ຄວາມຊົງຈຳເມື່ອເວົ້າເຖິງ ລາວ ແລະ ຈີນ

(ເນື່ອງໃນໂອກາດ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ 25/4/1961-25/4/2026)

    ຂຽນໂດຍ: ທູດ ມະໄລວຽງ ສາກົນນິຍົມ

ເນື່ອງໃນໂອກາດ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ 25/4/1961-25/4/2026 ທ່ານ ທູດ ມະໄລວຽງ ສາກົນນິຍົມ ໄດ້ຂຽນບົດຄວາມກ່ຽວກັບສາຍພົວພັນການທູດ ລາວ-ຈີນ ພ້ອມກ່າວສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ວັນຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ແລະ ຂໍອວຍພອນໃຫ້ສາຍພົວພັນການທູດລາວ-ຈີນ ຈົ່ງຍືນຍົງ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ ຊົ່ວກາລະນານ !

65 ປີ ແມ່ນຄົບຮອບການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຢ່າງເປັນທາງການ ໃນວັນທີ 25 ເມສາ 1961 ເມື່ອສະເດັດເຈົ້າສຸວັນນະພູມມາ-ນາຍົກລັດຖະມົນຕີ, ສະເດັດເຈົ້າສຸພານຸວົງ-ຮອງນາຍົກລັດຖະມົນຕີ ແລະ ທ່ານ ກິນິມ ພົນເສນາ-ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມການນຳຂັ້ນສູງຂອງລາວ ຕາງໜ້າໃຫ້ລັດຖະບານປະສົມຊົ່ວຄາວແຫ່ງຊາດລາວ ຢ້ຽມຢາມຈີນໂດຍມີສະເດັດເຈົ້າສຸວັນນະພູມມາ-ນາຍົກລັດຖະມົນຕີລາວ ແລະ ທ່ານ ໂຈ່ ເອີນ ລາຍ-ນາຍົກລັດຖະມົນຕີຈີນ ອອກຖະແຫຼງການຮ່ວມ ຕົກລົງສ້າງຕັ້ງສາຍພົວພັນການທູດນຳກັນ ແລະ ສົ່ງທູດພ້ອມຄະນະໄປປະຈຳຢູ່ປະເທດຂອງກັນ ແລະ ກັນ, ໂດຍມີ ທ່ານ ກິນິມ ພົນເສນາ-ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານລາວເຊັນສັນຍາສ້າງຕັ້ງສາຍພົວພັນການທູດກັບ ສປ ຈີນ.

ເມື່ອເບິ່ງຈາກຄວາມເປັນຈິງ ຄວາມສຳພັນອັນຍາວນານ ລະຫວ່າງສອງຊາດລາວ-ຈີນ ແມ່ນ ຢັ່ງຮາກເລິກທີ່ມາຈາກເຊື້ອຊາດ ແລະ ວັດທະນະທຳອັນຍາວນານເປັນພົງສະວະດານ ມາຫຼາຍພັນປີແລ້ວ. ໂດຍສະເພາະໃນສະຕະວັດທີ  XX ໄລຍະການຕໍ່ສູ້ກູ້ຊາດຂອງລາວຈົນຮອດການສະຖາປະນາລະບອບໃໝ່ ລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນເປັນທີ່ປະຈັກວ່າ ການນຳຂອງຈີນ ແລະ ປະຊາຊົນຈີນໄດ້ໃຫ້ການຮ່ວມມືຊ່ວຍເຫຼືອສະໜັບສະໜູນ ປະຊາຊົນລາວຕະຫຼອດມາ. ສາຍເຫດຫຼັກຂອງຄວາມສຳພັນທີ່ຍືນຍົງຂະໜົງແກ່ນ ຍາວນານມາຮອດທຸກວັນນີ້, ໃນທາງຕຳລາທາງການທູດ, ຊີ້ໃຫ້ເຫັນວ່າ ແມ່ນເກີດຈາກການມີອຸດົມການສັງຄົມນິຍົມອັນດຽວກັນ ຄືເປົ້າໝາຍສ້າງລະບອບສັງຄົມນິຍົມ, ການມີລະບົບການເມືອງທີ່ຄ້າຍຄືກັນ ແລະ ນະໂຍບາຍການຕ່າງປະເທດ-ການທູດທີ່ເຄົາລົບເອກະລາດ, ອຳນາດອະທິປະໄຕ, ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ, ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ທີ່ເອື້ອອຳນວຍຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ໃນໂລກ ແນໃສ່ເປົ້າໝາຍສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາ.

ການພົວພັນລາວ-ຈີນ ຂະຫຍາຍຕົວຂື້ນສູ່ລະດັບສູງສຸດໃນປີ 2026 ຊຶງສະແດງອອກລ່າສຸດໃນຄຳອວຍພອນຊົມເຊີຍເຖິງ ສປປ ລາວ ຢ່າງທັນທີໃນວັນທີ 23 ມີນາ 2026 ເມື່ອທ່ານ ສີ ຈິ້ນ ຜິງຊາບວ່າ ທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງອີກສະໄໝໜື່ງໃຫ້ເປັນ ປະທານປະເທດ ແຫ່ງ ສປປ ລາວ. ທ່ານ ສີ ຈິ້ນ ຜິງ ໄດ້ຢືນຢັນວ່າ ຈີນ ແລະ ລາວ ແມ່ນປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມທີ່ເປັນມິດກັນໂດຍມີອານາຄົດຮ່ວມກັນ. ທັງສອງປະເທດຍາມໃດກໍໃຫ້ການສະໜັບສະໜູນກັນດ້ວຍຄວາມຈິງໃຈ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແລະ ໃຫ້ການຊ່ວຍຊູກຍູ້ໜູນກັນໃນບັນຫາທີ່ກ່ຽວຂ້ອງກັບຜົນປະໂຫຍດຫຼັກໆ ແລະ ຄວາມກັງວົນທີ່ສຳຄັນ ຊຶ່ງສະທ້ອນໃຫ້ເຫັນ ມິດຕະພາບອັນເລິ່ກເຊິ່ງຂອງຄວາມເປັນ “ສະຫາຍ ບວກ ອ້າຍນ້ອງ”.

