ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ລິດຕົວນີ

ໃນຕອນບ່າຍຂອງວັນທີ 27 ເມສາ 2026 ທີ່ ບຣູໄນ ດາຣູຊາລາມ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 25, ທ່ານ ທອງສະ ຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເກັດສຕູຕິດສ໌ ບູດຣິດສ໌ (Kestutis Budrys), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ລິດຕົວນີ ເພື່ອຮັດແໜ້ນສາຍພົວພັນມິດຕະພາບທີ່ມີມາຫຼາຍກວ່າ 3 ທົດສະວັດ.

ໃນການພົບ ປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງການພົວ ພັນຮ່ວມມື ລາວ-ລິດຕົວນີ ຊຶ່ງຖືເປັນຂີດໝາຍອັນສໍາຄັນແຫ່ງການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 1 ກັນຍາ 1994 ໂດຍສະເພາະການແບ່ງປັນບົດຮຽນທີ່ຕົນມີທ່າແຮງໃຫ້ແກ່ ສປປ ລາວ, ສົ່ງເສີມການພົບປະ, ການແລກປ່ຽນການຢ້ຽມຢາມ ຂອງ ຄະນະຜູ້ແທນສອງຝ່າຍ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການປົກປັກຮັກສາສິ່ງແວດລ້ອມ, ພະລັງງານສະອາດ, ການທ່ອງທ່ຽວ, ການຫັນເປັນດີຈີຕອນ ແລະ ການເກັບກູ້ລະເບີດ ເພື່ອສະໜັບສະໜູນ ເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ ຝ່າຍລິດຕົວນີ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ຜ່ານໂຄງການ ຂອງ ສະຫະພາບເອີຣົບ ຊຶ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ຂອງ ປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກ ຈາກ ສະຖານະພາບປະເທດດ້ອຍພັດທະນາ ກໍຄື ການສະໜັບສະໜູນ ຈາກ ສາກົນ ໃນໄລຍະທີ່ ສປປ ລາວ ກໍາລັງກະກຽມຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນລະຫວ່າງປີ 2026-2029.

ໃນໂອກາດດຽວກັນນີ້, ທ່ານ ເກັດສຕູຕິດສ໌ ບູດຣິດສ໌, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະ ລັດ ລິດຕົວນີ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມວິຫານ ໃນໂອກາດໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າສາຍພົວພັນ ລາວ-ລິດຕົວນີ ຈະໄດ້ຮັບການຂະຫຍາຍຕົວ.ໃນໂອກາດທີ່ສໍາຄັນຂອງການພົບປະຄັ້ງນີ້, ເພື່ອເປັນການຍົກລະດັບກົນໄກການຮ່ວມມື, ທັງສອງຝ່າຍ ໄດ້ຮ່ວມລົງນາມໃນ ບົດບັນທຶກຄວາມເຂົ້າ ໃຈ ວ່າດ້ວຍ ການປຶກສາຫາລືສອງຝ່າຍ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສ.ລິດຕົວນີ ຊຶ່ງເປັນພື້ນຖານໃຫ້ແກ່ການສືບຕໍ່ເສີມຂະຫຍາຍການພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ລິດຕົວນີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ.

error: Content is protected !!