ລາວ-ອາເມຣິກາ ຫາລືການພົວພັນຮ່ວມມືສອງຝ່າຍ

    ວັນທີ 13 ກໍລະກົດ 2020 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ປີເຕີ ເຮມ໋ອນ  ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈໍາລາວ ໃນໂອກາດມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ສ ອາເມຣິກາຄົນໃໝ່ປະຈຳລາວ.

    ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ  ແລະ ຕີລາຄາສູງຕໍ່ທ່ານ ປີເຕີ ເຮມ໋ອນ ທີ່ຖືກແຕ່ງຕັ້ງຈາກລັດຖະບານອາເມຣິກາໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດປະຈໍາລາວຄົນໃໝ່ຄັ້ງນີ້ ເຊິ່ງເປັນການປະກອບ ສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງໃນດ້ານການພົວພັນຮ່ວມມືໄລຍະຜ່ານມາ ສອງຝ່າຍໄດ້ມີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍດ້ານ ໂດຍສະເພາະອາເມຣິກາໄດ້ຊ່ວຍເຫຼືອລາວໃນຂະແໜງການຕ່າງໆ ອັນພົ້ນເດັ່ນປີ 2020 ໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ອາເມຣິກາໄດ້ໃຫ້ການຊ່ວຍເຫຼືອດ້ານອຸປະກອນ ແລະ ເຄື່ອງມືການແພດຈຳນວນໜຶ່ງແກ່ລາວ ນອກນັ້ນ ຍັງປະກາດຈະໃຫ້ການສະໜັບສະໜັບສະໜູນດ້ານງົບປະມານແກ່ຂະແໜງສາທາລະນະສຸກໂດຍຜ່ານອົງການຈັດຕັ້ງສາກົນຕ່າງໆ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວໃຫ້ມີປະສິດທິຜົນຫຼາຍຂຶ້ນ.

     ໂອກາດນີ້ ສອງຝ່າຍຍັງໄດ້ສົນທະນາແລກປ່ຽນກ່ຽວກັບຂອບການພົວພັນຮ່ວມມືສອງຝ່າຍ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານຕ່າງໆຕໍ່ໜ້າ ເປັນຕົ້ນການຮ່ວມມືຂົງເຂດວຽກງານການເກັບກູ້ ​ແລະ ​ທໍາ​ລາຍ​ລະເບີດ​ບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ການຊອກຫາ​ສິ່ງ​ເສດ​ເຫຼືອຂອງ​ທະຫານ​ອາ​ເມຣິ​ກທີ່​​​ສູນ​ຫາຍໃນ​ປາງ​ສົງຄາມຢູ່ລາວ  ການ​ຮ່ວມ​ມື​ດ້ານວຽກງານ​ວັດທະນະ​ທໍາ-​ສັງຄົມ ການ​ສຶກສາ ສາທາລະນະສຸກ (ໂຄງ​ການ​ໂພຊະນາການເດັກ) ການສົ່ງເສີມລາວໃຫ້ເຂົ້າເຖິງແຫຼ່ງທຶນ SME ແລະ ການຮ່ວມມືພັດທະນາໂຄງການອື່ນໆໃຫ້ມີຜົນສຳເລັດ ເພື່ອປະກອບສ່ວນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ມີການເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.

# ຂ່າວ & ພາບ: ລັດເວລາ

error: Content is protected !!