ເຂົ້າ “ຈຸລະສານອາຫານ” ທາງເລືອກໃໝ່ ແກ້ບັນຫາໂພຊະນາການໃນລາວ

ທ່າມກາງສະພາບການຂາດສານອາຫານທີ່ຍັງຄົງຢູ່ສູງໃນ ສປປ ລາວ ໂດຍສະເພາະໃນເດັກນ້ອຍ ແລະ ແມ່ຍິງ, “ເຂົ້າເພີ່ມຈຸລະສານອາຫານ” ກໍາລັງຖືກຜັກດັນເປັນມາດຕະການສໍາຄັນ ເພື່ອຍົກລະດັບໂພຊະນາການຂອງປະຊາຊົນ.

ຕາມ​ການ​ສຳ​ພາດ ຜູ້ຮັບຜິດຊອບໂຄງການເພີ່ມຈຸລະສານອາຫານໃສ່ເຂົ້າ ອົງ​ການ​ອາ​ຫານ​ໂລກ (WPF) ໃຫ້​ຮູ້​ວ່າ:

ຖາມ: ເຂົ້າຈຸລະສານອາຫານແມ່ນຫຍັງ ແລະ ຕ່າງຈາກເຂົ້າທຳມະດາແນວໃດ?

ຕອບ: ຈຸລະສານອາຫານ (Micronutrients) ໝາຍເຖິງວິຕາມິນ ແລະ ແຮ່ທາດ. ເຂົ້າເພີ່ມຈຸລະສານອາຫານ ແມ່ນເຂົ້າທີ່ເພີ່ມວິຕາມິນ ແລະ ແຮ່ທາດຈຳເປັນ ປະສົມກັບເຂົ້າສານທົ່ວໄປ ໃນປະລິມານ ແລະ ອັດຕາສ່ວນທີ່ ເໝາະສົມ ຕາມມາດຕະຖານທີ່ກໍານົດສໍາລັບການບໍລິໂພກປະຈໍາວັນ.

ຕ່າງຈາກເຂົ້າທຳມະດາ ຄືປະລິມານວິຕາມິນ ແລະ ແຮ່ທາດ ທີ່ເພີ່ມເຂົ້າໄປ ຊຶ່ງຈະເຮັດໃຫ້ເຂົ້າເພີ່ມຈຸລະສານອາຫານ ມີວິຕາມິນ ແລະ ແຮ່ທາດທີ່ຈໍາເປັນສໍາລັບຮ່າງກາຍສູງກວ່າ ເຂົ້າສານທົ່ວໄປ, ເນື່ອງຈາກປະລິມານວິຕາມິນ ແລະ ແຮ່ທາດ ໃນເຂົ້າສານທໍາມະດາ ຈະຫຼຸດລົງ ຫຼື ສູນເສຍຈາກຂັ້ນຕອນການສີເຂົ້າ  ແລະ ການປຸງແຕ່ງ, ນອກຈາກນີ້ ເຂົ້າເພີ່ມຈຸລະສານອາຫານຈະມີ ວິຕາມິນທີ່ປົກກະຕິຈະບໍ່ມີຢູ່ໃນເຂົ້າ ເປັນຕົ້ນ ວິຕາມິນ A ແລະ B12.

ຖາມ: ມີສານອາຫານຫຍັງບ້າງທີ່ເພີ່ມເຂົ້າໄປໃນເຂົ້າປະເພດນີ້?

ຕອບ: ຈຸລະສານອາຫານທີ່ສາມາດເພີ່ມໃສ່ໃນເຂົ້າປະເພດນີ້ ມີ:

  • ຫມວດວິຕາມິນ: ວິຕາມິນ A, B1, B3, B6, B9 (Folic Acid) ແລະ B12.
  • ຫມວດແຮ່ທາດ: ທາດເຫຼັກ, ທາດສັງກະສີ.

