ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII 

    ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII  ຈັດຂຶ້ນວັນທີ 28-29 ເມສາ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ  ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ມີທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດບັນດາຜູ້ນໍາພັກ-ລັດ ອະດີດການນໍາຂັ້ນສູງພັກ-ລັດ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມ.

    ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ຈະໄດ້ສະຫຼຸບຕີລາຄາ ໝາກຜົນ ການຈັດຕັ້ງປະຕິບັດວຽກງານ ຂອງກຳມະການສູນກາງແນວລາວສ້າງຊາດສະໄໝທີ XI ຂອງສູນກາງແນວລາວສ້າງຊາດ ແລະ ແນວລາວສ້າງຊາດແຕ່ລະຂັ້ນ ໃນທົ່ວປະເທດໃນການປະຕິບັດ ພາລະບົດບາດຂອງຕົນໃນ 5 ປີທີ່ຜ່ານມາ ແນວລາວສ້າງຊາດໃນທົ່ວປະເທດ ໄດ້ເປັນ ໃຈກາງ ເຕົ້າໂຮມມະຫາສາມັກຄີທົ່ວປວງຊົນລາວທັງຊາດ ເຮັດໜ້າທີ່ ປະສານສົມທົບກັບອົງການຈັດຕັ້ງພັກ-ລັດ ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ ໃນການປຸກລະດົມຊຸກຍູ້ປະຊາຊົນລາວບັນດາເຜົ່າ ປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການຊຸກຍູ້ການ ຜະລິດ ການປູກ-ການລ້ຽງ ສ້າງລາຍຮັບ ສ້າງເສດຖະກິດ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນ ດາເຜົ່າເທື່ອລະກ້າວ ແນວລາວສ້າງຊາດໄດ້ເປັນ ສູນກາງໂຄສະນາສຶກສາອົບຮົມປະຊາຊົນບັນດາເຜົ່າໃຫ້ເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ມະຕິ ຄໍາສັ່ງຂອງພັກ-ລັດຕະຫຼອດຮອດປຸກລະດົມທົ່ວສັງຄົມ ສະມາຄົມ ມູນນິທິ ບຸກຄົນ ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ການຊ່ວຍເຫຼືອ ຕ້ານການລະບາດຂອງພະຍາດ ຕ້ານໄພນໍ້າຖ້ວມ ຕ້ານໄພໜາວ ແລະ ອື່ນໆ ອັນທີ່ພົ້ນເດັ່ນ ແນວລາວ ສ້າງຊາດໄດ້ສ້າງຂະບວນ ການແຂ່ງຂັນສ້າງຄອບຄົວ-ບ້ານສາມັກຄີປອງດອງ ສ້າງເມືອງສາມັກຄີປອງດອງຕິດພັນກັບ ການແກ້ ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ເຊິ່ງກໍ່ໃຫ້ເກີດມີບັນຍາກາດໃໝ່ ແລະ ໃບໜ້າໃໝ່ ໃນການປະຕິບັດວຽກງານແນວໂຮມຢູ່ຂັ້ນທ້ອງຖິ່ນຮາກຖານ ພ້ອມກັນນີ້, ແນວລາວສ້າງຊາດແຕ່ລະຂັ້ນໄດ້ສົມທົບກັບພາກສ່ວນກ່ຽວຂ້ອງປຸກລະດົມຈັດຕັ້ງການສະເຫຼີມສະ ຫຼອງວັນສໍາຄັນຕ່າງໆຂອງພັກຂອງຊາດເປັນຕົ້ນ 3 ວັນປະຫວັດສາດ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ອີກຫຼາຍເຫດການສຳຄັນອື່ນໆ ໃນໄລຍະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນແຂວງ ຊຸດທີ V ນັ້ນແນວລາວສ້າງຊາດແຕ່ລະຂັ້ນໄດ້ມີສ່ວນຮ່ວມສຳຄັນໃນ ການຢັ້ງຢືນດ້ານບຸກຄະລາກອນຜູ້ອອກສະໝັກ ແລະ ທັງໄດ້ສົ່ງບຸກຄະລາກອນຂອງຕົນລົງສະໝັກ ຄັດເລືອກຜູ້ແທນເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ພ້ອມກັນນັ້ນໄດ້ປະກອບສ່ວນປຸກລະດົມຂົນຂວາຍພໍ່ແມ່ປະຊາຊົນ ກໍຄືຜູ້ມີສິດປ່ອນບັດເລືອກຕັ້ງ ໃຫ້ອອກມາໃຊ້ສິດຂອງຕົນ ແລະ ໄດ້ເອົາໃຈໃສ່ເຮັດວຽກງານການ ເມືອງ-ແນວຄິດ ປັບປຸງການຈັດຕັ້ງ ຊຸກຍູ້ໃຫ້ແນວ ລາວສ້າງຊາດທ້ອງຖິ່ນດໍາເນີນກອງປະຊຸມໃຫຍ່ ຂອງຕົນໃຫ້ສໍາເລັດ ແລະ ວຽກງານອື່ນໆ ສາມາດສະຫຼຸບຕີລາຄາໄດ້ວ່າຕະຫຼອດໜຶ່ງທີ່ຜ່ານມາ ແນວລາວສ້າງຊາດທຸກຂັ້ນສາມາດສ້າງຜົນງານ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ ທີ່ໜ້າເພິ່ງພໍໃຈປະກອບສ່ວນສົມກຽດຂອງຕົນ ເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ.

   ເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍຜົນງານ ແລະ ຜົນສຳເລັດທີ່ຍາດມາໄດ້ໃນການຈັດຕັ້ງ ປະຕິບັດມະຕິກອງປະຊຸມ ໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ດ້ວຍຈິດໃຈ ຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ກໍ່ຄືແນວຄິດຊີ້ນຳ ຂອງສູນກາງພັກທີ່ວ່າ: ແນວລາວສ້າງຊາດ ເປັນຜູ້ນຳຫຼັກແຫ່ງມະຫາສາມັກຄີທົ່ວປວງຊົນທັງຊາດ ຮັບປະກັນລັກສະນະເປີດ ກວ້າງໜັກ   ແໜ້ນ ບຸກທະລຸ ແລະ ສ້າງການຫັນປ່ຽນໃໝ່ທີ່ຕັ້ງໜ້າ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ XII ຂອງພັກ ກໍ່ຄືຕິດຕາມຊຸກຍູ້ການບໍລິຫານ ຄຸ້ມຄອງ ລັດ ຂອງສະພາແຫ່ງຊາດ, ລັດຖະບານ ແລະ ອົງການລັດອື່ນໆ ຈາກແນວລາວສ້າງຊາດແຕ່ລະຂັ້ນ ກອງປະຊຸມໃຫຍ່ຂອງພວກເຮົາຄັ້ງນີ້ໄດ້ດຳເນີນພາຍໃຕ້ຄຳຂວັນທີ່ວ່າ: “ຍົກສູງບົດບາດຂອງແນວ ລາວສ້າງຊາດ ສູ່ຄຸນນະພາບໃໝ່ ເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກໍາລັງແຮງຂອງ ທົ່ວປວງ ຊົນລາວທັງຊາດ ເຂົ້າໃນສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ” ນີ້ແມ່ນເສັ້ນໄໝແດງສອດຫ້ອຍ ແຕ່ຕົ້ນຕະຫຼອດປາຍທຸກການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງແນວລາວສ້າງຊາດທຸກຂັ້ນ ໃນຕະຫຼອດສະໄໝທີ XII.

    ກອງປະຊຸມໄດ້ພິຈາລະນາ  ແລະ ຮັບຮອງເອົາຮ່າງລາຍງານການເມືອງ ແຜນພັດທະນາອົງການແນວລາວສ້າງຊາດ ກົດລະບຽບແນວລາວສ້າງຊາດ ສະໄໝທີ XII ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະກໍາມະ ການສູນກາງແນວລາວສ້າງຊາດ ສະໄໝທີ XI ໄລຍະ 5 ປີຜ່ານມາ ຮັບຮອງເອົາການສະ  ເໜີແຕ່ງຕັ້ງ ແລະ ຮັບຮອງເອົາຄະນະກໍາມະການສູນ ກາງແນວລາວສ້າງຊາດສະໄໝທີ XII ປະທານ ຮອງປະທານ ຄະນະປະຈໍາ ແລະ ປະທານກວດກາ ສູນກາງແນວລາວສ້າງຊາດ ສະໄໝທີ XII  ໂຄງປະກອບບຸກຄະລາກອນມີລັກສະນະກວ້າງຂວາງ ຫຼາກຫຼາຍ ແລະ ຈຳນວນທີ່ເພີ່ມຂຶ້ນ ເພື່ອປະຕິບັດພາລະບົດບາດສໍາພັນທາງການເມືອງທີ່ເປັນຕົວ ແທນຂອງບັນດາເຜົ່າ ຊັ້ນຄົນ ສາສະໜາ ເພດ-ໄວ ຜູ້ຊົງຄຸນວຸດທິ ນັກຮຽນຮູ້ ປັນຍາຊົນໃນຂອບເຂດທົ່ວປະເທດ ນັບທັງພີ່ນ້ອງຄົນລາວຢູ່ຕ່າງປະເທດທີ່ຮັກເຊື້ອແພງຊາດລາວ ທີ່ມີຄວາມ ສາມັກຄີເປັນປຶກແຜ່ນ ມີນ້ຳໃຈຮັກຊາດອັນດູດດື່ມ ແລະ ມີຄວາມບໍລິສຸດພຸດຜ່ອງ ຕໍ່ພາລະ ກິດປະ ຕິວັດທີ່ຍາດມາໄດ້.     ກອງປະຊຸມໃຫຍ່ຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາຜູ້ແທນກອງປະຊຸມ ເພື່ອຖອດຖອນບົດຮຽນຈາກຂົງເຂດຕ່າງໆ ການງານຮ່ວມກັບແນວໂຮມ ເພື່ອເຕົ້າໂຮມກໍາລັງແຮງສັງລວມເຂົ້າໃນຂະບວນການວຽກງານຕົວຈິງຂອງພັກ-ລັດ ແລະ ຮັບຟັງການໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ທີ່ເປັນເຂັມຊີ້ທິດເຍືອງທາງໃຫ້ກອງປະຊຸມໃນການນໍາພາ-ຊີ້ນໍາຂອງແນວລາວສ້າງຊາດແຕ່ລະຂັ້ນໃນຕໍ່ໜ້າ.

error: Content is protected !!