ໃນລະຫວ່າງວັນທີ 22-26 ເມສາ 2026, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເດີນ ທາງໄປເຂົ້າຮ່ວມບັນດາກິດຈະກໍາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 65 ປີ (1961-2026) ແລະ ປີມິດຕະ ພາບ ລາວ-ຈີນ ທີ່ ແຂວງຢຸນໜານ, ສປ ຈີນ.

ວັນທີ 23 ເມສາ 2026, ທ່ານ ຮອງລັດຖະມົນຕີ ອານຸພາບ ວົງໜໍ່ແກ້ວ ໄດ້ເຂົ້າຮ່ວມ ແລະ ເປັນກຽດກ່າວຄໍາເຫັນໃນກອງປະຊຸມສໍາມະນາ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ຂອງແຂວງຢຸນໜານ ໂດຍມີຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ ພ້ອມດ້ວຍຫົວໜ່ວຍທຸລະກິດ ລາວ-ຈີນ, ຕົວ ແທນນັກສຶກສາລາວ ທີ່ກໍາລັງສຶກສາຢູ່ແຂວງຢຸນນານ ແລະ ບັນດາສື່ມວນຊົນ ເຂົ້າຮ່ວມຫຼາຍກວ່າ 80 ທ່ານ.

ຈາກນັ້ນ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສືບຕໍ່ເຂົ້າຮ່ວມ ແລະ ມີຄໍາເຫັນໃນງານລ້ຽງສະເຫຼີມສະ ຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບ ຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ຂອງແຂວງຢຸນໜານ, ໂດຍການເປັນເຈົ້າພາບຮ່ວມກັນ ລະຫວ່າງ ສະ ຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນໝິງ ແລະ ສະມາຄົມມິດຕະພາບກັບຕ່າງປະເທດຂອງແຂວງຢຸນໜານ, ຫ້ອງການພົວພັນຕ່າງປະເທດແຂວງຢຸນໜານ, ເຊີ່ງການນໍາຂັ້ນສູງຂອງແຂວງຢຸນໜານ ນໍາໂດຍ ທ່ານ ເຣີ້ນ ຈຸ່ນຮ້າວ, ຮອງປະທານຄະນະປະຈໍາ ສະພາຜູ້ແທນປະຊາຊົນແຂວງຢຸນໜານ ແລະ ພະແນກການທີ່ກ່ຽວຂອງຂອງແຂວງ ແລະ ຈາກ ສປປ ລາວ ເຂົ້າຮ່ວມ.ວັນທີ 24 ເມສາ 2026, ທີ່ ກິ່ງແຂວງສິບສອງພັນນາ,

ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມ ແລະ ມີຄໍາເຫັນ ໃນພິທີເປີດງານມະຫາກໍາສະເຫຼີມສະຫຼອງຂອງປະຊາຊົນຢູ່ເຂດຊາຍແດນ ລາວ-ຈີນ ປີ 2026, ເຊີ່ງການນໍາຝ່າຍຈີນເຂົ້າ ຮ່ວມ ແມ່ນ ທ່ານ ຢວນ ໝິນເຕົ້າ, ຮອງປະທານສະມາຄົມມິດຕະພາບກັບຕ່າງປະເທດ ປະຊາຊົນທົ່ວປະເທດຈີນ ແລະ ຈາກ ສປປ ລາວ ມີ ຮອງເລຂາພັກແຂວງ, ຮອງປະ ທານຄະນະກໍາມະການປົກຄອງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ຈາກ 5 ແຂວງພາກເໜືອຂອງ ສປປ ລາວ ຄື: ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຫຼວງພະບາງ.
ພ້ອມດຽວກັນນັ້ນ, ຝ່າຍຈີນຍັງໄດ້ຈັດງານລ້ຽງຕ້ອນຮັບໃຫ້ແກ່ຄະນະຜູ້ແທນລາວທັງໝົດ ທີ່ເດີນທາງໄປເຂົ້າຮ່ວມພິທີເປີດງານໃນຄັ້ງນີ້ ດ້ວຍບັນຍາກາດອັນເບີກບານມ່ວນ ຊື່ນ ແລະ ເປັນກັນເອງຖານສະຫາຍອ້າຍນ້ອງ.ວັນທີ 25 ເມສາ 2026, ຕອນເຊົ້າ ທ່ານ ຮອງລັດຖະມົນຕີ ອານຸພາບ ວົງໜໍ່ແກ້ວ ແລະ ຄະນະ ໄດ້ສືບຕໍ່ຮ່ວມກັບ ການນໍາກິ່ງແຂວງສິບສອງພັນນາ ເຂົ້າຮ່ວມກິດຈະກໍາ ປ່ອຍປາ ລົງສູ່ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 20, ຈໍານວນ 30.000 ໂຕ ເພື່ອແນໃສ່ຟື້ນຟູສະພາບແວດລ້ອມດ້ານນິເວດວິທະຍາທາງນໍ້າ ແລະ ເປັນການຮັກສາຊີວະນານາພັນໃນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ເຊີ່ງແມ່ນກິດຈະກໍາໜຶ່ງໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມີດຕະພາບລາວ-ຈີນ ໃນປີ 2026 ນີ້.
ຫຼັງຈາກນັ້ນ, ໄດ້ສືບຕໍ່ເດີນທາງໄປຍັງ ເມືອງລ້າ ເພື່ອເຂົ້າ ຮ່ວມບັນດາກິດຈະກໍາທີ່ຮ່ວມກັນຈັດຂື້ນ ລະຫວ່າງ ອໍານາດການປົກຄອງຂອງບັນດາແຂວງພາກເໜືອຂອງ ສປປ ລາວ ແລະ ກິ່ງແຂວງສິບສອງພັນນາ ໂດຍສະເພາະແມ່ນ ງານຕະຫຼາດນັດຂອງປະຊາຊົນທີ່ຢູ່ລຽບຕາມຊາຍແດນ ລາວ-ຈີນ, ການແຂ່ງຂັນກິລາບານເຕະມິດຕະພາບ ລະ ຫວ່າງ ຊາວໜຸ່ມ ແຂວງຫຼວງນໍ້າທາ ແລະ ທີມຊາວໜຸ່ມເມືອງລ້າ, ແຂວງຢຸນໜານ, ສປ ຈີນ ແລະ ເປັນແຂກກິດ ຕິມະສັກ ເຂົ້າຮ່ວມຊົມການແຂ່ງຂັນກິລາບານເຕະລີກຂອງແຂວງຢຸນໜານ.

ນອກຈາກນັ້ນ, ຍັງໄປທັດສະນະສຶກສາ ແລະ ຢ້ຽມຢາມເຂດອານຸລັກຊີວະນານາພັນ, ປ່າສະຫງວນແຫ່ງຊາດຂອງແຂວງຢຸນໜານ ແລະ ເຂດທ່ອງທ່ຽວ ຕາມລາຍການທີ່ເຈົ້າພາບຈັດໃຫ້. ບັນດາກິດຈະກໍາທັງໝົດເຫຼົ່ານີ້ ແມ່ນ ການຮ່ວມກັນຈັດຂື້ນ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນໝິງ, ອໍານາດການປົກຄອງ 5 ແຂວງພາກເໜືອຂອງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງຢຸນໜານ, ກິ່ງແຂວງສິບສອງພັນນາ, ອໍານາດການປົກຄອງເມືອງລ້າ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (1961-2026) ແລະ ປີມິດຕະພາບ ລາວ-ຈີນ ໃນປີ 2026 ນີ້.