ແຕ່ລະປະເທດ ອາດຈະເລືອກເພີ່ມວິຕາມິນແຕກຕ່າງກັນ ຂື້ນກັບຄວາມຈໍາເປັນ ແລະ ລັກສະນະການຂາດ ລະສານອາຫານຂອງແຕ່ລະປະເທດ. ສໍາລັບ ສປປ ລາວ, ໄດ້ວາງມາດຕະຖານການເພີ່ມວິຕາມິນ ໂດຍເນັ້ນໜັກໃສ່ການຫຼຸດຜ່ອນ ການຂາດຈຸລະສານອາຫານ ທີ່ຕິດພັນກັບພະຍາດເລືອດຈາງ ຄື:

  1. ວິຕາມິນ ແລະ ແຮ່ທາດທີ່ຈໍາເປັນຕ້ອງເພີ່ມ: ວິຕາມິນ B9 (Folic Acid), B12, ທາດເຫຼັກ ແລະ ທາດສັງກະສີ.
  2. ວິຕາມິນ ແລະ ແຮ່ທາດທີ່ສາມາດເພີ່ມເຂົ້າໄປໄດ້ຕື່ມອີກ ນອກເໜືອຈາກທີ່ກໍານົດຢູ່ຂ້າງເທິງ: ວິຕາມິນ B1, B3 ແລະ B6.

ຖາມ: ການຜະລິດເຂົ້າຈຸລະສານອາຫານມີຂັ້ນຕອນແນວໃດ?

ຕອບ: ການຜະລິດເຂົ້າເພີ່ມຈຸລະສານອາຫານ ມີ ສອງ ສ່ວນປະກອບຫຼັກ ແລະ ຂັ້ນຕອນປະສົມ ຄື:

  1. ການຜະລິດ ເມັດປະສົມຈຸລະສານອາຫານ (Fortify Rice Kernel – FRK) ໂດຍການນໍາເອົາແປ້ງເຂົ້າ ປະສົມກັບ ຜົງວິຕາມິນ ແລະ ແຮ່ທາດ ຕາມມາດຕະຖານທີ່ກໍານົດ ແລະ ປະສົມກັບນໍ້າ ແລ້ວ ອັດເປັນເມັດອອກມາຄ້າຍຄືກັນກັບເມັດເຂົ້າ. ປະຈຸບັນຢູ່ລາວ ແມ່ນຍັງບໍ່ສາມດຜະລິດເມັດ FRK ໄດ້ ຊຶ່ງຕ້ອງໄດ້ນໍາເຂົ້າຈາກຕ່າງປະເທດ.
  2. ເຂົ້າສານທົ່ວໄປ.

ການຜະລິດແມ່ນນໍາເຂົ້າ 2 ສ່ວນປະກອບຫຼັກດ້ານເທິງນີ້ ມາປະສົມໃສ່ກັນ ໃນອັດຕາສ່ວນ 1:99 (1 ເມັດປະສົມຈຸລະສານອາຫານ ປະສົມກັບ 99 ເມັດເຂົ້າສານທົ່ວໄປ) ຫຼື 1 ກິໂລ ຂອງ ເມັດປະສົມຈຸລະສານອາຫານ ປະສົມກັບ 99 ກິໂລ ຂອງເຂົ້າສານທົ່ວໄປ.

​ຖາມ: ເຂົ້າຈຸລະສານອາຫານຊ່ວຍແກ້ບັນຫາໂພຊະນາການໃນລາວແນວໃດ?

ຕອບ: ການຂາດສານອາຫານຢູ່ ສປປ ລາວ ຍັງຢູ່ໃນອັດຕາທີ່ສູງ ແລະ ຄົງທີ່ ໂດຍສະເພາະແມ່ນການຂາດສານອາຫານຊໍ້າເຮື້ອໃນເດັກທີ່ມີອາຍຸຕໍ່າກວ່າ 5 ປີ ໃນອັດຕາ 33%, ພະຍາດເລືອດຈາງໃນເດັກລຸ່ມ 5 ປີ 44%, ແມ່ຍິງໄວຈະເລີນພັນ 40% ແລະ ແມ່ຍິງຖືພາ 47%, ຊຶ່ງສາເຫດຫຼັກຂອງພະຍາດເລືອດຈາງແມ່ນການຂາດຈຸລະສານອາຫານ ໂດຍສະເພາະແມ່ນທາດເຫຼັກ.