ທ່ານ ສີຈິ້ນຜິງ ເວົ້າຍໍ້າຕື່ມວ່າປີ 2026 ແມ່ນ ຂີດໝາຍວັນຄົບຮອບ 65 ປີ ຂອງສາຍພົວພັນການທູດຂອງສອງປະເທດກໍຄືປີແຫ່ງມິດຕະພາບ ຈີນ-ລາວ. ທັງສອງປະເທດໄດ້ຈັດກິດຈະກຳສະເຫຼີມສະຫຼອງຫຼາຍໆລາຍການເພື່ອກະຕຸ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງຊາດໃຫ້ເລິກເຊິ່ງຂື້ນກວ່າເກົ່າ.

ທ່ານຜູ້ອ່ານທີ່ຮັກແພງ, ຄຳອວຍພອນຂອງທ່ານ ສີ ຈິ້ນ ຜິງ ເຖິງທ່ານ ທອງລຸນ ສີສຸລິດ ໄດ້ຖືກຮັດແໜ້ນດ້ວຍເນື້ອໃນການຢ້ຽມຢາມ ສປ ຈີນ (12-15 ມີນາ 2025) ຂອງທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດຂອງລາວ ເວລາພົບປະກັບທ່ານ ຫວັງ ອີ້, ລັດຖະມົນຕີການຕ່າງປະເທດຂອງຈີນ. ທ່ານ ຮອງນາຍົກ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າການຢ້ຽມຢາມຄັ້ງນີ້ແມ່ນເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານຕາມທິດ 4 ດີ, ການເປັນຄູ່ຮ່ວມຊະຕາກຳລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງປະເທດ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດອັນຍືນຍົງມາສູ່ປະຊາຊົນສອງຊາດ ກໍຄື ການຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກເຊິ່ງກວ່າເກົ່າ. ຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ ສະບັບໃໝ່ (2024-2028) ທີ່ການນຳສູງສຸດຂອງສອງປະເທດໄດ້ລົງນາມຮ່ວມກັນໃນທ້າຍປີ 2023 ທີ່ຜ່ານມາໃຫ້ແຕກດອກອອກຜົນຍິ່ງໆຂື້ນ.

ສປ ຈີນ ຍັງເປັນອັນດັບໜື່ງຂອງການລົງທຶນຕ່າງປະເທດຢູ່ລາວ-ມູນຄ່າການຄ້າກ້າວກະໂດດ. ແຜນແມ່ບົດ 2024-2028 ເປັນບ່ອນອີງໃນການຮ່ວມມືຕົວຈິງໃນແຕ່ລະດ້ານໂດຍສະເພາະການຮ່ວມມື ເພື່ອພັດທະນາໂຄງການທີ່ປິ່ນອ້ອມທາງລົດໄຟລາວ-ຈີນ, ໃຫ້ມີບົດບາດກ້າວຂະຫຍາຍຕົວດ້ວຍ ຄຸນນະພາບໃໝ່ເພື່ອຮັບປະກັນຜົນປະໂຫຍດໃຫ້ແກ່ສອງປະເທດຢ່າງແທ້ຈິງ.

ຂ້າພະເຈົ້າ ເຫັນວ່າ ຄວາມເປັນຈິງດັ່ງກ່າວໄດ້ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການພົວພັນການທູດລາວ-ຈີນ ໃນຮອບ 65 ປີ.

ປະເທດຈີນ ກ້າວຂື້ນມາຍິ່ງໃຫຍ່ເປັນໜື່ງໃນສອງຂອງມະຫາອຳນາດໂລກ ໄດ້ຢືນຢັນຄຳທຳນາຍຂອງຈັກກະພັດ ຝຣັ່ງຜູ້ຍິ່ງໃຫຍ່ຄື Napoléon ທີ່ເວົ້າໄວ້ໃນປີ 1816 ວ່າ  “Un dragon endormi. Laissez-le dormir! S’il se réveille, il ébranlera le monde” = ມັງກອນນອນຫຼັບ. ໃຫ້ລາວນອນຫຼັບໄປ! ຖ້າລາວຕື່ນຂື້ນມາມັນຈະສະເທືອນໂລກ!… ຊື່ງນັກຂຽນຝຣັ່ງ Alain Peyrefitte ທີ່ຂຽນປື້ມໃນປີ 1973 ໄດ້ຢືມເອົາຄຳເວົ້າຂອງ “Napoléon ມາໃຊ້ເປັນຊື່ປື້ມວ່າ: Quand la Chine S’éveillera…le monde tremblera” = ເມື່ອຈີນຕື່ນຂື້ນມາໂລກຈະສັ່ນສະເທືອນ.

ການເຕີບໃຫຍ່ຂະຫຍາຍຕົວຂອງລາວໄດ້ນຳພາປະເທດລາວທີ່ເຄີຍເປັນປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ (Landlocked) ໃຫ້ກາຍມາເປັນປະເທດເຊື່ອມຕໍ່ກັບທະເລ (landlinked) ແລະ ເຊື່ອມໂຍງກັບພາກພື້ນ (regional inte-gration) ຍ້ອນມີລົດໄຟຄວາມໄວສູງ ເປັນປະເທດທຳອິດໃນພາກພື້ນນີ້ແບບມະຫັດສະຈັນ. ຖືໄດ້ວ່າ ສປ ຈີນຮ່ວມມື ແລະ ຊ່ວຍສ້າງສິ່ງມະຫັດສະຈັນໃຫ້ເກີດຂື້ນໃນ ສປປ ລາວ ທີ່ທ່ານ ສີ ຈິ້ນຜິງ ເອີ້ນປະຊາຊົນລາວວ່າ “ສະຫາຍບວກອ້າຍນ້ອງ” ແທ້ໆ.

