ສປປ ລາວ ກຽມເປັນເຈົ້າພາບຈັດ ກອງປະຊຸມຜູ້ນຳອາຊີ –ປາຊີ ຟິກ ຄັ້ງທີ 10 ວ່າດ້ວຍການກຳຈັດພະຍາດໄຂ້ມາລາເຣຍ ໃນຕົ້ນເດືອນມິຖຸນາ ພາຍໃຕ້ຫົວຂໍ້ “ການດຳເນີນງານໂຄ້ງສຸດທ້າຍໃນລະດັບພາກພື້ນ ມຸ່ງໝັ້ນສູ່ປີ 2030” ເປົ້າໝາຍເພື່ອເລັ່ງກຳຈັດພະຍາດໄຂ້ມາລາເຣຍ ໃນພາກພື້ນລຸ່ມແມ່ນໍ້າຂອງນີ້ໃຫ້ສຳເລັດພາຍໃນປີ 2030.

ຕາມຂໍ້ມູນຈາກສູນສະຖິຕິຂ່າວສານການແພດ ກະຊວງສາ ທາລະນະສຸກ ໃຫ້ຮູ້ວ່າ: ວັນທີ 23 ເດືອນ ເມສາ 2026 ໂດຍການຮ່ວມມືກັນລະຫວ່າງ ພັນທະມິດຜູ້ນຳອາຊີ–ປາ ຊີຟິກ ເພື່ອການກຳຈັດພະຍາດໄຂ້ມາລາເຣຍ (APLMA) ແລະ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ, ມີຄວາມພາກພູມໃຈເປັນຢ່າງຍິ່ງ ໃນການເປັນເຈົ້າພາບ ກອງປະຊຸມຜູ້ນຳອາຊີ–ປາຊີຟິກ ຄັ້ງທີ 10 ວ່າດ້ວຍການ ກຳຈັດພະຍາດໄຂ້ມາລາເຣຍ ທີ່ນະຄອນຫຼວງວຽງ ຈັນ ໃນວັນທີ 5 ມິຖຸນາ 2026.

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະ ນະສຸກ ກ່າວວ່າ:“ການເປັນເຈົ້າພາບ ກອງປະຊຸມຜູ້ນຳອາ ຊີ–ປາຊີຟິກ ຄັ້ງທີ 10 ວ່າດ້ວຍການກຳຈັດພະຍາດໄຂ້ມາລາເຣຍ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມອັນແຂງແກ່ນຂອງ ສປປ ລາວ ໃນການກຳຈັດພະຍາດໄຂ້ມາລາເຣຍ ແລະ ປ້ອງກັນສຸຂະພາບ ພ້ອມທັງຊີວິດການເປັນຢູ່ຂອງປະຊາຊົນ. ພາກພື້ນລຸ່ມແມ່ນ້ຳຂອງ ໄດ້ບັນລຸຄວາມກ້າວໜ້າອັນໂດດເດັ່ນໃນທົ່ວທົດສະວັດທີ່ຜ່ານມາ ແລະ ໃນປະຈຸບັນ ພວກເຮົາຕ້ອງຍົກລະດັບຄວາມພະຍາຍາມ ໂດຍການເສີມສ້າງການຮ່ວມມືຊາຍແດນ ແລະ ຮັບປະກັນຄວາມຍືນຍົງທາງດ້ານການເງິນ ເພື່ອບັນລຸເປົ້າໝາຍ ‘ພະ ຍາດໄຂ້ມາລາເຣຍເປັນ 0’ ພ້ອມທັງ ຮັກສາຜົນສຳເລັດນັ້ນໃຫ້ຍືນຍົງ ” ມີ 3 ປະເທດທີ່ກຳລັງເຂົ້າໃກ້ລະດັບອັດຕາການຕິດເຊື້ອຕໍ່ປີໜ້ອຍກວ່າ 300 ກໍລະນີ ແລະ ເຂດພາກພື້ນອາຊີ–ປາຊີຟິກ ກຳລັງຢູ່ໃນໄລຍະເວລາການຫັນປ່ຽນສຳຄັນຂອງການກຳຈັດພະຍາດໄຂ້ມາລາເຣຍ, ກອງປະຊຸມລະດັບສູງນີ້ ຈະຮວບໂຮມກຳລັງ ເພື່ອແກ້ໄຂບັນດາອຸປະ ສັກທີ່ຍັງຄົງຄ້າງ ແລະ ພິຈາລະນາຄວາມຍືນຍົງໄລຍະຍາວ ທັງທາງດ້ານໂຄງການ ແລະ ການເງິນ.