ສະນັ້ນ ການສົ່ງເສີມໃຫ້ມີການຜະລິດ ແລະ ບໍລິໂພກເຂົ້າເພີ່ມຈຸລະສານອາຫານ ຈະຊ່ວຍປະກອບສ່ວນໃນການແກ້ໄຂບັນຫາດັ່ງກ່າວ. ການຈັດຕັ້ງປະຕິບັດ ຈະເລີ່ມຈາກການເຊື່ອມສານເຂົ້າເພີ່ມຈຸລະສາອາຫານເຂົ້າໃນໂຄງການຊ່ວຍເຫຼືອຂອງລັດຖະບານ ແລະ ການສົ່ງເສີມພາກທຸລະກິດ ໂດຍສະເພາະໂຮງສີເຂົ້າ ໃນການຜະລິດເຂົ້າເພີ່ມຈຸລະສານອາຫານພາຍໃນປະເທດ ເພື່ອຜະລິດເປັນສິນຄ້າ ໃຫ້ປະຊາຊົນທົ່ວໄປສາມາດເຂົ້າເຖິງໄດ້.

ຖາມ: ກຸ່ມປະຊາຊົນໃດທີ່ໄດ້ປະໂຫຍດຫຼາຍທີ່ສຸດ (ເຊັ່ນ ເດັກນ້ອຍ, ແມ່ທ້ອງ)?

ຕອບ: ກຸ່ມປະຊາຊົນ ທີ່ໄດ້ປະໂຫຍດຫຼາຍທີ່ສຸດ ມີສອງສ່ວນຫຼັກຄື:

  1. ກຸ່ມທີ່ຢູ່ໃນເປົ້າໝາຍຂອງໂຄງການຊ່ວຍເຫຼືອ ຂອງລັດຖະບານ ເປັນຕົ້ນ ນັກຮຽນ ທີ່ຢູ່ໃນໂຄງການອາຫານທ່ຽງໃນໂຮງຮຽນ (ໂຄງການທີ່ຊ່ວຍເຫຼືອໃນປະຈຸບັນ) ແລະ ກຸ່ມປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ຊຶ່ງກໍາລັງຢູ່ໃນຂັ້ນຕອນການເຊື່ອມສານ ເອົາເຂົ້າເພີ່ມຈຸລະສານອາຫານໃສ່ໂຄງການຊ່ວຍເຫຼືອດັ່ງກ່າວ ຊຶ່ງຈະເລີ່ມໃນປີ 2026 ແລະ ອາດຈະມີໂຄງການອື່ນໆໃນອະນາຄົດ ໂດຍອີງຕາມບຸລິມະສິດຂອງລັດຖະບານ.
  2. ກຸ່ມປະຊາຊົນທົ່ວໄປ ຊຶ່ງຕ້ອງໄດ້ຊື້ຕາມທ້ອງຕະຫຼາດ, ໂຄງການຈະຊຸກຍູ້ໃຫ້ພາກເອກະຊົນ ໃນການຜະລິດເຂົ້າເພີ່ມຈຸລະສານອາຫານ ອອກມາເປັນຜະລິດຕະພັນເພື່ອຈໍາໜ່າຍໃຫ້ກຸ່ມປະຊາຊົນທົ່ວໄປ, ຕາມແຜນແມ່ນຈະເລີ່ມໃນປີ 2027.

ຖາມ: ເຂົ້າຈຸລະສານອາຫານຂອງ WFP ກຳລັງຢູ່ໃນຂັ້ນຕອນອະນຸມັດໃນລາວແນວໃດ?