ທ່ານຜູ້ອ່ານທີ່ຮັກແພງ,

ເມື່ອເວົ້າເຖິງປັດຈຸບັນ ແລະ ອະນາຄົດ, ພວກເຮົາຈະລືມບໍ່ໄດ້ແມ່ນການຮ່ວມມືອັນແໜ້ນແຟ້ນດ້ານຄວາມໝັ້ນຄົງ, ການເມືອງ ແລະ ການທູດໃນປະຫວັດສາດຜ່ານມາ ຊຶ່ງແມ່ນສິ່ງທີ່ເຮັດໃຫ້ການພົວພັນລາວ-ຈີນ ມີວັນອັນສະຫວ່າງສະໄຫວຄືດັ່ງໃນປັດຈຸບັນນີ້.

ໃນດ້ານການທູດ, ສປ ຈີນ ແມ່ນປະເທດມະຫາອຳນາດ ສັງຄົມນິຍົມທີ່ສໍາຄັນໃນການຕໍ່ສູ້ຊ່ວຍເຫຼືອປະຊາຊົນອີນດູຈີນ ກໍຄື ປະຊາຊົນລາວໃນສະໄໝການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່. ໃນກອງປະຊຸມເຊີແນວ ປີ 1954 ແລະ ກອງປະຊຸມເຊີແນວ ປີ 1962, ຄະນະຜູ້ແທນຈີນ ນໍາໂດຍ ທ່ານ ໂຈ່ ເອີນລາຍ, ນາຍົກລັດຖະ ມົນຕີ ແລະ ລັດຖະມົນຕີການຕ່າງປະເທດຄົນທຳອິດ ຂອງ ສປ ຈີນ ປີ 1949 ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເຈລະຈາແກ້ໄຂບັນຫາອິນດູຈີນ ແລະ ໄດ້ກົດດັນໃຫ້ບັນດາປະເທດທີ່ກ່ຽວຂ້ອງຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບການຢຸດຍິງ, ສ້າງສັນຕິພາບຢູ່ໃນອິນດູຈີນ ແລະ ມີການສ້າງຕັ້ງລັດຖະບານປະສົມຊົ່ວຄາວຢູ່ລາວ.

ອ່ານປື້ມກ່ຽວກັບ ສປ ຈີນ ຍາມໃດຂ້າພະເຈົ້າ ຍັງມີຄວາມປະທັບໃຈ ຫຼົງໄຫຼໃນບົດບາດການທູດຂອງທ່ານ ໂຈ່ ເອີນລາຍ ນັກການທູດລະດັບໂລກຈົນກາຍເປັນບຸກຄົນຕົ້ນຕຳນານການທູດ ທີ່ນັກການທູດຮຸ່ນສືບທອດຢູ່ໃນໂລກນີ້ຈົດຈຳ. ຄວາມເກັ່ງກ້າ, ຄວາມອັດສະຣິຍະຂອງທ່ານ ໂຈ່ ເອີນລາຍ ແມ່ນວ່າທ່ານເປັນຄົນທັນຄົນ ຈົນຜູ້ຟັງທັງຜູ້ຮັກຜູ້ຕ້ານທ່ານກໍຕ້ອງໄດ້ຍອມຮັບ.

ຂ້າພະເຈົ້າ ຄິດເຫັນເຫດການ ປີ 1954. ປີ 1954 ແມ່ນປີທີ່ ສປ ຈີນ ມີບົດບາດໃນການເຄື່ອນໄຫວການທູດຫຼາຍຝ່າຍ ຄັ້ງປະຖົມມະເລີກໃນເວທີສາກົນ. ບົດບາດການທູດ ຂອງທ່ານ ໂຈ່ ເອີນລາຍ ໄດ້ຊ່ວຍໃຫ້ບົດບາດ ແລະ ຊື່ສຽງຂອງ ສປ ຈີນ, ພົ້ນເດັ່ນຂື້ນໃນເວທີສາກົນ. ໃນເວລາທີ່ຄະນະຜູ້ແທນ ສປ ຈີນ ເຂົ້າຮ່ວມກອງປະຊຸມນາໆຊາດ ເລື້ອງສົງຄາມເກົາຫຼີ ແລະ ອິນດູຈີນ, ຄະນະຜູ້ແທນຈີນໄດ້ຈັດກິດຈະກຳນອກເວລາປະຊຸມ ຄືຈັດໃຫ້ມີການຊົມຮູບເງົາ 2 ເລື້ອງຄື ເລື້ອງວັນຊາດຈີນ ປີ 1952 ແລະ ເລື້ອງ ນິຍາຍຮັກ “ຫຼ່ຽງຊັນປໍ້ ກັບ ຈູ້ ຍິງໄຖ”. ເມື່ອຜູ້ຊົມໄດ້ຊົມຮູບເງົາເລື່ອງວັນຊາດປີ 1952 ແລ້ວ, ຜູ້ຊົມວິຈານວ່າ ຈີນ ກຳລັງທ່າຕົວເປັນພວກລັດທິທະຫານ. ສະນັ້ນ, ເມື່ອທ່ານ ໂຈ່ ເອີຍ ລາຍ ໄດ້ຍິນຄຳວິຈານດັ່ງກ່າວ ທ່ານຈຶ່ງແນະນຳໃຫ້ໄປສາຍຮູບເງົາອີກເລື່ອງໜື່ງ ຄືນິຍາຍຮັກເລື່ອງ: “ຫຼ່ຽງຊັນປໍ້ ກັບ ຈູ້ຍິງໄຖ”. (Butterfly Lovers). ເຈົ້າໜ້າທີ່ຈີນອົດສາແປເນື້ອໃນຍາວ 10 ໜ້າເພື່ອຈະແຈກນັກຂ່າວ, ເມື່ອທ່ານ ໂຈ່ ເອີນ ລາຍຊາບເລື່ອງຈື່ງຕຳນິເຈົ້າໜ້າທີ່ວ່າ  “ຊິບໍ່ປານສີຊໍໃຫ້ຄວາຍຟັງບໍ? ເພາະຕັ້ງ 10 ໜ້າເຈ້ຍ ນັກຂ່າວຄົງບໍ່ອ່ານ”. ແຕ່ເຈົ້າໜ້າທີ່ຕອບຄືນວ່າ “ການທີ່ທ່ານ ໂຈ່ ເອີນ ລາຍ ໃຫ້ຊາວຕ່າງຊາດໜັງຂາວມາເບິ່ງຮູບເງົານີ້ນັ້ນແຫຼະ ຄື ການສີຊໍ ໃຫ້ຄວາຍຟັງ”.

