ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນກີລາ-ກາຍະກຳແຫ່ງຊາດ ຄົບຮອບ 54 ປີ (13/7/1966-13/7/2020) ຂຶ້ນວັນທີ 11 ກໍລະກົດ 2020 ທີ່ເດີ່ນສະໜາມຫຼວງ (ພະທາດຫຼວງວຽງຈັນ) ເປັນປະທານຂອງທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ມີທ່ານ ສີທາດ ຈັນທະບູລີ ຫົວໜ້າກົມກີລາມວນຊົນ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍພະແນກການ ຕະຫຼອດຮອດຫ້ອງການສຶກສາທິການ ແລະ ກີລາ 9 ຕົວເມືອງອ້ອມຂ້າງ ແລະ ພະນັກງານເຂົ້າຮ່ວມ.

ການຈັດກິດຈະກຳຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ພ້ອມກັນເຕັ້ນແອໂຣບິກຫັດກາຍຍະບໍລິຫານ ເພື່ອເຮັດໃຫ້ສຸຂະພາບທາງດ້ານຮ່າງກາຍມີຄວາມແຂງແຮງ ທັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນກຳເນີດກີລາ-ກາຍະກຳຄົບຮອບ 54 ປີ ພ້ອມນັ້ນຍັງເປັນການສ້າງຂະບວນການຄຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດຂອງພັກທີ່ຈະມາເຖິງ ເວົ້າລວມ ເວົ້າສະເພາະເປັນການສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ກອງປະຊຸມໃຫຍ່ອົງຄະນະພັກເມືອງ ແລະ ພະແນກການອ້ອມຂ້າງ ນອກນັ້ນ ເປັນການຈັດຕັ້ງຜັນຂະຫຍາຍມະຕິກົມການເມືອງສູນກາງພັກວ່າດ້ວຍການພັດທະນາ ນວ ໃນໄລຍະໃໝ່ໄປຄຽງຄູ່ກັບການສ້າງຂະບວນການຄຳນັບຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 65 ປີ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງ ນວ ຄົບຮອບ 460 ປີ.

ໂອກາດນີ້ທ່ານ ສົມພອນ ສອນດາລາ ຍັງໃຫ້ຮູ້ປະຫວັດຄວາມເປັນມາຂອງວັນກຳເນີດກີລາ-ກາຍະກຳວ່າ: ກີລາແມ່ນເວົ້າເຖິງພະລັງແຮງ ເພາະການກີລາສະແດງເຖິງຄວາມເຂັ້ມແຂງທາງດ້ານຮ່າງກາຍ ແລະ ມັນສະໝອງ ຄິດເຖິງຄວາມປີຊາສາມາດຂອງນັກກີລາ ທີ່ບັນລຸເປົ້າໝາຍອັນສູງສົ່ງໃນການແຂ່ງຂັນ ແຕ່ກ່ອນສະໄໝສົງຄາມຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານຢ່າງດຸເດືອດ ແຕ່ຂະບວນກີລາ-ກາຍະກຳໃຫ້ມີການເຄື່ອນໄຫວ ເພື່ອຮັບໃຊ້ສ້າງບັນຍາກາດ ຄວາມເບີກບານມ່ວນຊື່ນ ເພື່ອສຸຂະພາບ ຄວາມສາມັກຄີ ໃນຖັນແຖວພະນັກງານ ທະຫານ ຕຳຫຼວດ ແລະ ປວງຊົນລາວບັນດາເຜົ່າຕະຫຼອດມາ ຈາກການຈັດຕັ້ງເປັນຫົວໜ່ວຍກີລານ້ອຍຂອງກົມກອງ ຂະແໜງການເຂດແນວໜ້າ-ແນວຫຼັງ ໂຮງຮຽນ ຄຸ້ມບ້ານຕ່າງໆ ໃນທີ່ສຸດກອງກີລາກອງທັບປົດປ່ອຍປະຊາຊົນລາວ ໄດ້ປະກາດສ້າງຕັ້ງຂຶ້ນວັນທີ 13 ກໍລະກົດ 1966 ໂດຍແມ່ນທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຫົວໜ້າເສນາທິການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ ໃນໄລຍະນັ້ນ ເປັນຜູ້ປະກາດອັນເປັນຂີດໝາຍແຫ່ງການກຳເນີດຂອງຂະບວນກີລາລາວ ມາເຖິງປັດຈຸບັນ.