ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ

ໃນຕອນເຊົ້າວັນທີ 23 ເມສາ 2026 ນີ້, ທ່ານ ນາງ ວິທະ ຍາ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ນາງ ດຣໍປາດີ ມູມູ (Mrs. Doupadi Murmu), ປະທານາທິບໍ ດີແຫ່ງ ສາທາລະນະລັດ ອິນເດຍ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາ ລະນະລັດ ອິນເດຍ, ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະ ຄອນຫຼວງ ນີວແດນລີ, ສ. ອິນເດຍ.

ໃນໂອກາດນີ້, ພະນະທ່ານ ນ. ດຣໍປາດີ ມູມູ, ປະທານາທິ ບໍດີ ສ. ອິນເດຍ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບຕໍ່ ທ່ານ ນາງ ວິທະຍາ ໄຊຍະວົງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ອິນເດຍ ເພື່ອປະຕິບັດໜ້າທີ່ ອັນຊົງກຽດ ແລະ ສູງສົ່ງໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບ ການຂອງທ່ານ ຈະປະສົບຜົນສຳເລັດໃນການປະຕິບັດໜ້າ ທີ່ ອັນສຳຄັນໃນຄັ້ງນີ້.

ພ້ອມນີ້ທ່ານຍັງໄດ້ຝາກຄວາມຢື້ຢາມຖາມຂ່າວມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ. ພ້ອມກັນນີ້, ພະນະທ່ານປະທານາທິ ບໍດີ ຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ທີ່ແໜ້ນແຟ້ນຍາວນານ ລະຫວ່າງ ລາວ-ອິນເດຍ ຕະຫຼອດໄລຍະເວລາ 70 ປີ.

ສອງຝ່າຍໄດ້ມີການຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນຫຼາຍຂອບການຮ່ວມມື ສອງຝ່າຍ-ຫຼາຍຝ່າຍ ລວມເຖິງຂອບ ສປຊ (UN).ໃນໂອກາດດັ່ງກ່າວ, ທ່ານ ນາງ ວິທະຍາ ໄຊຍະວົງ, ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ປະທານາທິບໍດີ ແລະ ນຳເອົາຄວາມຢື້ຢາມຖາມຂ່າວອັັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານ ແລະ ປະຊາຊົນລາວ ຝາກເຖິງທ່ານ ພະນະທ່ານ ນາງ ດຣໍປາດີ ມູມູ, ປະທານາທິບໍດີແຫ່ງ ສາທາລະນະລັດ ອິນເດຍ ແລະ ປະຊາຊົນອິນເດຍທຸກຖ້ວນໜ້າ.ທ່ານເອກອັກຄະລັດຖະທູດ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ສາຍພົວພັນ ແລະ ມິດຕະພາບອັນດີ, ການຮ່ວມມືທີ່ແໜ້ນແຟ້ນ ແລະ ມີຄວາມຕໍ່ເນື່ອງມາເປັນເວລາຍາວນານລະ ຫວ່າງສອງປະເທດ ບໍ່ວ່າຈະຢູ່ໃນຂອບສອງຝ່າຍ ແລະ ຂອບຫຼາຍຝ່າຍ, ໃນເວທີພາກພື້ນ ແລະ ສາກົນ ທີ່ສອງຝ່າຍໄດ້ມີການສະໜັບສະໜູນເຊິ່ງກັນ ແລະ ກັນຕະຫຼອດມາ, ເຊິ່ງໄດ້ເປັນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສາຍພົວພັນຮ່ວມມືທີ່ແໜ້ນແຟ້ນຍິ່ງຂຶ້ນ.ອີກເທື່ອໜຶ່ງ, ທ່ານເອກອັກຄະລັດຖະທູດ ໄດ້ຕາງໜ້າໃຫ້ແກ່ລັດຖະບານລາວ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຫຼາຍຂົງເຂດເປັນຕົ້ນແມ່ນ ການສ້າງຂີດຄວາມສາມາດ, ການພັດທະນາຊັບພະຍາກອນມະນຸດ, ການຄ້າ, ການລົງ ທຶນ, ດ້ານນະວັດຕະກຳ, ວັດທະນະທຳ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນ ແລະ ປະຊາຊົນ ຂອງສອງຊາດໃຫ້ນັບມື້ນັບເພີ່ມທະວີຫຼາຍຂຶ້ນ.ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 2 ກຸມພາ 1956, ຊຶ່ງໃນປີ 2026 ນີ້ ແມ່ນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ລາວ-ອິນເດຍ.

error: Content is protected !!