ທ່ານ ໂຈ່ ເອີນ ລາຍ ຕອບວ່າ “ສຸດແລ້ວແຕ່ວິທີການ” ສີ “ວ່າຈະສີກັນແບບໃດ? ຖ້າຫາກພວກທ່ານຂຽນໃນວ່າບັດເຊີນວ່າ ຂໍເຊີນທ່ານເຂົ້າຊົມຮູບເງົາ” ໂຣມິໂອ ແອນຈູລຽດ ຂອງ ຈີນ (Romeo and Juliet) ແລະ ນອກນັ້ນ ກໍ່ຈະລົງມືສາຍກໍຄວນແນະນຳເນື້ອເລື້ອງເປັນພາສາອັງກິດຈັກ 3 ນາທີໃຫ້ມີບັນຍາກາດິໂສກນາກດິຕະກຳແດ່ກໍຈະສາມາດດຶງດູດຈີນຕະນາການຂອງຜູ້ຊົມໃຫ້ຕິດຕາມທ່ານເຂົ້າໄປໃນຈໍດ້ວຍ”

ໄດ້ຜົນ ! ກ່ອນສາຍ 10 ນາທີນັກຂ່າວນັ່ງກັນເຕັມຫ້ອງ. ພໍເຖິງສາກນາງເອກຮໍ່າໃຫ້ບອກຮັກຕໍ່ໜ້າສຸສານພະ  ເອກ, ສຽງສະອື້ນກໍດັງຂຶ້ນເປັນຊ່ວງໆຈາກຜູ້ນັ່ງຊົມ. ເມື່ອຈົບເລື້ອງຜູ້ຊົມກໍຍັງມີອາລົມຄ້າງຢູ່ກັບພາບທີ່ຫາກໍຜ່ານສາຍຕາໄປກວ່າ 1 ນາທີ ສຽງຕົບມືຈຶ່ງດັງຂຶ້ນຢ່າງສະນັ່ນຫວັນໄຫວ.

ຈາກການໄດ້ຊົມຮູບເງົາເລື້ອງດັ່ງກ່າວນີ້ ນັກຂ່າວໄດ້ມີຄຳເຫັນໃນທາງບວກວ່າໃນສະພາບທີ່ທຳສົງຄາມເກົາຫຼີຢູ່ ແລະ ຍັງຢູ່ໃນຂະບວນການປະຕິຮູບທີ່ດິນໃນຊົນນະບົດ ແຕ່ຈີນກໍຍັງຖ່າຍທຳຮູບເງົານີ້ໄດ້ ສະແດງວ່າ ຈີນມີສະຖຽນລະພາບ, ຊຶ່ງປະເດັນວ່າ ຈີນມີສະຖຽນລະພາບແມ່ນມີຄວາມໝາຍຍິ່ງໃຫຍ່ກວ່າຕົວເລື້ອງຮູບເງົາເສຍອີກ.

ອີກເລື້ອງໜຶ່ງໃນທົດສະວັດ 1960, ມີເທື່ອໜຶ່ງທີ່ ທ່ານ ໂຈ່ເອີນລາຍ ໃຫ້ສໍາພາດນັກຂ່າວອາເມລິກາ, ມີນັກຂ່າວອາເມລິກາຄົນໜຶ່ງຖາມທ່ານ ວ່າ “ເປັນຫຍັງຄົນອາເມລິກາ ເວລາຍ່າງຈຶ່ງມັກຍ່າງເຊີດໜ້າ, ແຕ່ຄົນຈີນມັກຍ່າງກົ້ມໜ້າ? ” ທ່ານ ໂຈ່ເອີນລາຍຕອບວ່າ “ບັນຫານີ້ງ່າຍໆ ເພາະວ່າ ທາງທີ່ຄົນອາເມລິກາຍ່າງນັ້ນ ແມ່ນເປັນທາງຂາລົງ ຍ່ອມຕ້ອງຍ່າງເຊີດໜ້າຂຶ້ນເປັນທຳມະດາ. ສ່ວນທາງທີ່ຄົນຈີນຍ່າງນັ້ນແມ່ນທາງຂາຂື້ນ ກໍຕ້ອງກົ້ມໜ້າຍ່າງ”.

