ຮອງນາຍົກລັດຖະມົນຕີ, ພົບປະສອງຝ່າຍກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະໂລວັກ

ໃນວັນທີ 27 ເມສາ 2026, ທີ່ ບຣູໄນ ດາຣູຊາລາມ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ອີຢູ ຄັ້ງທີ 25, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຢູໄຣ ບຣານາ (Juraj Blanar), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະໂລວັກ ເພື່ອປຶກສາຫາລື ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງຝ່າຍ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານ ລະ ຫວ່າງ ສປປ ລາວ ແລະ ສ. ສະໂລວັກ ຕະຫຼອດໄລຍະ 64 ປີຜ່ານມາ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 5 ກັນຍາ 1962 ເປັນຕົ້ນມາ ຊຶ່ງສອງປະ ເທດສາມາດຮັກສາການພົວພັນອັນດີງາມ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນແມ່ນໃນຂອບການຮ່ວມມື ອາຊຽນ-ອີຢູ ແລະ ອົງການ ສປຊ.

ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືເພື່ອເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ ໂດຍສະເພາະດ້ານເສດຖະ ກິດ, ການຄ້າ ແລະ ການລົງທຶນ, ພ້ອມທັງເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນທຸກລະດັບ ແລະ ຢືນຢັນທີ່ຈະສືບຕໍ່ສະໜັບສະໜູນກັນໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງໃຫ້ ຝ່າຍສະໂລວັກ ຊາບເຖິງແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ຂອງ ສປປ ລາວ ແລະ ເນັ້ນໜັກເຖິງຄວາມສຳຄັນ ຂອງ ການສະໜັບສະໜູນ ຈາກ ສາກົນ ໃນໄລຍະທີ່ ສປປ ລາວ ກໍາລັງກະກຽມຫຼຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາ (LDC) ໃນລະຫວ່າງປີ 2026-2029.

ທີ່ສໍາຄັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານລາວ ເຊື້ອເຊີນຝ່າຍ ສະໂລວັກ ເຂົ້າຮ່ວມ ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ຮອບວຽນທີ 3 ທີ່ຈະຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ, ພ້ອມທັງໄດ້ໃຫ້ກຽດມອບຈົດ ໝາຍເຊີນຢ່າງເປັນທາງການໃຫ້ແກ່ ຝ່າຍສະໂລວັກ ໃນໂອ ກາດນີ້ດ້ວຍ.ໃນຕອນທ້າຍ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຮ່ວມມື ອາຊຽນ-ສະຫະ ພາບ ເອີຣົບ, ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

error: Content is protected !!