ທ່ານ ດຣ. ສາທາກ ດາສ, ປະທານບໍລິຫານ ຂອງ APLMA. ກ່າວວ່າ: “ພາກພື້ນລຸ່ມແມ່ນ້ຳຂອງ ກຳລັງຈະກາຍເປັນ ກຸ່ມພາກພື້ນຫຼາຍປະເທດ ແຫ່ງທຳອິດໃນອາຊີ–ປາຊີຟິກ ທີ່ສາມາດກຳຈັດພະຍາດໄຂ້ມາລາເຣຍໄດ້, ດ້ວຍການນໍາພາຢ່າງຕັ້ງຫນ້າຂອງລັດຖະບານ, ຄວາມພະຍາ ຍາມອັນແຮງກ້າຂອງໂຄງການແຫ່ງຊາດ ແລະ ການສະໜັບ ສະໜູນຂອງຄູ່ຮ່ວມງານທຸກພາກສ່ວນ ອັນເປັນພື້ນຖານຄວາມສຳເລັດນີ້. ການກຳຈັດພະຍາດໄຂ້ມາລາເຣຍຢູ່ໃນມືແລ້ວ ແຕ່ມີຄວາມຈໍາເປັນ ຕ້ອງບັນລຸການຕິດເຊື້ອພາຍໃນປະເທດເປັນ“0” ແຕ່ໃນໂຄ້ງສຸດທ້າຍນັ້ນ ມັກຈະເປັນໄລ ຍະທີ່ຍາກທີ່ສຸດ. ໃນໄລຍະຍະການຫັນປ່ຽນອັນສໍາຄັນຕໍ່ການກຳຈັດພະຍາດໄຂ້ມາລາເຣຍ ແລະ ໃນທ່າມກາງສະ ພາບການເງິນສາທາລະນະສຸກໂລກກຳລັງປ່ຽນແປງ, ກອງປະຊຸມສຸດຍອດດັ່ງກ່າວນີ້ຈະເປັນສິ່ງພັກດັນໃຫ້ຜູ້ນຳ ແລະ ຄູ່ຮ່ວມງານ ລະດົມຊັບພະຍາກອນ ພາຍໃນປະເທດ ເພື່ອຮັບປະກັນການບັນລຸການກຳຈັດພະຍາດໄຂ້ມາລາເຣຍ ແລະ ພ້ອມກັນໃຫ້ຄໍາໝັ້ນສັນຍາໃນການສ້າງລະບົບອັນຈໍາເປັນເພື່ອປ້ອງກັນການຕິດເຊື້ອກັບຄືນ” ນັບແຕ່ປີ 2012 ຫາ 2024, ບັນດາປະເທດສະມາຊິກພາກພື້ນລຸ່ມແມ່ນໍ້າຂອງໄດ້ບັນລຸຜົນສຳເລັດອັນໜ້າປະທັບໃຈ ອັດຕາການຕິດເຊື້ອໂດຍລວມຫຼຸດລົງ 70% ໃນຂະນະທີ່ ສປປ ລາວ ອັດຕາການຕິດເຊື້ອຫຼຸດລົງສູງເຖິງ 99% ໃນໄລຍະເວລາດຽວກັນ. ຕໍ່ກັບຄວາມຄືບໜ້າອັນໃຫຍ່ຫຼວງນີ້ໝາຍເຖິງການບັນລຸຄວາມພະຍາຍາມຮ່ວມກັນ ໃນການກຳຈັດພະ ຍາດໄຂ້ມາເຣຍໃນພາກພື້ນລຸ່ມແມ່ນໍ້າຂອງ, ເຊີ່ງກຳລັງກ້າວສູ່ຂັ້ນຕອນສຳຄັນ ໃນການຮັກສາຄວາມມຸ່ງໝັ້ນ ແລະ ການລົງທຶນຢ່າງມີເປົ້າໝາຍ ເພື່ອໃຫ້ສຳເລັດພາລະກິດ ແລະ ປ້ອງກັນການຕິດເຊື້ອກັບຄືນ.


ກອງປະຊຸມຄັ້ງດັ່ງກ່າວຈະມີຜູ້ເຂົ້າຮ່ວມຈາກ ບັນດາລັດຖະ ມົນຕີກະຊວງສາທາ ລະນະສຸກ, ການນໍາລັດຖະບານລະດັບສູງ, ຜູ້ຊ່ຽວຊານດ້ານວິຊາການ, ຜູ້ນຳພາກສັງຄົມ, ແລະ ຄູ່ຮ່ວມງານທົ່ວໂລກ ເຂົ້າຮ່ວມດຳເນີນງານນີ້ຖືເປັນການເພີ່ມທະວີຄວາມມຸ່ງໝັ້ນໃໝ່ ແລະ ພະລັງຂັບເຄື່ອນ ໃຫ້ບັນດາປະເທດສະ ມາຊິກລຸ່ມແມ່ນໍ້າຂອງພ້ອມທີ່ຈະກ້າວສູ່ເສັ້ນໄຊ ໃນການກຳຈັດພະຍາດໄຂ້ມາລາເຣຍ ແລະ ສ້າງອະນາຄົດໃຫ້ຄົນລຸ້ນຫລັງມີສຸຂະພາບແຂງແຮງ.
ພາບຈາກ: APMEN