ມີອີກເທື່ອໜຶ່ງ ນັກຂ່າວອາເມລິກາເຫຼືອດສາຍຕາໄປເຫັນປາກກາທີ່ທ່ານ ໂຈ່ເອີນລາຍ ປົງໄວ້ຢູ່ໂຕະນັ້ນເປັນປາກກາ Parker, ນັກຂ່າວຜູ້ນັ້ນຈຶ່ງຖາມວ່າ “ທ່ານໃຊ້ປາກກາອາເມລິກາຄືກັນນໍ ?” ທ່ານ ໂຈ່ ເອີນລາຍ ຕອບວ່າ   “ແມ່ນ, ເປັນສີນສົງຄາມທີ່ເພື່ອນມິດເກົາຫຼີເໜືອໄດ້ຮັບຈາກສົງຄາມຕໍ່ຕ້ານອາເມລິກາ ແລ້ວມອບໃຫ້ຂ້າພະເຈົ້າເປັນຂອງ ຂວັນ”.

ສ່ວນນັກຂ່າວອີກຄົນນຶ່ງພັດຖາມຂື້ນວ່າ “ໃນປະເທດຈີນມີໂສເພນີບໍ ?” ທ່ານ ໂຈ່ ເອີນລາຍ ແນມເບິ່ງນັກຂ່າວຜູ້ນັ້ນຄາວໜຶ່ງແລ້ວຈຶ່ງຕອບວ່າ “ມີ”. ຄົນທັງຫຼາຍຕ່າງສົ່ງສຽງແຊວໆຂື້ນ, ທ່ານ ໂຈ່ ເອີນລາຍ ຈຶ່ງເວົ້າຕໍ່ວ່າ “ຢູ່ໃນມົນທົນໃຕ້ຫວັນຂອງຈີນນັ້ນລະ” … ສຽງຕົບມືຈາກຜູ້ຟັງດັງສະໜັ່ນຂື້ນທັນທີ.

ອີກເທື່ອໜຶ່ງທີ່ເຮັດໃຫ້ຜູ້ໄດ້ອ່ານມີຄວາມປະທັບໃຈໃນບົດບາດອັດທະຍາໃສການທູດສຸດຍອດຢ້ຽມ ຂອງ ທ່ານ ໂຈ່ ເອີນລາຍ ແມ່ນວ່າ ໃນເດືອນ 7/1971 ເມື່ອ ທ່ານ Henry Kissinger (ລັດຖະມົນຕີການຕ່າງປະເທດຂອງອາເມລິກາ) ໄປຢາມຈີນແບບລັບໆ ຫຼັງຈາກທີ່ອາເມລິກາເປັນປໍລະປັກກັບຈີນມາກວ່າ 20 ປີ, ຜູ້ຕິດຕາມ Kissinger ມີອາການເຄັ່ງຕຶງ ຢືນກົງກັນເປັນແຖວວາງໜ້າເຟື່ອນໆຂະນະຢືນລໍຄອຍການມາຂອງ ທ່ານ ໂຈ່ ເອີນລາຍ. ເມື່ອ ທ່ານ ໂຈ່ ເອີນລາຍ ຍ່າງເຂົ້າມາ ທ່ານ ກໍຈັບມືກັບພວກແຂກແບບເພື່ອນເກົ່າທີ່ຫາກໍມາພົບກັນໃໝ່, ທ່ານ ໂຈ່ ເອີນລາຍ ເວົ້າຈາແບບອ່ອນໂຍນ ທ່າທີອົບອຸ່ນເປັນກັນເອງ; ເມື່ອຈັບມືກັບ Kissinger, ທ່ານ ໂຈ່ ເອີນລາຍ ເວົ້າທັກທາຍວ່າ “ຂ້າພະເຈົ້າຊາບວ່າ ທ່ານ ເວົ້າໄດ້ທັງພາສາປັກກິ່ງ ແລະ ພາສາກວາງຕຸ້ງ, ຂ້າພະເຈົ້າປາກພາສາກວາງຕຸ້ງໄດ້ແຕ່ບໍ່ເກັ່ງ, ທ່ານ ຄົງຝຶກປາກພາສານີ້ມາຈາກຮົງກົງນໍ”. ຂະນະທີ່ທ່ານຈັບມືກັບ   Lord [ຜູ້ທີ່ມີພັນລະຍາຄົນຈີນທີ່ເປັນນັກຂຽນ] ນັ້ນ, ທ່ານ ໂຈ່ ເອີນລາຍ ເວົ້າວ່າ “ທ່ານ ຍັງໜຸ່ນແໜ້ນດີ, ຂ້າພະເຈົ້າຊາບວ່າ ພັນລະຍາຂອງ ທ່ານ ເປັນຄົນຈີນ, ທ່ານ ເປັນເຂີຍຈີນກໍເທົ່າກັບເປັນຍາດຫ່າງໆຂອງຂ້າພະເຈົ້າດ້ວຍ. ເປັນຈັ່ງໃດພັນລະຍາຂອງທ່ານຍັງຂຽນນະວະນິຍາຍຢູ່ບໍ ? ຂ້າພະເຈົ້າຢາກອ່ານປື້ມທີ່ເພິ່ນຂຽນ ຊ່ວຍບອກເພິ່ນດ້ວຍວ່າ ເຮົາຍິນດີຕ້ອນຮັບການມາຢ້ຽມຢາມຂອງເພິ່ນ”.

ການທັກທາຍພຽງເທົ່ານີ້ ກໍໄດ້ສ້າງບັນຍາກາດດີສຳລັບການເຈລະຈາ ຊ່ວຍຜ່ອນຄາຍຄວາມຕຶງຄຽດ, ແລະ ຄວາມເຂີນອາຍຂອງແຂກຜູ້ມາຢາມກໍໄດ້ໝົດໄປ.

