ໃນວັນທີ 28 ເມສາ 2026, ທີ່ ບຣູໄນ ດາຣູຊາລາມ, ສະຫາຍ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 25.

ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງທີ່ ສະຫາຍ ເລ ຮວາຍ ຈູງ ສືບຕໍ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ອີກສະໄໝໜຶ່່ງ ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ຊຸດທີ XVI, ພ້ອມທັງໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ຕະຫຼອດມາ ໂດຍສະເພາະໃນສະພາບການ ທີ່ ສປປ ລາວ ປະເຊີນກັບການຂາດແຄນດ້ານພະລັງງານ. ໃນຂະນະດຽວກັນ, ສະຫາຍ ເລ ຮວາຍ ຈູງ ກໍ່ໄດ້ສະແດງຄວາມຊົມເຊີຍທີ່ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດລາວ ຊຸດທີ X.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ເນັ້ນໜັກໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫ່ຍ, ຄວາມສາ ມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ອ້າຍນ້ອງ ໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະ ເທດໃນໄລຍະຜ່ານມາທີ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ ລວມທັງການພົວພັນຮ່ວມມືທາງດ້ານການເມືອງ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໂດຍສະເພາະດ້ານເສດຖະກິດແມ່ນມີບາດກ້າວທີ່ໜ້າເພິ່ງພໍໃຈ ຊຶ່ງເປັນປັດໄຈສຳຄັນເພື່ອໃຫ້ສອງຝ່າຍສາມາດສູ້ຊົນມູນຄ່າການຄ້າສອງຝ່າຍ ບັນລຸໄດ້ 5-10 ຕື້ໂລດາສະຫະລັດ ໃນໄລຍະ 5 ປີຕໍ່ໜ້າ ຕາມເນື້ອໃນຈິດໃຈຂອງການນໍາຂັ້ນສູງສອງຝ່າຍ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດຂອງການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ລາວ ແລະ ຫວຽດນາມ, ລວມເຖິງການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ຂອງ ສອງກົມການເມືອງ ກໍ່ຄືຜົນຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມື ລາວ – ຫວຽດນາມ ທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເພື່ອແນໃສ່ໃນການເຊື່ອມໂຍງເຊື່ອມຈອດພື້ນຖານເສດຖະກິດຂອງສອງປະເທດ ຜ່ານບັນດາໂຄງການຍຸດທະສາດຕ່າງໆ.

ໃນໂອກາດດຽວກັນນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ແລະ ການປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນໄລຍະຜ່ານມາ, ພ້ອມທັງເຫັນດີເປັນເອກະພາບຈະປະສານສົມທົບກັນຢ່າງໃກ້ຊິດ ເພື່ອສືບຕໍ່ຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍ ການຮ່ວມມື ລະຫວ່າງ ສອງກະຊວງ ໂດຍສະເພາະແມ່ນກົນໄກກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 13 ທີ່ ສປປ ລາວ ຈະເປັນເຈົ້າພາບ ແລະ ຂັ້ນຮອງລັດຖະມົນຕີ ຄັ້ງທີ 11 ແມ່ນຝ່າຍຫວຽດ ນາມ ຈະເປັນເຈົ້າພາບ, ລວມເຖິງການກະກຽມຢ່າງຮອບດ້ານໃຫ້ແກ່ການແລກປ່ຽນການຢ້ຽມຢາມລະຫວ່າງການນໍາຂັ້ນສູງຂອງສອງປະເທດ ໂດຍສະເພາະການກະ ກຽມການຢ້ຽມຢາມ ສສ. ຫວຽດນາມ ຂອງ ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໄວໆນີ້.