ຮອງລັດຖະມົນຕີກະຊວງຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະເຮັດວຽກສອງຝ່າຍ ຢູ່ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 20 ເມສາ 2026, ທີ່ ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ອັນນິດ ມັດຕາ (H.E. Anis Matta), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອິນໂດເນເຊຍ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 19-21 ເມສາ 2026.

ໃນໂອກາດນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຍິນດີທີ່ໄດ້ພົບປະກັບ ທ່ານ ອັນນິດ ມັດຕາ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ນັບແຕ່ໄດ້ເຂົ້າຮັບຕຳແໜ່ງເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ໃນປີ 2024 ແລະ ກໍ່ເພື່ອເປັນການກະກຽມໃຫ້ແກ່ການຢ້ຽມຢາມທາງການ ສ. ອິນໂດເນເຊຍ ຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນຕົ້ນເດືອນພຶດສະພາ 2026 ທີ່ຈະມາເຖິງນີ້ ເພື່ອເປັນການເສີມຂະຫຍາຍການພົວພັນລະຫວ່າງສອງຝ່າຍໃນຕໍ່ໜ້າ.

ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ໃນຫຼາຍຂົງເຂດວຽກງານ ລະຫວ່າງ ສປປ ລາວ ແລະ ສ. ອິນໂດເນເຊຍ ຕະຫລອດໄລຍະ 69 ປີ ຂອງສາຍພົວພັນການທູດ ຊຶ່ງໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ຢ່າງເປັນປົກກະຕິ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງຊາດ ນັບມື້ນັບເພີ່ມຂຶ້ນ. ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບ ການກະກຽມຈັດບັນດາກິດຈະກໍາຕ່າງໆ ເພື່ອຮ່ວມກັນສະເຫຼີມສະຫຼອງ ເນື່ອງໃນໂອກາດຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ໃນປີ 2027 ທີ່ຈະມາເຖິງນີ້. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີນໍາກັນ ທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ ໂດຍສະເພາະໃນຂົງເຂດການຄ້າ ແລະ ລົງທຶນ ລະຫວ່າງສອງປະເທດ ໃຫ້ນັບມື້ນັບເພີ່ມຂຶ້ນ ພ້ອມທັງເຫັນດີຈະສືບຕໍ່ສົ່ງເສີມການຮ່ວມມືກັນໃນດ້ານອື່ນໆ ທີ່ສອງປະເທດ ມີທ່າແຮງບົ່ມຊ້ອນ ເປັນຕົ້ນແມ່ນຂະແໜງກະສິກໍາປຸງແຕ່ງເຊັ່ນ: ການຜະລິດປຸຍ, ການທ່ອງທ່ຽວ, ອຸດສາຫະກໍາບໍ່ແຮ່, ການບໍລິການ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ເປັນຕົ້ນແມ່ນການຮ່ວມມືໃນວຽກງານຊ່ວຍເຫຼືອຜູ້ຕົກເປັນເຫຍື່ອຂະບວນການຄ້າມະນຸດ, ການປາບປາມການຄ້າຂາຍຢາເສບຕິດ ແລະ ກຸ່ມຫຼອກລວງທາງອອນລາຍ ແລະ ວິກິດການພະລັງງານທີ່ກະທົບຕໍ່ເສດຖະກິດໃນທົ່ວໂລກ ແລະ ອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານອິນໂດເນເຊຍ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນໃນການພັດທະນາຊັບພະຍາກອນມະນຸດ ກໍຄື ການຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ທີ່ຜ່ານມາ. ໃນຂະນະດຽວກັນ, ທ່ານ ອັນນິດ ມັດຕາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ແລະ ມີຄວາມປິຕິຍິນດີທີ່ໄດ້ມີໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານ ອັນນິດ ມັດຕາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອິນໂດເນເຊຍ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພົນໂທ ກົງທອງ ກອງມະນີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ເຂົ້າຢ້ຽມຂໍ່ານັບ ທ່ານ ລາວປາວຊົງ ນະວົງໄຊ, ຮອງປະທານສູນກາງແນວລາວສ້າງຊາດ ອີກດ້ວຍ.

error: Content is protected !!