ຕອບ:

  1. ອົງການ WFP ໄດ້ສະໜັບສະໜູນລັດຖະບານລາວ ໃນການສະໜອງເຂົ້າເພີ່ມຈຸລະສານອາຫານ ໃນໂຄງການອາຫານທ່ຽງໃນໂຮງຮຽນ, ເລີ່ມແຕ່ປີ 2020 ຈົນຮອດປະຈຸບັນ, ແລະ ໃນປີ 2023 ອົງການອາຫານໂລກ ໄດ້ດໍາເນີນໂຄງການຕົວແບບ ໃນການຜະລິດເຂົ້າເພີ່ມຈຸລະສານອາຫານໃນລາວ 150 ໂຕ່ນ ໂດຍນໍາໃຊ້ເຂົ້າສານໜຽວຢູ່ ສປປ ລາວ ເພື່ອສະໜອງໃຫ້ໂຮງຮຽນທີ່ຢູ່ໃນໂຄງການອາຫານທ່ຽງໃນໂຮງຮຽນ.
  2. ປະຈຸບັນ, ອົງການອາຫານໂລກ ໄດ້ສະໜັບສະໜູນລັດຖະບານ ໂດຍການຮ່ວມມືກັບກະຊວງສາທາລະນະສຸກ ເພື່ອສ້າງນິຕິກໍາໄຕ້ກົດໝາຍ ເປັນຂໍ້ຕົກລົງຂັ້ນລັດຖະມົນຕີກະຊວງສາທາລະນະສຸກ ວ່າດ້ວຍ ການເພີ່ມຈຸລະສານອາຫານໃສ່ເຂົ້າ ຊຶ່ງໄດ້ມີການນໍານົດມາດຕະຖານ, ວິທີການປະສົມ, ການກວດກາຄຸນນະພາບ, ການຕິດຕາມກວດດາ ແລະ ອື່ນໆ ຊຶ່ງນິຕິກໍາດັ່ງກ່າວໄດ້ຜ່ານການຮັບຮອງຈາກຄະນະຮັບຜິດຊອບຂັ້ນວິຊາການ ແລະ ຄະນະຊີ້ກໍາລະດັບຊາດ, ຊຶ່ງປະຈຸບັນແມ່ນກໍາລັງລໍຖ້າ ການລົງລາຍເຊັນ ຈາກ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ.

ຖາມ: ກະຊວງກະສິກຳ ແລະ ສິ່ງແວດລ້ອມຈະພິຈາລະນາອີງໃສ່ມາດຕະຖານໃດ?

ຕອບ: ສໍາລັບມາດຕະຖານເຂົ້າເພີ່ມຈຸລະສານອາຫານ ແມ່ນຈະອີງໃສ່ນິຕິກໍາສະບັບໃໝ່ ທີ່ກໍານົດໂດຍກະຊວງສາທາລະນະສຸກ ຮ່ວມກັບແຕ່ລະພາກສ່ວນທີ່ກ່ຽວຂ້ອງ. ສໍາລັບເຂົ້າສານທົ່ວໄປ ແມ່ນອີງໃສ່ມາດຕະຖານເຂົ້າ ທີ່ມີຢູ່ແລ້ວ ຊຶ່ງກໍານົດໂດຍກະສິກຳ ແລະ ສິ່ງແວດລ້ອມ.

ຖາມ: ຖ້າອະນຸມັດແລ້ວ ຈະນຳໃຊ້ໃນໂຄງການໃດ (ໂຮງຮຽນ, ໂຄງການອາຫານ)?

ຕອບ: ສໍາລັບພາກຈັດຕັ້ງປະຕິບັດ ໂດຍສະເພາະ ແມ່ນພາຍຫຼັງທີ່ ກະຊວງສາທາລະນະສຸກ ອະນຸມັດຂໍ້ຕົກລົງ ວ່າດ້ວຍ ການເພີ່ມຈຸລະສານອາຫານໃສ່ເຂົ້າ ແລ້ວ, ແມ່ນຈະໄດ້ມີການຈັດຕັ້ງປະຕິບັດໂຄງການຕົວແບບ ເລີ່ມແຕ່ປີ 2026 ໂດຍນໍາໃຊ້ເຂົ້າເພີ່ມຈຸລະສານອາຫານເຊື່ອມສານເຂົ້າໃນສອງໂຄງການຂອງລັດຖະບານ ທີ່ມີການນໍາໃຊ້ເຂົ້າ ເປັນຕົ້ນ:

  1. ໂຄງການອາຫານທ່ຽງໃນໂຮງຮຽນ ໂດຍຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ.
  2. ການຕອບໂຕ້ໄພພິບັດ ໂດຍນໍາໃຊ້ເຂົ້າຄັງແຮ ASEAN+3, ໂດຍເລີ່ມຈາກເຂົ້າທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ.

