ໄຊທານີປູກຕົ້ນໄມ້ ແລະ ປ່ອຍສັດນໍ້າ-ສັດປ່າຄືນສູ່ທໍາມະຊາດ

    ວັນທີ 13 ກໍລະກົດ 2020 ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີປ່ອຍສັດນໍ້າ-ສັດປ່າສູ່ທຳມະຊາດ ທີ່ບ້ານນາຄັນທຸງ ແລະ ປູກຕົ້ນໄມ້ຢູ່ປ່າສະຫງວນແຫ່ງຊາດພູເຂົາຄວາຍຂຶ້ນ ມີພະອາຈານ ຄໍາສຸກ ທອງ ຈໍາປາ ເຈົ້າຄະນະອົງການພຸດທະສາສະໜາສໍາພັນລາວເມືອງໄຊທານີ ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ໜູກີ ສີຫາລາດ ຮອງເຈົ້າເມືອງໄຊທານີ ກ່າວວ່າ: ວຽກງານປົກປັກຮັກສາສິ່ງແວດລ້ອມ ການອະນຸຮັກສັດນໍ້າ-ສັດປ່າ ເປັນວຽກໜຶ່ງທີ່ສຳຄັນໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະການເລັ່ງໃສ່ການປຸກສ້າງຈິດສໍານຶກໃຫ້ມີສ່ວນຮ່ວມຂອງປະຊາຊົນຕໍ່ການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນປ່າໄມ້ ເປັນຕົ້ນການສຸມໃສ່ປູກໄມ້ຟື້ນຟູປ່າໃຫ້ມີເນື້ອທີ່ປົກຫຸ້ມທົ່ວປະເທດ 70% ໃນປີ 2020 ສະເພາະເມືອງໄຊທານີ ກໍຄື ນວ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄໍາຂວັນສີຂຽວ ແລະ ສ້າງເມືອງສີຂຽວໃຫ້ກາຍເປັນເມືອງທີ່ຂຽວງາມ ສະອາດ ສະຫງົບ ແລະ ໜ້າຢູ່ໃນອະນາຄົດ.

     ສໍາລັບບ້ານນາຄັງທຸງ ພວກເຮົາຍັງໄດ້ຖືເອົາຄາດໝາຍຍຸດທະສາດປ່າໄມ້ແຕ່ນີ້ເຖິງປີ 2020 ຂອງຂັ້ນເທິງວາງອອກເປັນສໍາຄັນ ໄດ້ພ້ອນກັນປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງເທື່ອລະກ້າວ ໂດຍອີງໃສ່ສະພາບຕົວຈິງຂອງບ້ານ ເຊິ່ງບ້ານດັ່ງກ່າວຕັ້ງຢູ່ໃກ້ກັບປ່າສະຫງວນແຫ່ງຊາດພູເຂົາຄວາຍທີ່ເປັນເຂດຍຸດທະສາດປ້ອງກັນຊາດ ແລະ ແຂກຈາກໃກ້-ໄກໄດ້ມາທ່ຽວຊົມທຳມະຊາດ ແລະ ພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ໜ້າທ່ຽວຊົມ ແລະ ກາຍເປັນອຸທະຍານແຫ່ງຊາດໃນອະນາຄົດ.

    ໂດຍເຫັນໄດ້ຄວາມສຳຄັນດັ່ງກ່າວເນື່ອງໃນໂອກາດວັນອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ 13 ກໍລະກົດອຳນາດການປົກຄອງເມືອງຈຶ່ງຮ່ວມມກັບອົງການພຸດທະສາສະໜາເຂດທ່ອງທ່ຽວວັດທະນະທຳປະຫວັດສາດ ແລະ ທຳມະຊາດພູເຂົາຄວາຍ (ພັກຊອຍວອຍ) ຄູບາອາຈານ ເຈົ້າສັດທາ ອອກຕົນຍາດໂຍມ ພ້ອມປະຊາຊົນພາຍໃນບ້ານໄດ້ຈັດກິດຈະກຳປູກຕົ້ນໄມ້ ແລະ ປ່ອຍສັດນໍ້າ-ປ່ອຍປາຢູ່ສະຖານທີ່ດັ່ງກ່າວ ເຊິ່ງເບ້ຍໄມ້ທີ່ນໍາມາປະປູກມີ: ໄມ້ດູ່  ໄມ້ສະຟາງ ແລະ ໄມ້ໃຫ້ໝາກທັງໝົດ 300 ຕົ້ນ ແລະ ປ່ອຍສັດນໍ້າ-ສັດປ່າຈໍານວນໜຶ່ງ ເພື່ອສ້າງໃຫ້ພື້ນທີ່ມີຄວາມອຸດົມສົມບູນຫຼາຍຂຶ້ນ.

# ຂ່າວ & ພາບ: ລັດເວລາ

error: Content is protected !!