໂລກ ແລະ ການປົກຄອງໃນທົ່ວໂລກ ທີ່ສະເໜີໂດຍ ປະທານ ສີ ຈິ້ນຜິງ ເພື່ອຮ່ວມກັນສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະ ນຸດທີ່ນຳເອົາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ມາສູ່ພາກພື້ນ ແລະ ໃນໂລກ.

ໃນພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ຍັງມີການວາງສະແດງຮູບພາບທີ່ສະແດງເຖິງມູນເຊື້ອແຫ່ງການພົວພັນຮ່ວມມື ລາວ-ຈີນ ແລະ ມີການສະແດງສີລະປະລາວ-ຈີນ ອີກດ້ວຍ. ພິທີສະເຫຼີມສະຫຼອງດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕພາບອັນອົບອຸ່ນ, ຄຶກຄື້ນມ່ວນຊື່ນ ແລະ ສໍາເລັດຜົນຢ່າງຈົບງາມ.