ຈາກທີ່ຂ້າພະເຈົ້າໄດ້ອ່ານ ແລະ ໄດ້ຮຽນຮູ້ຄວາມເປັນໜຶ່ງດຽວໃນວົງການທູດ ໂລກຂອງ ສປ ຈີນ, ຂ້າພະເຈົ້າຈຶ່ງບໍ່ແປກໃຈເມື່ອຮູ້ວ່າ ໃນວັນທີ 8 ມັງກອນ 1976 ເວລາ ທີ່ ທ່ານ ໂຈ່ເອີນລາຍ ເສີຍຊີວິດ, ທາງສໍານັກງານໃຫຍ່ອົງການສະຫະປະຊາຊາດ ທີ່ ນິວຢອກ, ສະຫະລັດອາເມລິກາ, ສປຊ ໄດ້ລົດທຸງລົງເຄິ່ງເສົາ ເພື່ອສະແດງຄວາມໄວ້ອາໄລໃຫ້ແກ່ ທ່ານ ໂຈ່ ເອີນລາຍ ຊຶ່ງເປັນເລື້ອງທີ່ເກີດຂື້ນຍາກຍິ່ງນັບແຕ່ສ້າງຕັ້ງ ສປຊ ແຕ່ປີ 1945 ເປັນຕົ້ນມາ.

ສະນັ້ນ, ເວລານັ້ນຈຶ່ງເກີດມີຫາງສຽງວ່າ ມີຫຼາຍປະມຸກລັດຂອງຫຼາຍປະເທດເສຍຊີວິດ ແຕ່ວ່າເປັນຫຍັງ ສປຊ ຄືບໍ່ເຄີຍລົດທຸງລົງເຄີ່ງເສົາ ເພື່ອໄວ້ອາໄລໃຫ້ແກ່ທ່ານໃດເລີຍ ? ແຕ່ເມື່ອນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດ ຂອງ ຈີນ ທ່ານ ໂຈ່ ເອີນລາຍ ເສຍຊີວິດ ພັດມີການລົດທຸງລົງເຄີ່ງເສົາ.

ເມື່ອເປັນແນວນັ້ນ, ທ່ານ ເລຂາທິການໃຫຍ່ ສປຊ ເຄິຣທ່ ວັນໄຮມ່ (Kurt Waldheim) ຈໍາຕ້ອງໄດ້ອອກມາຖະແຫຼງຕໍ່ໜ້າບັນດານັກການທູດ ຢູ່ ສປຊ ຢູ່ໜ້າປະຕູອາຄານ ສປຊ ເປັນເວລາສັ້ນໆ ບໍ່ຮອດ 1 ນາທີວ່າ: “ການທີ່ ສປຊ ລົດທຸງລົງເຄິ່ງເສົາ ເພື່ອໄວ້ອາໄລ ໂຈ່ ເອີນລາຍ ຄັ້ງນີ້ ເປັນການຕັດສິນໃຈຂອງຂ້າພະເຈົ້າ, ເຫດຜົນມີຄື:​

  1. ຈີນ ເປັນອານາຈັກເກົ່າແກ່ຊັບສີນເງີນທອງຂອງອານາຈັກນີ້ ມີມາກມ່າຍກ່າຍກອງ ເງິນຢວນທີ່ຄົນໃນຊາດນີ້ໃຊ້ກັນກໍມີມາກມາຍທີ່ສຸດຄະນານັບ ແຕ່ນາຍົກ ໂຈ່ ເອີນລາຍ ກັບບໍ່ມີເງິນຝາກທະນາຄານເລີຍ ແມ່ນແຕ່ຢວນດຽວ.
  2. ປະການຕໍ່ມາ ຈີນ ມີປະຊາກອນກວ່າ 1000 ລ້ານຄົນ ຄິດເປັນ ¼ ຂອງປະຊາກອນໂລກ ແຕ່ນາຍົກ ໂຈ່ ເອີນລາຍ ຂອງພວກເຂົາ ບໍ່ມີທາຍາດເລີຍແມ່ນແຕ່ຄົນດຽວ.

ປະມຸກແຫ່ງຊາດຂອງພວກທ່ານ ຂໍໃຫ້ທຳໄດ້ພຽງຂໍ້ໜຶ່ງຂໍ້ໃດໃນສອງຂໍ້ນີ້ ເມື່ອທ່ານເລົ່ານັ້ນເສຍຊີວິດ ທາງສຳນັກງານໃຫຍ່ ສປຊ ກໍຈະລົດທຸງລົງເຄິ່ງເສົາ ເພື່ອໄວ້ອາໄລແດ່ທ່ານຜູ້ນັ້ນ”.

ເມື່ອກ່າວຈົບ ທ່ານ Kurt Waldheim ກໍຫັນຫຼັງເດີນຈາກໄປ, ສ່ວນນັກການທູດທີ່ຢືນຊຸມນຸມຢູ່ກາງເດີນທຸກ-ຄົນກໍມິດງຽບໄປພັກໜຶ່ງ ແລ້ວສຽງຕົບມືກໍດັງສະນັ່ນຫວັ່ນໄຫວຂື້ນໃນນາທີຕໍ່ມາ. [ໜັງສືພິມ Asia News Times 12/1/2006].

ທ່ານ ຜູ້ອ່ານທີ່ຮັກແພງ,

ປະທານ ໄກສອນ ພົມວິຫານ, ວິຣະບູຣຸດແຫ່ງຊາດລາວ, ອັດສະຣິຍະບຸກຄົນຂອງການປະຕິວັດລາວ ແລະ ນັກຍຸດທະສາດ-ຍຸດທະວິທີການທູດລາວຜູ້ທີ່ຫາບຸກຄົນມາທຽບທານໄດ້ຍາກແສນຍາກ ໄດ້ເຮັດໃຫ້ໂລກເຫັນວ່າ ຈຸດຢືນ, ຫຼັກໜັ້ນໜັກແໜ້ນ ແລະ ການຍືດຕິດໃນອຸດົມການສັງຄົມນິຍົມ ໄດ້ສະແດງອອກໃນບົດບາດການທູດສຸດຍອດສູງສົ່ງຍິ່ງໃຫຍ່ຂອງທ່ານໃນປີ 1989 ໃນການເປັນສື່ກາງປະສານການຟື້ນຟູສາຍພົວພັນການທູດຂອງສອງຊາດອ້າຍນ້ອງ ສປ ຈີນ ແລະ ສສ ຫວຽດນາມ ໃຫ້ກັບຄືນມາເປັນປົກກະຕິໃນປີ 1991 ຫຼັງຈາກຢຸດໄປເປັນເວລາ 12 ປີ.

