ຮອງນາຍົກລັດຖະມົນຕີ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ໂອຕຣິດ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ອີ ຢູ ຄັ້ງທີ 25, ທ່ານ ທອງສະຫວັນ ພົມວິຫານ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະເຮັດວຽກກັບ ທ່ານ ໂຢເຊັບ ເຊລຮອນ (Josef Schellhorn), ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສາທາລະນະລັດ ໂອຕຣິດ ເພື່ອປຶກສາຫາລື ແລະ ຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສປ ປ ລາວ ແລະ ໂອຕຣິດ ທີ່ມີມາຢ່າງແໜ້ນແຟ້ນ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 1 ກັນ ຍາ 1967, ສອງປະເທດ ໄດ້ຮັກສາ ເເລະ ເສີມຂະຫຍາຍການຮ່ວມມືຢ່າງຕໍ່ເນື່ອງ ເປັນຕົ້ນໄດ້ມີການຕິດຕໍ່ພົວພັນແລກປ່ຽນການຢ້ຽມຢາມເຊິ່ງກັນ ເເລະ ກັນ ຢ່າງເປັນປົກ ກະຕິ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນ, ມີການຮ່ວມມືໃນຫຼາຍດ້ານ ເປັນຕົ້ນແມ່ນດ້ານເສດຖະກິດ ເເລະ ການຄ້າ, ສາທາລະນະສຸກ, ການສຶກສາ, ພະລັງງານ, ກະສິກຳ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ ແລະ ອື່ນໆ.

ພິເສດ, ໃນປີ 2027 ທີ່ຈະມາເຖິງນີ້ ສອງຝ່າຍຈະຮ່ວມ ກັນສະເຫຼີມສະຫຼອງ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງງສາຍພົວພັນການທູດ. ພ້ອມນີ້, ສອງຝ່າຍ ຍັງເຫັນດີຮ່ວມກັນທີ່ຈະສືບຕໍ່ເສີມຂະຫຍາຍການພົວພັນ ແລະ ການຮ່ວມມື ສອງຝ່າຍ ໃຫ້ນັບມື້ນັບໄດ້ຮັບການພັດທະນາ ແລະ ມີໝາກຜົນຍິ່ງໆຂຶ້ນໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມືໃນຂົງເຂດຕ່າງໆ ຜ່ານການແລກປ່ຽນການຢ້ຽມ ຢາມຂອງ ຄະນະຜູ້ແທນ, ຊຸກຍູ້ການຮ່ວມມືດ້ານເສດຖະ ກິດ, ການຄ້າ, ການສຶກສາ, ພະລັງງານສະອາດ, ການຫັນເປັນດີຈີຕອນ ແລະ ວຽກງານການເກັບກູ້ລະເບີດ ເພື່ອສະໜັບສະໜູນເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ.ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ຝ່າຍໂອຕຣິດ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການສະໜັບສະໜູນ ຈາກ ສາກົນ ໃນໄລຍະທີ່ ສປປ ລາວ ກໍາລັງກະກຽມຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນລະຫວ່າງປີ 2026-2029.

ທີ່ສໍາຄັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານລາວ ເຊື້ອເຊີນຝ່າຍໂອຕຣິດ ເຂົ້າຮ່ວມ ກອງປະຊຸມລັດພາຄີ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ທີ່ຈະຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ, ພ້ອມທັງໄດ້ໃຫ້ກຽດມອບຈົດໝາຍເຊີນຢ່າງເປັນທາງການໃຫ້ແກ່ ຝ່າຍໂອຕຣິດ ໃນໂອກາດນີ້ດ້ວຍ.ໃນຕອນທ້າຍ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຮ່ວມມື ອາຊຽນ-ສະຫະພາບ ເອີຣົບ, ສະ ພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນ ໃຈຮ່ວມກັນ.

error: Content is protected !!