ລາວ-ຈີນ ສະເຫຼີມສະຫຼອງວັນການທູດ ຄົບຮອບ 65 ປີ

     ວັນທີ 23 ເມສາ 2026 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ (25 ເມສາ 1961-25 ເມສາ 2026) ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ມີບັນດາສະຫາຍກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ-ຮອງລັດຖະມົນຕີ ທູຕານຸທູດຕ່າງປະເທດ ແລະ ແຂກຖືກເຊີນທັງຝ່າຍລາວ ແລະ ຝ່າຍຈີນ ເຂົ້າຮ່ວມ.

    ໃນພິທີ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ຂຶ້ນກ່າວຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ກໍຄື ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນຕະຫຼອດໄລຍະ 6 ທົດສະວັດເຄິ່ງທີ່ຜ່ານມາ ເຊິ່ງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຈີນ-ລາວ ໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງຈາກການນໍາຮຸ່ນຕ່າງໆ ແລະ ໄດ້ຮັບການຍົກລະດັບຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ” ແລະ ການສ້າງເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ເຊິ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຕະຫຼອດມາ ພິເສດ ໂຄງການເສັ້ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນສັນຍາລັກອັນພົ້ນເດັ່ນແຫ່ງການຮ່ວມມື ແລະ ເຊື່ອມຈອດ ລະຫວ່າງສອງປະເທດ ແລະ ກາຍເປັນເສັ້ນທາງເຊື່ອມຕໍ່ອັນສໍາຄັນ ໃນການເຊື່ອມໂຍງ ແລະ ເຊື່ອມຈອດຂອງພາກພື້ນ ແລະ ສາກົນ.

    ສປປ ລາວ ແລະ ສປ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນໍ້າຕິດຈອດກັນ ປະຊາ ຊົນສອງຊາດມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ບູຮານນະການ ແລະ ສະໜັບສະໜູນຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ການພັດທະນາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ ຕະຫຼອດໄລຍະ 65 ປີ ຜ່ານມາ ການພົວພັນຮ່ວມມື ລະຫວ່າງສອງພັກ ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຈີນ ທັງທາງດ້ານການເມືອງ ຄວາມໝັ້ນຄົງ ເສດຖະກິດ ການຄ້າ ແລະ ການລົງທຶນ ວັດທະນະທໍາ-ສັງຄົມ ແລະ ດ້ານອື່ນໆ ໄດ້ຮັບການເພີ່ມທະວີຢ່າງຮອບດ້ານ ຕໍ່ເນື່ອງ ແລະ ຂຶ້ນສູ່ລະດັບ ໃໝ່ ອັນພົ້ນເດັ່ນ ສະເພາະປີ 2025 ການຄ້າສອງຝ່າຍບັນລຸໄດ້ເກືອບ 10 ຕື້ໂດລາສະຫະລັດ (ເພີ່ມຂຶ້ນເກືອບ 20%) ນອກຈາກນີ້ ການລົງທຶນຂອງ ສປ ຈີນ ຍັງຄອງອັນດັບຕົ້ນໆຂອງການລົງທຶນຈາກຕ່າງປະເທດ ຢູ່ ສປປ ລາວ (ລວມມູນຄ່າສະສົມປະມານ 18 ຕື້ກວ່າໂດລາສະຫະລັດ) ຄຽງຄູ່ກັນນີ້ ນັບແຕ່ການເປີດບໍລິການນໍາໃຊ້ລົດໄຟ ລາວ-ຈີນ ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ ສາມາດຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 11 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ເກືອບ 17 ລ້ານໂຕນ ສປປ ລາວ ຍັງເປັນປະເທດທີ່ມີນັກທ່ອງທ່ຽວຈີນມາທ່ຽວຫຼາຍທີ່ສຸດ ຈັດຢູ່ໃນອັນດັບທີ 3 (ຮອງຈາກໄທ ແລະ ຫວຽດ ນາມ) ສະເພາະປີ 2025 ມີທັງໝົດຫຼາຍກວ່າ 1 ລ້ານຄົນ.    ໃນພິທີດັ່ງກ່າວ ການນໍາຂັ້ນສູງຂອງລາວ ແລະ ຈີນ ພ້ອມດ້ວຍບັນດາແຂກທີ່ມີກຽດ ຍັງໄດ້ຢ້ຽມຊົມການວາງສະແດງຮູບພາບ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ຮັບຊົມວີດີໂອສັ້ນ ການພົວພັນ ລາວ-ຈີນ ອີກດ້ວຍ.

error: Content is protected !!