ຖາມ: ມີແຜນຜະລິດໃນລາວ ຫຼື ນຳເຂົ້າ?

ຕອບ: ການຜະລິດເຂົ້າເພີ່ມຈຸລະສານອາຫານ ແມ່ນສະຫງວນໃຫ້ສະເພາະຜູ້ປະກອບການພາຍໃນ ເຮັດການການຜະລິດພາຍໃນປະເທດ, ຊຶ່ງຈະເລີ່ມໃນປີ 2026 ພາຍຫຼັງທີ່ກະຊວງສາທາລະນະສຸກເຊັນຂໍ້ຕົກລົງ. ສ່ວນການນໍາເຂົ້າຈະອະນຸຍາດສະເພາະ ໃນກໍລະນີການຊ່ວຍເຫຼືອລ້າຂອງຜູ້ໃຫ້ທຶນຕ່າງປະເທດ ທີ່ໃຫ້ການຊ່ວຍເຫຼືອ ເປັນເຂົ້າເພີ່ມຈຸລະສານອາຫານ ແລະ ເມັດປະສົມຈຸລະສານອາຫານ (ເມັດ FRK ທີ່ ສປປ ລາວ ຍັງບໍ່ສາມາດຜະລິດໄດ້).

ຖາມ: ປັດຈຸບັນໄດ້ໃຊ້ເຂົ້າໃນການງານສົ່ງເສີມໂພຊະນາການຫຼາຍໜ້ອຍເທົ່າໃດ ແລະ ມີຈັກປະເທດໃນທົ່ວໂລກ?

ຕອບ: ສໍາລັບໃນ ສປປ ລາວ, ເລີ່ມແຕ່ປີ 2021 ເປັນຕົ້ນມາ ອົງການ WFP ໃດ້ນໍາໃຊ້ເຂົ້າເພີ່ມຈຸລະສານອາຫານ ໃນໂຄງການອາຫານທ່ຽງໃນໂຮງຮຽນ ທີ່ອົງການ WFP ໃຫ້ການຊ່ວຍເຫຼືອເທົ່ານັ້ນ.

  • ສົກປີ 2021-2029: 6,000 ໂຕ່ນ.
  • ສົກປີ 2025-2029: 4,000 ໂຕ່ນ.

ຈໍານວນດັ່ງກ່າວນີ້ ແມ່ນບໍ່ໄດ້ລວມເປົ້າໝາຍທີ່ຈະນໍາໃຊ້ໃນໂຄງການທີ່ກໍາລັງຈະເກີດຂື້ນໃໝ່ ເລີ່ມແຕ່ປີ 2026 ເຂົ້າເພີ່ມຈຸລະສານອາຫານ ແມ່ນນໍາໃຊ້ຢູ່ຫຼາຍກວ່າ 20 ປະເທດໃນທົ່ວໂລກ, ຊຶ່ງເປັນປະເທດທີ່ບໍລິໂພກເຂົ້າເປັນອາຫານຫຼັກ (ສ່ວນປະເທດອື່ນໆ ແມ່ນເພີ່ມຈຸລະສານອາຫານໃສ່ແປ້ງ ທີ່ໃຊ້ເປັນອາຫານຫຼັກ). ສໍາລັບຢູ່ໃນທະວີບອາຊີ ປະກອບມີ: ອິນເດຍ, ບັງກຣາເທດ, ກໍາປູເຈຍ,​ມຽນມາ, ຟິລິບປິນ, ອິນໂດເນເຊຍ, ເນປານ ແລະ ລາວ.

error: Content is protected !!