ຮອງນາຍົກລັດຖະມົນຕີຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ພົບປະຂອງ ຮອງລັດຖະ ມົນຕີກະຊວງການຕ່າງປະ ເທດ ແລະ ການຮ່ວມມື ແຫ່ງ ປອກຕຸຍການ

ໃນຕອນບ່າຍຂອງວັນທີ 27 ເມສາ 2026, ທີ່ ບຣູໄນ ດາ ຣູຊາລາມ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ອີຢູ ຄັ້ງທີ 25, ທ່ານ ທອງສະຫວັນ ພົມວິ ຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະເຮັດວຽກກັບ ທ່ານ ນາງ ແອນນາ ອີຊາເບວ ເຊເວຍ (Ana Isabel Xavier), ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປອກຕຸຍການ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ປອກຕຸຍການ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການ ທູດຮ່ວມກັນ ໃນວັນທີ 31 ພຶດສະພາ 1995.

ໂດຍສະເພາະໃນປີ 2025 ຜ່ານມາ, ສອງປະເທດໄດ້ຮ່ວມກັນສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຢ່າງມີຄວາມໝາຍ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດຕ່າງໆ ໂດຍຜ່ານການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການສຶກສາ, ພະລັງງານສະອາດ, ການຫັນເປັນດີຈີຕອນ ແລະ ວຽກງານການເກັບກູ້ລະເບີດ ເພື່ອສະໜັບ ສະໜູນເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ.ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ຝ່າຍປອກຕຸຍການ ທີ່ໄດ້ໃຫ້ການຊ່ວຍ ເຫຼືອອັນລໍ້າຄ່າແກ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງສອດ ຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການສະໜັບສະໜູນຈາກສາກົນ ໃນໄລຍະທີ່ ສປປ ລາວ ກໍາລັງກະກຽມຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນລະຫວ່າງປີ 2026-2029.

ທີ່ສໍາຄັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານລາວ ເຊື້ອເຊີນ ຝ່າຍປອກຕຸຍການ ເຂົ້າຮ່ວມກອງປະຊຸມລັດພາຄີ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ທີ່ຈະຈັດຂຶ້ນຢູ່ ນະຄອນ ຫຼວງວຽງຈັນ ໃນປີ 2026 ນີ້, ພ້ອມທັງໄດ້ໃຫ້ກຽດມອບຈົດໝາຍເຊີນຢ່າງເປັນທາງການໃຫ້ແກ່ ຝ່າຍປອກຕຸຍການ ໃນໂອກາດນີ້ດ້ວຍ.ໃນໂອກາດດຽວກັນນີ້, ທ່ານ ນາງ ແອນນາ ອີຊາເບວ ເຊເວຍ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມວິຫານ ໃນໂອກາດໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມທັງສະ ແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ປອກຕຸຍການ ຈະໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.

ໃນຕອນທ້າຍ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຮ່ວມມື ອາຊຽນ-ອີຢູ, ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

error: Content is protected !!