ຈາກການບັນທຶກຂອງເອກອັກຄະລັດຖະທູດ ສປ ຈີນ ຫຼີ່ ເຈ້ຍຈົງ (Li Jiazhong) ປະຈໍາ ສສ ຫວຽດນາມ ປີ 1995, ທ່ານ ໄດ້ຂຽນວ່າ ປະທານ ໄກສອນ ພົມວິຫານ ໄດ້ເປັນສື່ກາງເພື່ອຊ່ວຍເຊື່ອມຕໍ່ ເຮັດໃຫ້ ສປ ຈີນ ແລະ ສສ ຫວຽດນາມກັບມາຄືນດີກັນ ສ້າງຕັ້ງສາຍພົວພັນການທູດຄືນໃໝ່ຫຼັງຈາກຢຸດໄປເປັນເວລາ 12 ປີ.   

ທ່ານ ທູດ ໄດ້ຂຽນວ່າ ໃນເດືອນຕຸລາ ປີ 1989 ປະທານ ໄກສອນ ພົມວິຫານ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ແລະ ນາຍົກລັດຖະມົນຕີລາວ ໄດ້ເດີນທາງມາຢ້ຽມຢາມ ສປ ຈີນ ຊຶ່ງ ທ່ນ ຫຼີເຈ້ຍຈົງ ໃນເວລາດຳລົງຕຳ ແໜ່ງເປັນຜູ້ອຳນວຍການກອງອີນດູຈີນ, ກົມອາຊີ, ກະຊວງການຕ່າງປະເທດຈີນ ທ່ານ ກໍໄດ້ເຂົ້າຮ່ວມໃນການຕ້ອນຮັບ ທ່ານ ໄກສອນ ພົມວິຫານໃນຄັ້ງນັ້ນ.

ອີງຕາມແຜນການຕ້ອນຮັບແມ່ນບໍ່ມີລາຍການພົບປະກັບທ່ານ ເຕິ້ງສຽວຜີງ (Deng Xiaoping) ເພາະທ່ານພັກຜ່ອນແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມຝ່າຍລາວໄດ້ສະແດງຄວາມປາຖະໜາຢ່າງຈິງໃຈວ່າ ຕ້ອງການໃຫ້ ທ່ານ ເຕິ້ງສຽວຜີງ ພົບກັບ ທ່ານ ໄກສອນ ພົມວິຫານ, ແຕ່ຝ່າຍຈີນໄດ້ຕອບກັບມາວ່າ ທ່ານ ເຕິ້ງ ອາຍຸຫຼາຍແລ້ວ (85 ປີ) ແລະ ບໍ່ໄດ້ພົບກັບແຂກຕ່າງປະເທດອີກຕໍ່ໄປ ແລະ ຂໍອະໄພດ້ວຍ.

ເຖິງຈະເປັນເຊັ່ນນັ້ນກໍ່ຕາມ, ທ່ານ ໄກສອນ ພົມວິຫານ ກໍຍັງຢືນຢັນຢ່າງໜັກແໜ້ນວ່າຈະຕ້ອງພົບທ່ານ ເຕິ້ງ ໃຫ້ໄດ້ ໂດຍສະເໜີເລື້ອງນີ້ເຖິງ 3 ຄັ້ງ. ຝ່າຍຈີນໄດ້ມີການປຶກສາຫາລື ແລະ ປະສານງານກັນຫຼາຍຮອບ ແລະ ໃນທີ່ສຸດຈຶ່ງຕັດສິນໃຈໃຫ້ມີການພົບກັນແບບສັ້ນໆ ເພື່ອເປັນພິທີການເທົ່ານັ້ນ. ດ້ວຍເຫດນີ້ກະຊວງການຕ່າງປະເທດ ຈີນ ຈຶ່ງບໍ່ໄດ້ກະກຽມຂໍ້ມູນອ້າງອີງສຳລັບການເຈລະຈາຢ່າງລະອຽດ. ແຕ່ຜົນປະກົດວ່າ ທ່ານ ເຕິ້ງສຽວຜີງ  ແລະ ທ່ານ ໄກສອນ ພົມວິຫານ ໄດ້ໂອ້ລົມກັນນານເຖິງ 40 ນາທີ ແລະ ທັງໝົດ ເປັນປະເດັນທີ່ມີເນື້ອໃນສຳຄັນຢ່າງຍິ່ງ.

ໃນການພົບປະ, ທ່ານ ໄກສອນ ພົມວິຫານ ຍອມຮັບຢ່າງຈິງໃຈວ່າ ຄວາມສຳພັນລະຫວ່າງລາວກັບຈີນໃນຊ່ວງສີບກວ່າປີທີ່ຜ່ານມານັ້ນຢູ່ໃນສະພາບບໍ່ປົກກະຕິ ເນື່ອງຈາກໄດ້ຮັບ “ອິດທິພົນຈາກພາຍນອກ” ແລະ ການຢ້ຽມຢາມຈີນຄັ້ງນີ້ຂອງ ທ່ານ ໄກສອນ ພົມວິຫານ ຈະເປັນສັນຍາລັກຂອງການຟື້ນຟູສາຍສຳພັນລະຫວ່າງສອງພັກ ແລະ ສອງປະເທດໃຫ້ກັບຄືນມາສູ່ສະພາບປົກກະຕິຢ່າງສົມບູນ.

ພ້ອມດຽວກັນນັ້ນ ທ່ານ ໄກສອນ ພົມວິຫານ ຍັງຖ່າຍທອດຄຳທັກທາຍຢ່າງອົບອຸ່ນຈາກ ທ່ານ ຫວຽນວັນລິນ, ເລຂາທິການໃຫຍ່ພັກຄອມມຸຍນິດ ຫວຽດນາມ ມາເຖິງທ່ານ ເຕິ້ງສຽວຜີງ ໂດຍກ່າວວ່າ “ຫວຽດນາມມີຄວາມເຂົ້າໃຈໃໝ່ຕໍ່ສະຖານະການຈີນ ແລະ ມີທ່າທີປ່ຽນແປງໄປໃນທາງທີ່ດີຂື້ນຕໍ່ຈີນ ແລະ ຍັງໄດ້ກ່າວຕື່ມວ່າ ທ່ານ ຫວຽນວັນລິນ ຫວັງວ່າ ທາງການຈີນຈະເຊີນທ່ານມາຢ້ຽມຢາມ”.

ທ່ານ ເຕິ້ງສຽວຜີງ ກໍ່ໄດ້ຝາກຄຳທັກທາຍຕອບກັບໄປຍັງ ທ່ານ ຫວຽນວັນລິນ ພ້ອມທັງກ່າວວ່າ “ຂ້າພະເຈົ້າຮູ້ຈັກກັບທ່ານ ຫວຽນວັນລິນມາດົນນານ ຂ້າພະເຈົ້າຮູ້ວ່າທ່ານເປັນຄົນມີເຫດຜົນ, ມີຄວາມສາມາດໃນການເຮັດວຽກ, ປະທານໂຮ່ຈິມິນ ໃຫ້ຄວາມໄວ້ວາງໃຈທ່ານຫຼາຍ ຂ້າພະເຈົ້າຫວັງວ່າ ທ່ານ ຈະຕັດສິນໃຈເດັດຂາດ ເພື່ອແກ້ໄຂບັນຫາກຳປູເຈຍ.

ເມື່ອ ທ່ານ ໄກສອນ ພົມວິຫານ ເດີນທາງກັບຄືນປະເທດ, ທ່ານ ໄດ້ແວ່ຢຸດພັກທີ່ຫວຽດນາມຊົ່ວຄາວ ແລະ ໄດ້ຖ່າຍທອດຂໍ້ຄວາມຂອງ ທ່ານ ເຕິ້ງສຽວຜີງ ໃຫ້ແກ່ທ່ານ ຫວຽນວັນລິນ ຢ່າງທັນເວລາ ແລະ ຄົບຖ້ວນ ຊຶ່ງທ່ານ ຫວຽນວັນລິນ ກໍໄດ້ໃຫ້ຄວາມສຳຄັນກັບຂໍ້ຄວາມນີ້ເປັນຢ່າງຍິງ.

ສານຈາກ ທ່ານ ເຕິ້ງສຽວຜີງ ເຖິງ ທ່ານ ຫວຽນວັນລິນ ໂດຍຜ່ານປະທານ ໄກສອນ ພົມວິຫານ ໃນທີ່ສຸດກໍນຳໄປສູ່ການປະຊຸມກັນ ລະຫວ່າງ ຈີນ ແລະ ຫວຽດນາມ, ແລະ ການຢ້ຽມຢາມຈີນ ຂອງ ເລຂາທິການໃຫຍ່ພັກຄອມມຸຍນິດຫວຽດນາມ ຄື ທ່ານ ໂດ໋ ເມື່ອຍ ປີ 1991 ຢ່າງເປັນທາງການກໍເກີດຂື້ນ ອັນໄດ້ເຮັດໃຫ້ທັງສອງປະເທດ ຈີນ-ຫວຽດນາມ ໄດ້ຟື້ນຟູສາຍສຳພັນຢ່າງເປັນປົກກະຕິ.

ທ່ານ ຜູ້ອ່ານທີ່ຮັກແພງ,

ການເປັນສື່ກາງໃນບົດບາດການທູດສຸດຍອດຂອງ ທ່ານ ໄກສອນ ພົມວິຫານ ແມ່ນຍິ່ງໃຫຍ່ ເພາະເປັນການລົບລ້າງຄຳທຳນາຍຂອງນັກຄົ້ນຄວ້າການເມືອງ ລະຫວ່າງ ປະເທດທີ່ເຄີຍປະເມີນໄວ້ວ່າ ການຂັດແຍ້ງກັນລະຫວ່າງ ຈີນ ແລະ ຫວຽດນາມ ທີ່ເປັນປະເທດສັງຄົມນິຍົມຄືກັນ ຈະນຳໄປສູ່ການລົ້ມລະລາຍຂອງລະບອບສັງຄົມນິຍົມ!

ສະຫຼຸບໄດ້ວ່າ ການພົວພັນການທູດ ລາວ-ຈີນ ແມ່ນດຳເນີນໄປແບບຖືກຕ້ອງຊອບທຳນຳໄປສູ່ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ນຳເອົາຜົນປະໂຍດມາສູ່ທັງສອງຊາດ ກໍຄື ປະຊາຊົນ ດັ່ງຄຳເວົ້າຂອງ ທ່ານ ສີຈີ້ນຜີງ ທີ່ສະທ້ອນໃຫ້ເຫັນມິດຕະພາບອັນເລິກເຊິ່ງເປັນອະມະຕະຂອງຄວາມເປັນ “ສະຫາຍບວກອ້າຍນ້ອງ” ຂອງ ລາວ ແລະ ຈີນ!

ຂໍອວຍພອນໃຫ້ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ໝັ້ນຍືນ!

error: Content is protected !!